ອົງການອະນາໄມໂລກ ພົບຫລັກຖານ ໄວຣັສຊິກ້າເຮັດໃຫ້ເດັກເກີດໃໝ່ ມີກະໂຫລກຫົວນ້ອຍ ຜິດປົກກະຕິ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ກຸມພາຜ່ານມານີ້ວ່າ ດຣ. ບຣູດ ໄອວາດ ຜູ້ອຳນວຍການ ພະແນກພາວະສຸກເສີນດ້ານສາທາລະນະສຸກ ແລະ ການລະບາດ ຂອງອົງການອະນາໄມໂລກ ຫລື WHO ໄດ້ເປີດເຜີຍວ່າ ແພດໃນປະເທດບຣາຊິນ ໄດ້ພິສູດສົບຂອງຜູ້ເສຍຊີວິດຈາກໄວຣັສຊິກ້າ ແລະ ໄດ້ພົບຫລັກຖານວ່າ ມີໄວຣັສຊິກ້າໃນສະໝອງຂອງເດັກນ້ອຍ ທີ່ເກີດມາພ້ອມກັບສະພາວະກະໂຫລກຫົວນ້ອຍ ຜິດປົກປົກກະຕິ.

ດຣ. ໄອວາດ ລະບຸວ່າ ແພດບຣາຊິນກຳລັງເລັ່ງການວິເຄາະ ເພື່ອພັດທະນາວິທີການທົດສອບ ແລະ ຜະລິດວັກແຊັງ ປ້ອງກັນໄວຣັສຊິກ້າ ໃນໄລຍະຕົ້ນເດືອນໜ້ານີ້ ດ້ວຍການເຊີນນັກຊ່ຽວຊານຈາກສາກົນ ມາປະຊຸມຮ່ວມກັນ ຊຶ່ງຄ້າຍຄືກັນກັບການເຄື່ອນໄຫວ ໃນໄລຍະພະຍາດອີໂບລາລະບາດໃໝ່ໆ.