spot_img
Homeນານາສາລະໝາກກອກນໍ້າ ມີປະໂຫຍດຫຼາຍກວ່າທີ່ຄິດ

ໝາກກອກນໍ້າ ມີປະໂຫຍດຫຼາຍກວ່າທີ່ຄິດ

Published on

ໝາກກອກນໍ້າ ເປັນໝາກໄມ້ຊະນິດໜຶ່ງທີ່ມີປະໂຫຍດ ແລະມີສັບພະຄຸນທາງຢາ ໃນການຕ້ານພະຍາດ ແລະເພີ່ມວິຕາມິນ ແຮ່ທາດ ໃຫ້ກັບຮ່າງກາຍຂອງມະນຸດເຮົາ

  1. ມີຄຸນຄ່າສານອາຫານ ມີວິຕາມິນຊີ ທີ່ມີບົດບາດດູດຊຶມທາດເຫຼັກ ສົ່ງເສີມພູມຕ້ານທານໃນຮ່າງກາຍໃຫ້ແຂງແຮງສົມບູນ, ປ້ອງກັນອາການເຈັບປ່ວຍ ໂດຍສະເພາະໄຂ້ຫວັດ ຊ່ວຍໃຫ້ເຫືອກແຂງແຮງ ປ້ອງກັນເລືືອດອອກຕາມແຂ້ວ, ບຳລຸງຜິວ ແລະເສີມສ້າງຄວາມແຂງແຮງໃຫ້ກັບເສັ້ນເລືອດຝອຍ
  2. ມີແຄວຊຽມ ທີ່ເປັນແຮ່ທາດສຳຄັນ ໃນການເສີມສ້າງກະດູກ ແລະແຂ້ວໃຫ້ແຂງແຮງສົມບູນ ປ້ອງກັນການເສື່ອມກ່ອນໄວ
  3. ມີທາດເຫຼັກເປັນອົງປະກອບສຳຄັນໃນການສ້າງເມັດເລືອດແດງ ເຊິ່ງຖ້າຂາດທາດເຫຼັກເປັນສາເຫດໜຶ່ງຂອງເລືອດຈາງ
  4. ມີເສັ້ນໃຍສູງ ທີ່ຊ່ວຍໃນເລື່ອງລະບົບຂັບຖ່າຍ ມີລິດເປັນຢາລະບາຍອ່ອນໆ
  5. ຟອສຟໍຣັດ ເປັນແຮ່ທາດທີ່ຈຳເປັນໃນຂະບວນການເຮັດວຽກຂອງຮ່າງກາຍ
  6. ຊ່ວຍຫຼຸດນໍ້າຕານ ແລະໄຂມັນໃນເລືອດ
  1. ມີວິຕາມິນເອ, ຊ່ວຍບຳລຸງສາຍຕາ ແລະການເບິ່ງເຫັນ ເມື່ອຮ່າງກາຍໄດ້ຮັບວິຕາມິນເອ ຈະກາຍເປັນສານຕ້ານອະນຸມູນອິດສະລະ ທີ່ຊ່ວຍຮັກສາເຊວຈາກອະນຸມູນອິດສະລະຕ່າງໆ
  1. ເປັນຢາແກ້ຮ້ອນໃນຮຸນແຮງ ຊ່ວຍແກ້ອາການສະເອິ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...