spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ອັນຕະລາຍ ຈາກການກິນໝີ່ເຄິ່ງສໍາເລັດຮູບ !!

5 ອັນຕະລາຍ ຈາກການກິນໝີ່ເຄິ່ງສໍາເລັດຮູບ !!

Published on

ໝີ່ເຄິ່ງສໍາເລັດຮູບເປັນອັນຕະລາຍຕໍ່ກັບຮ່າງກາຍຂອງເຮົາຫຼາຍກວ່າທີ່ເຮົາຄິດ ຖ້າເຮົາກິນໃນປະລິມານທີ່ຫຼາຍເກີນໄປ ເພາະມັນຈະສົ່ງຜົນເສຍຕໍ່ກັບຮ່າງກາຍຂອງເຮົາ. ດັ່ງນັ້ນ, ເຮົາມາເບິ່ງ ອັນຕະລາຍ 5 ຂໍ້ຈາກການກິນໝີ່ເຄິ່ງສໍາເລັດຮູບທີ່ຫຼາຍເກີນໄປ.

  1. ຂາດສານອາຫານ

ໃນໝີ່ເຄິ່ງສໍາເລັດຮູບມີສ່ວນປະກອບ 60-70% ແມ່ນແປ້ງສາລີ ແລະ ອີກປະມານ 15-20% ແມ່ນໄຂມັນ ທັງຢູ່ໃນເຄື່ອງປຸງ ແລະ ການທອດເສັ້ນໝີ່ ສ່ວນຜັກ ແລະ ຊີ້ນແຫ້ງທີ່ມາກັບໝີ່ກໍເກືອບຈະບໍ່ມີສານອາຫານຫຍັງເລີຍ. ດັ່ງນັ້ນ, ຈຶ່ງເອີ້ນໄດ້ວ່າໝີ່ເຄິ່ງສໍາເລັດຮູບເປັນອາຫານທີ່ມີຄຸນຄ່າທາງສານອາຫານໜ້ອຍ ແລະ ຖ້າກິນຕໍ່ເນື່ອງເປັນເວລາດົນກໍຈະເຮັດໃຫ້ເກີດມີຄວາມສ່ຽງເປັນໂຣກຂາດສານອາຫານ ຫຼື ໄດ້ຮັບສານອາຫານທີ່ບໍ່ພຽງພໍ.

  1. ບໍ່ມີຄຸນຄ່າທາງດ້ານໂພສະນາການ

ອາດຈະສາມາດບອກໄດ້ວ່າໝີ່ເຄິ່ງສໍາເລັດຮູບບໍ່ມີຄຸນຄ່າທາງດ້ານສານອາຫານ ເພາະສ່ວນປະກອບຈະມີພວກແປ້ງ, ໄຂມັນ ແລະ ສ່ວນປະສົມທີ່ມາຈາກເກືອ ຖ້າກິນໄປດົນຈະເຮັດໃຫ້ເກີດຜົນເສຍຕໍ່ກັບສຸຂະພາບ.

  1. ມີທາດໂຊດຽມ ຫຼື ທາດເກືອແຮ່ຫຼາຍ

ໝີ່ເຄິ່ງສໍາເລັດຮູບຍິ່ງມີຄວາມເຂັ້ມຂຸ້ນຫຼາຍເທົ່າໃດກໍຍິ່ງມີທາດເກືອແຮ່ທີ່ສູງຫຼາຍ ເຊິ່ງທາດເກືອແຮ່ທີ່ຄວນບໍລິໂພກແມ່ນ 2,400 ມິລລິກຣາມຕໍ່ມື້ ແຕ່ຢູ່ໃນໝີ່ເຄິ່ງສໍາເລັດຮູບມີທາດເກືອແຮ່ສູງເຖິງ 1,600 ມິລລີກຣາມ ຫຼື ປະມານ 50% ເຊິ່ງຖືໄດ້ວ່າໃຫ້ທາດເກືອແຮ່ຫຼາຍພໍສົມຄວນຖ້າທຽບໃສ່ອາຫານປະເພດອື່ນ.

  1. ເຮັດໃຫ້ອ້ວນ

ສາເຫດທີ່ມີສ່ວນເຮັດໃຫ້ອ້ວນກໍຍ້ອນວ່າສ່ວນປະກອບຫຼັກໆໃນໝີ່ເຄິ່ງສໍາເລັດຮູບກໍຄືແປ້ງ ແລະ ໄຂມັນຈາກນໍ້າມັນ

  1. ເກີດພະຍາດໄດ້ງ່າຍ

ເພາະໝີ່ເເຄິ່ງສໍາເລັດຮູບໃຫ້ທາດຄາໂບໄຮເດດທີ່ສູງ, ໄຂມັນສູງ, ທາດເກືອແຮ່ຫຼາຍ ເຊິ່ງອາດຈະກໍ່ໃຫ້ເກີດພະຍາດຕ່າງໆເຊັ່ນ: ໂຣກຄວາມດັນເລືອດສູງ, ໂຣກຫົວໃຈ, ໂຣກໄຕ ແລະ ໂຣກຂາດສານອາຫານ

ເຖິງຢ່າງໃດກໍຕາມ ບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ສາມາດກິນໝີ່ເຄິ່ງສໍາເລັດຮູບໄດ້ເລີຍ ແຕ່ເຮົາຄວນກິນໃນປະລິມານທີ່ເໝາະສົມ ແລະ ບໍ່ກິນຫຼາຍຈົນເກີນໄປ.

ແຫຼ່ງຂໍ້ມູນ: Sanook

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...