spot_img
Homeຂ່າວພາຍ​ໃນແຮງງານລາວຢູ່ໄທ ເລີ່ມເຂົ້າລົງທະບຽນໃຫ້ຖືກຕ້ອງຕາມກົດໝາຍ

ແຮງງານລາວຢູ່ໄທ ເລີ່ມເຂົ້າລົງທະບຽນໃຫ້ຖືກຕ້ອງຕາມກົດໝາຍ

Published on

ເຈົ້າ​ໜ້າທີ່​ສະເພາະ​ກິດ​ຂອງ​ຫ້ອງການ​ປັບ​ສະຖານະ​ພາບ​ແຮງ​ງານ​ລາວ ປະຈຳ​ຢູ່​ລາຊະ​ອານາຈັກ​ໄທ ລາຍ​ງານ​ໃນ​ວັນ​ທີ 30 ສິງຫາ 2017 ນີ້​ວ່າ ປັດຈຸບັນ​ນີ້ ມີແຮງ​ງານ​ລາວ​ເຮັດ​ວຽກ​ຢູ່​ປະເທດ​ໄທ ໄດ້​ເລີ່ມ​ເຂົ້າ​ໄປ​ລົງທະບຽນ​ປັບ​ສະຖານະ​ພາບ ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ແລ້ວ​ປະມານ 10 ຄົນ ແລະ ຄາດ​ວ່າ​ຍັງ​ຈະ​ສືບຕໍ່​ເດີນທາງ​ເຂົ້າ​ໄປ​ລົງທະບຽນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຂະນະ​ທີ່​ແຮງ​ງານ​ລາວ​ຢູ່​ໄທ ປະມານ 70.000 ກວ່າ​ຄົນ ຢູ່​ໃນ​ເງື່ອນໄຂ​ຕ້ອງ​ປັບ​ສະຖານະ​ພາບ​ໃຫ້​ເຂົ້າ​ສູ່​ລະບົບ.

ເຈົ້າ​ໜ້າທີ່​ສະເພາະ​ກິດ​ດັ່ງກ່າວ ກ່າວ​ຕື່ມ​ວ່າ: ການ​ລົງທະບຽນ ແລະ ຕໍ່​ບັດ​ອອກແຮງ​ງານ​ໃຫ້​ເຂົ້າ​ສູ່​ລະບົບ ເລີ່ມ​ປະຕິບັດ​ແຕ່​ວັນ​ທີ 28 ສິງຫາ 2017 ເປັນຕົ້ນ​ມາ ທີ່​ສູນ​ການ​ຄ້າ​ໄອ​ທີສະ​ແຄ ຊັ້ນ 3 (IT Square) ຖະໜົນ​ແຈ້ງ​ວັດທະນະ​ເຂດ​ຫຼັກ 4 ບາງກອກ ໃນ​ນັ້ນ ໄດ້​ດຳເນີນ​ການ​ອອກ​ເອກະສານ​ໃຫ້​ສຳລັບ​ກຸ່ມ​ແຮງ​ງານ​ທີ່​ມີ​ບັດ​ສີ​ບົວ ​ທີ່​ທາງ​ການ​ໄທ​ໄດ້​ຂຶ້ນ​ທະບຽນ​ໄວ້ ​ສຳລັບ​ຜູ້​ເຮັດ​ວຽກ​ໃນ​ກິດຈະການ​ປະມົງ​ທະເລ ແລະ ແປ​ຮູບ​ສັດ​ນ້ຳ​ທີ່​ຈະ​ໝົດ​ອາຍຸ ໃນ​ວັນ​ທີ 1 ພະຈິກ 2017 ແລະ ກຸ່ມ​ແຮງ​ງານ​ທົ່ວ​ໄປ​ທີ່​ບັດ​ຈະ​ໝົດ​ອາຍຸ ໃນ​ວັນ​ທີ 31 ມີນາ 2018 ເຊິ່ງ​ການ​ບໍລິການ​ຈະ​ໄດ້​ເປີດ​ແຕ່​ວັນ​ຈັນຫາ​ວັນ​ເສົາ ແຕ່​ເວລາ 8:30-16:30 ໂມງ ຜູ້​ອອກແຮງ​ງານ​ຕ້ອງ​ມີ​ເອກະສານ​ຄື: ບັດ​ສີ​ບົວທີ່​ທາງ​ການ​ໄທ​ອອກ​ໃຫ້ ໃບ​ຄິວ​ທີ່​ໄດ້​ລົງ​ທະບຽນ​ໄວ້ ໜັງສື​ຮັບຮອງ​ການ​ອະນຸຍາດ​ອອກ​ນອກ​ພື້ນ​ທີ່ເອກະສານ​ສ່ວນ​ຕົວ​ໃດ​ໜຶ່ງ ​ທີ່​ສາມາດ​ສະແດງ​ວ່າເປັນ​ພົນລະເມືອງ​ລາວ ເພື່ອ​ຢັ້ງຢືນ ເຊັ່ນ: ສຳ​ເນົາ​ສຳມະໂນ​ຄົວ ໜັງສືຜ່ານແດນ ບັດ​ຜ່ານ​ແດນ ບັດປະຈຳຕົວ ໃບ​ຂັບ​ຂີ່ ແລະ ອື່ນໆ ຫຼັງ​ຈາກ​ນັ້ນ ໃຫ້​ນາຍ​ຈ້າງຜູ້​ອອກແຮງ​ງານ​ນຳ​ເອົາ​ເອກະສານ​ທີ່​ກ່ຽວຂ້ອງ ເຊັ່ນ: ບັດ​ຊີ​ໄອ (CI) ບັດ​ອະນຸຍາດ​ເຮັດ​ວຽກ​ຢູ່​ຕ່າງປະເທດ ແລະ ບັດ​ສີ​ບົວ ກັບ​ໄປ​ຕິດຕໍ່​ທີ່​ສຳນັກງານ​ຈັດ​ຫາ​ງານ​ບາງກອກ (ກຸງ​ເທບ​ມະຫາ​ນະຄອນ) ພື້ນ​ທີ 1-10 ຫຼື ສຳນັກງານ​ຈັດ​ຫາ​ງານ​ຈັງຫວັດ​ ທີ່​ຕົນ​ເອງ​ເຮັດ​ວຽກ​ຢູ່ເພື່ອ​ຂໍອະນຸຍາດ​ເຮັດ​ວຽກ​ໃນ​ປະເທດ​ໄທ ພາຍ​ໃນ​ໄລຍະ 15 ວັນ.

ແນວໃດ​ກໍ່​ດີ ເຖິງ​ແມ່ນ​ຫ້ອງການ​ປັບ​ສະຖານະ​ພາບ​ແຮງ​ງານ​ລາວ ປະຈຳ​ຢູ່​ລາຊະ​ອາ​ຈັກ​ໄທ ໄດ້​ເປີດ​ໃຫ້​ບໍລິການ​ຢ່າງ​ເປັນ​ທາງ​ການ​ແລ້ວ​ກໍ່​ຕາມ ແຕ່​ກໍ່​ຍັງ​ພົບ​ວ່າ​ມີແຮງ​ງານ​ລາວ​ນອກ​ລະບົບ​ຢູ່​ໄທ ຍັງ​ບໍ່​ຮູ້​ຂໍ້​ມູນ ຫຼື ສະຖານທີ່​ຫ້ອງການ​ດັ່ງກ່າວ​ໄດ້​ຢ່າງ​ທົ່ວ​ເຖິງ ເຮັດ​ໃຫ້​ເຂົາເຈົ້າ​ໄປ​ລົງທະບຽນ​ໜ້ອຍ ແລະ ຄາດ​ວ່າ​ຈະ​ມີ​ຄົນ​ມາ​ໃຊ້​ບໍລິການ​ເພີ່ມ​ຂຶ້ນ​ເລື້ອຍໆ ​ພາຍຫຼັງ​ເຂົາເຈົ້າ​ຮັບ​ຮູ້ ແລະ ເຂົ້າໃຈ.

 

ແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...