spot_img
Homeຂ່າວທ້ອງຖິ່ນເມືອງປາກກະດິງ ຜູ້ຄ້າຢາເສບຕິດຫລຸດລົງ ແຕ່ຜູ້ເສບເພີ່ມຂຶ້ນ!

ເມືອງປາກກະດິງ ຜູ້ຄ້າຢາເສບຕິດຫລຸດລົງ ແຕ່ຜູ້ເສບເພີ່ມຂຶ້ນ!

Published on

F-YABA
(ພາບປະກອບ)

ຂປລ. ​ເມືອງປາກກະດິງແຂວງບໍລິຄຳໄຊໃນ 1 ປີຜ່ານມາ, ມີຜູ້ຄ້າຂາຍຢາເສບຕິດ146 ຄົນ, ທຽບໃສ່ປີ 2014 ຫລຸດລົງ 16 ຄົນ, ຜູ້ເສບຢາເສບຕິດ 1.289 ຄົນ, ທຽບໃສ່ປີ 2014 ​ເພີ່ມຂຶ້ນ 448 ຄົນ.

ທ່ານຄຳ​​ໃສ ຄຳພູບານ ປະທານຄະນະກຳມະການ ຊີ້ນຳການກວດກາແລະ ຄວບຄຸມຢາເສບຕິດ ຂັ້ນເມືອງ​ ໄດ້​ລາຍ​ງານ ຕໍ່ກ​ອງປະຊຸມ​ ປຶກສາ​ຫາລື​ກ່ຽວກັບ​ບັນຫາ​ຢາ​ເສບ​ຕິດ ທີ່ຈັດ​ຂຶ້ນ ​ເມື່ອ​ທ້າຍ​ເດືອນ ກໍລະກົດນີ້ ຢູ່​ເມືອງ​ປາກ​ກະດິງ​ ​ແຂວງ​ບໍລິ​ຄຳ​ໄຊ, ​ໂດຍມີ ທ່ານ ດຣ ສຸວັນ​ນີ ​ໄຊຊະນະ ຮອງ​ເຈົ້າ​ແຂວງ​​ໆບໍລິ​ຄຳ​ໄຊ ທັງ​ເປັນ​ປະທານ ຄະນະ​ກຳມະການ ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ ຂັ້ນ​ແຂວງ​, ທ່ານ ​ບຸ​ນຍູ້ ພົມມະ​ວົງສາ ​ ​ເຈົ້າ​ເມືອງ​ປາກ​ກະດິງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ​ນັ້ນວ່າ: ​ໃນ 1 ປີຜ່ານມາ​ ຢູ່​ເມືອງ​ປາກ​ກະດິງ ​ໄດ້​ເອົາ​ໃຈ​ໃສ່​ກວດກາ ​ແລະ ຄວບ ​ຄຸມ​ ຢາ​ເສບ​ຕິດ​ຢ່າງ​ຕໍ່​ເນື່ອງ, ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມສະຫງົບ ​​​ໂດຍ​ພື້ນຖານ, ບັນດາ​ປະກົດ​ການ​ ຫຍໍ້​ທໍ້​ຕ່າງໆ​ໃນ​ສັງຄົມ ​ໄດ້ຫລຸດໜ້ອຍຖອຍ​ລົງ ​ຢູ່​ໃນ​ລະດັບ ​ທີ່​ສາມາດ​ຄວບ​ຄຸມ​ໄດ້  ​ແລະ ​ໄດ້​ປະກາດ​ສ້າງ​ບ້ານ​ປອດ ​ຢາ​ເສບ​ຕິດ 2 ບ້ານ, ​ໂຮງຮຽນປອດ​ຢາ​ເສບ​ຕິດ 6 ​ແຫ່ງ. ​ເມືອງ​ປາກ​ກະດິງ ​ຍັງ​ມີ​ກຸ່ມ​ຄົນ​ຈຳນວນໜຶ່ງ ທີ່​ພົວພັນ​ກັບ​ ຢາ​ເສບ​ຕິດ​ເຊັ່ນ: ຜູ້​ຄ້າຂາຍ​ຢາ​ເສບ​ຕິດ 146 ຄົນ, ທຽບ​ໃສ່​ປີ 2014 ຫລຸດລົງ 16 ຄົນ, ຜູ້​ເສບ​ຢາ​ເສບ​ຕິດ 1.289 ຄົນ, ທຽບ​ໃສ່ປີ 2014 ​ເພີ່ມ​ຂຶ້ນ 448 ຄົນ, ຕໍ່ກັບ​ບັນຫາ​ດັ່ງກ່າວ  ທາງ​ເຈົ້າໜ້າທີ່​​ ໄດ້ຈັບ​ຕົວ​ຜູ້​ກະທຳ​ຜິດ ມາດຳ​ເນີນ​ຄະດີ​ ຕາມ​ລະບຽບກົດໝາຍ ຢ່າງ​ເຄັ່ງ​ຄັດ.

ທ່ານ ດຣ ສຸວັນ​ນີ ​ໄຊຊະນະ​ ກໍໄດ້​ ຊີ້ນຳ​ ໃຫ້​ມີ​ການ​ຕິດຕາມກວດກາ ​ເປົ້າໝາຍຜູ້​ເສບ, ຜູ້​ຂາຍ​ຢາ​ເສບຕິດ​ ​ ຕາມບ້ານ-​ໂຮງຮຽນ ທີ່​ໄດ້​ປະກາດ​ສ້າງ​ໃຫ້​ປອດ​ຢາ​ເສບ​ຕິດ ຢ່າງ​ໃກ້​ຊິດ ​ເພື່ອ​ເຮັດ​ໃຫ້​ບັນຫາ​ ຢາ​ເສບ​ຕິດຫລຸດໜ້ອຍຖອຍ​ລົງ ​ເທື່ອ​ລະ​ກ້າວ ​ແລະ ໝົ​ດ​ໄປຈາກສັງຄົມລາວເຮົາ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...