spot_img
Homeຂ່າວພາຍ​ໃນໄມ້ທີ່ຖືກຕ້ອງຕາມກົດໝາຍ ຈະຊ່ວຍໃຫ້ ສປປ ລາວ ເຂົ້າເຖິງຕະຫຼາດຫຼາຍຂຶ້ນ!

ໄມ້ທີ່ຖືກຕ້ອງຕາມກົດໝາຍ ຈະຊ່ວຍໃຫ້ ສປປ ລາວ ເຂົ້າເຖິງຕະຫຼາດຫຼາຍຂຶ້ນ!

Published on

ຜູ້ຕາງໜ້າສະຖາບັນປ່າໄມ້ເອີຣົບ ປະຈຳລາວ ກ່າວໃນກອງປະຊຸມວິຊາການປ່າໄມ້ ເມື່ອມໍ່ໆມານີ້ວ່າ: ການຮ່າງນິຍາມ ຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແມ່ນມີຄວາມສໍາຄັນໃຫ້ແກ່ ສປປ ລາວ ເຊິ່ງປຽບເໝືອນ “ໃບເບີກທາງ” ໃນການເຂົ້າເຖິງຕະຫຼາດສົ່ງອອກແຫ່ງໃໝ່ ໃນກຸ່ມປະຊາຄົມເສດຖະກິດອາຊຽນ (AEC) ແລະ ຕະຫຼາດສົ່ງອອກແຫ່ງອື່ນໆເຊັ່ນ ເອີຣົບ, ອາເມລິກາ, ຍີ່ປຸ່ນ ແລະ ຈີນ, ສໍາລັບຜະລິດຕະພັນທີ່ມີທັງຄຸນນະພາບດີ ແລະ ຖືກກົດໝາຍ, ພາຍຫຼັງນິຍາມໄມ້ທີ່ຖືກກົດໝາຍ ໄດ້ຮັບການຮ່າງຂຶ້ນ, ບາດກ້າວຕໍ່ໄປ ແມ່ນການເສີມສ້າງ ຄວາມອາດສາມາດໃນການແຂ່ງຂັນ ຂອງອຸດສາຫະກໍາປຸງແຕ່ງໄມ້ລາວ ໂດຍການປັບປຸງ ການສະໜອງວັດຖຸດິບແບບຍືນຍົງ, ພັດທະນາຄຸນນະພາບຂອງພະນັກງານ ແລະ ກໍາມະກອນ ໃນອຸດສາຫະກໍາປຸງແຕ່ງໄມ້ ແລະ ການເຂົ້າເຖິງຂໍ້ມູນທາງດ້ານຕະຫຼາດ ແລະ ສິນຄ້າໃຫ້ແກ່ ບັນດາບໍລິສັດຕ່າງໆ.

ຄໍານິຍາມຂອງໄມ້ທີ່ຖືກກົດໝາຍ ຈະເຮັດໃຫ້ເກີດຜົນດີ ແກ່ຜູ້ໄດ້ຮັບຜົນປະໂຫຍດຊຸມຊົນທ້ອງຖິ່ນ, ພາກເອກະຊົນ ແລະ ໜ່ວຍງານພາກລັດທີ່ກ່ຽວຂ້ອງ ຊຸມຊົນທ້ອງຖິ່ນທີ່ຊົມໃຊ້ປ່າໄມ້ໃນ ສປປ ລາວ ຄວນຈະໄດ້ຮັບຄວາມກະຈ່າງແຈ້ງເພີ່ມຕື່ມ ກ່ຽວກັບສິດຂອງພວກເຂົາ ໃນການເຂົ້າເຖິງຊັບພະຍາກອນຕ່າງໆ ໃນເຂດທີ່ໄດ້ຮັບການອະນຸຍາດ ແລະ ຈັດສັນຄຸ້ມຄອງໂດຍພາກລັດ. ເຈົ້າຂອງບໍລິສັດ, ໂດຍສະເພາະແມ່ນ ໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້, ເຄື່ອງຕົບແຕ່ງບ້ານ ແລະ ຫັດຖະກໍາ, ຄວນຈະມີຄວາມຊັດເຈນຫຼາຍຂຶ້ນ ກ່ຽວກັບການສະໜອງວັດຖຸດິບ ທີ່ຖືກຕ້ອງຕາມກົດໝາຍ.

ໂດຍຜ່ານຂະບວນການຕິດຕາມການເຄື່ອນຍ້າຍໄມ້ ແລະ ຕ່ອງໂສ້ການສະໜອງໄມ້ ທີ່ໄດ້ຮັບການປັບປຸງ, ແຜນງານ FLEGT ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດ ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍ “ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້”. ໃນການປະຊຸມເຈລະຈາຊ່ອງໜ້າ ໃນແຜນງານ FLEGT/VPA ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ໂຄງຮ່າງໂດຍລວມທໍາອິດ ກ່ຽວກັບນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ທີ່ຈະໄດ້ນໍາສະເໜີ ຊຶ່ງອາດລວມເອົາມາດຕະຖານ ທີ່ຖືກຕ້ອງຕາມກົດໝາຍ ກ່ຽວກັບປ່າຜະລິດ; ເຂດພັດທະນາພື້ນຖານໂຄງລ່າງ; ປ່າປູກ; ປ່າໄມ້ບ້ານ; ໄມ້ຖືກຍຶດ; ໄມ້ນໍາເຂົ້າ; ກົດໝາຍ ແລະ ກົດລະບຽບແຮງງານ; ກົດລະບຽບໃນຂະແໜງປຸງແຕ່ງໄມ້; ແລະ ການຂົນສົ່ງ, ການຄ້າ ແລະ ການສົ່ງອອກ, ເຊິ່ງລວມທັງໝົດເປັນ 9 ມາດຕະຖານ ທີ່ຖືກຕ້ອງຕາມກົດໝາຍ ທີ່ມີຫຼັກການ, ມາດຖານ, ຕົວຊີ້ວັດ ແລະ ຕົວຢັ້ງຢືນ. ພ້ອມກັນນັ້ນ, ຂອບເຂດຜະລິດຕະພັນສິນຄ້າ, ເຊິ່ງເປັນລາຍການໄມ້ ແລະ ຜະລິດຕະພັນໄມ້ຕ່າງໆ, ຈະຖືກຍື່ນໂດຍການໍາໃຊ້ລະຫັດ ‘HS’, ເພື່ອໃຫ້ສອດຄ່ອງກັບລະບົບພາສີໂລກ (World Customs) ເຊິ່ງເປັນລະບົບທີ່ນໍາໃຊ້ ເຂົ້າໃນການຈັດປະ ເພດສິນຄ້າຕ່າງໆ. ລະຫັດ HS ສາມາດຊ່ວຍບັນດາໜ່ວຍງານພາສີຕ່າງໆ ໃນສະຫະພາບເອີຣົບ ໃນການຈັດປະເພດ ຜະລິດຕະພັນເຂົ້າໃນໝວດການນໍາເຂົ້າທີ່ເໝາະສົມ.

 

ແຫລ່ງຂ່າວ:

ລພນ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...