spot_img
Homeຂ່າວພາຍ​ໃນອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ສປປ.ລາວ ຮ່ວມຈັດກິດຈະກໍາ ວັນມອດໄຟຟ້າໂລກ

ອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ສປປ.ລາວ ຮ່ວມຈັດກິດຈະກໍາ ວັນມອດໄຟຟ້າໂລກ

Published on

ອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ສປປ.ລາວ ຮ່ວມກັບ 55 ພາກສ່ວນທີ່ມາຈາກອົງການຈັດຕັ້ງທາງພາກລັດ-ເອກະຊົນ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ທີ່ເປັນໜ່ວຍງານດໍາເນີນທຸລະກິດກ່ຽວຂ້ອງກັບການອະນຸຮັກທໍາມະຊາດ ແລະ ສິ່ງແວດລ້ອມໃນ ສປປ.ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ສະແດງພະລັງຮ່ວມກັບ 160 ກວ່າປະເທດໃນທົ່ວໂລກຈັດກິດຈະກໍາ ວັນມອດໄຟຟ້າໂລກ ວັນທີ 31 ມີນາ ເຊິ່ງມີຂຶ້ນໃນຕອນຄໍ່າຂອງວັນທີ 19 ມີນາ 2016 ທີ່ອົງການດັ່ງກ່າວ ເຊິ່ງຕັ້ງຢູ່ບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມພອນ ບົວສະຫວັນ ຫົວໜ້າອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ສປປ.ລາວ ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ກະຊວງອ້ອມຂ້າງສູນກາງ ອົງການຈັດຕັ້ງທັງພາກລັດ-ເອກະຊົນ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ນັກຮຽນ ນັກສຶກສາ ອາສາສະໝັກທີ່ມາຈາກຄະນະວິທະຍາສາດ-ປ່າໄມ້ ແລະ ຄະນະສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານຫົວໜ້າອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ສປປ.ລາວ ໃຫ້ຮູ້ວ່າ ກິດຈະກໍາວັນມອດໄຟຟ້າໂລກ ຖືເປັນກິດຈະກໍານຶ່ງທີ່ທົ່ວໂລກໄດ້ຈັດຂຶ້ນທຸກໆປີ ໂດຍສະເພາະແມ່ນໃນໂຕເມືອງໃຫຽ່ໆທົ່ວໂລກເຂົ້າຮ່ວມຂະບວນມອດໄຟຟ້າໂລກ ທີ່ບໍ່ຈໍາເປັນ ປະມານ 60 ນາທີ ຫຼື 1 ຊົ່ວໂມງ ໂດຍການເຂົ້າຮ່ວມຂອງບັນດາຫົວໜ່ວຍທຸລະກິດ ອົງການຈັດຕັ້ງ ໜ່ວຍງານພາກລັດ ແລະ ບຸກຄົນຕ່າງໆ ນັບຫຼາຍຮ້ອຍລ້ານຄົນ ໃນຫຼາຍກວ່າ 7.000 ໂຕເມືອງ ແລະ ໃນຫຼາຍກວ່າ 162 ປະເທດທົ່ວໂລກ ໂດຍແນໃສ່ເປົ້າໝາຍອັນດຽວກັນຄື ພະລັງງານເພື່ອອະນາຄົດ ແລະ ຄວາມຍືນຍົງ ກິດຈະກໍາມອດໄຟຟ້າ 1 ຊົ່ວໂມງ ຖືເປັນກາລະໂອກາດ ແລະ ວິທີແກ້ໄຂໃໝ່ໃນການຮ່ວມພະລັງຂອງມວນຊົນ ເພື່ອແກ້ໄຂບັນຫາສະພາບການປ່ຽນແປງຂອງດິນ ຟ້າ ອາກາດ ເພື່ອປຸກຈິດສໍານຶກໃຫ້ທຸກໆຄົນໃນສັງຄົມ ຮັບຮູ້ ເຂົ້າໃຈໃນບັນຫາ ເຊິ່ງປັດຈຸບັນ ທົ່ວໂລກພວມຜະເຊີນຢູ່ ແລະ ຊອກຫາວິທີທາງແກ້ໄຂຮ່ວມກັນ ເພື່ອປະຢັດພະລັງງານ ປະກອບສ່ວນໃນການຫຼຸດຜ່ອນສະພາວະໂລກຮ້ອນ ກໍຄື ຫຼຸດຜ່ອນອາຍພິດເຮືອນແກ້ວ.

ຂະບວນວັນມອດໄຟຟ້າໂລກ ຈັດຂຶ້ນເປັນຄັ້ງທໍາອິດ ໃນວັນທີ 31 ມີນາ 2007 ທີ່ເມືອງຊິດນີ ປະເທດອົດສະຕຣາລີ ເຊິ່ງມີປະຊາຊົນ ແລະ ພາກສ່ວນທຸລະກິດ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມຫຼາຍກວ່າ 2,2 ລ້ານຄົນ ຕໍ່ມາຂະບວນດັ່ງກ່າວໄດ້ແຜ່ຂະຫຽາຍອອກເຖິງ 370 ເມືອງ ແລະ ເມື່ອປີ 2009 ມີຜູ້ເຂົ້າຮ່ວມ 1 ຕື້ກວ່າຄົນ ຢູ່ໃນ 4.000 ກວ່າໂຕເມືອງໃນ 88 ປະເທດ ແລະ ມີ 162 ປະເທດໃນປັດຈຸບັນ ສໍາລັບຢູ່ ສປປ.ລາວ ກໍໄດ້ສະແດງພະລັງຮ່ວມກັບປະຊາຄົມໂລກ ເປັນຄັ້ງທໍາອິດເມື່ອປີ 2010 ເປັນຕົ້ນມາ.

ປັດຈຸບັນ ມວນມະນຸດໂລກພວມຜະເຊີນບັນຫາໄພພິບັດຕ່າງໆ ທີ່ມີລະດັບຄວາມຮຸນແຮງ ມີລັກສະນະແຜ່ລາມ ແລະ ນັບມື້ນັບເພີ່ມຂຶ້ນ ເຊິ່ງອີງຕາມບົດລາຍງານຂອງຄະນະຊ່ຽວຊານນາໆຊາດ ໄດ້ຊີ້ໃຫ້ເຫັນວ່າ ໃນໄລຍະສະຕະວັດທີ 10-19 ອຸນຫະພູມຂອງໂລກບໍ່ປ່ຽນແປງ ແຕ່ເລີ່ມແຕ່ສະຕະວັດທີ 20 ເປັນຕົ້ນມາ ອຸນຫະພູມໂລກກໍເລີ່ມມີການປ່ຽນແປງ ໂດຍເພີ່ມຂຶ້ນສະເ}jຍ 0,8 ອົງສາເຊ ແລະ ໃນອະນາຄົດ ຄາດຄະເນວ່າ ອຸນຫະພູມຂອງໂລກ ຈະສູງຂຶ້ນແຕ່ 1-4 ອົງສາເຊ ໃນທົດສະວັດສຸດທ້າຍຂອງສະຕະວັດທີ 21 ຖ້າຫາກບໍ່ມີມາດຕະການແກ້ໄຂຢ່າງຈິງຈັງ ຢ່າງໃດກໍຕາມ ຕໍ່ໜ້າສະພາບການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ປະຊາຄົມທົ່ວໂລກ ຈຳເປັນຕ້ອງໄດ້ຮ່ວມແຮງຮ່ວມໃຈ ຕໍ່ສູ້ກັບການປ່ຽນແປງດິນ ຟ້າອາກາດ ບົນພື້ນຖານແຫ່ງຄວາມຮັບຜິດຊອບຮ່ວມກັນ ຕາມຄວາມອາດສາມາດຂອງໃຜລາວ ໂດຍຕ້ອງມີມາດຕະການປະຕິບັດຮ່ວມກັນ ເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວສູ່ຊັ້ນບັນຍາກາດ.

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...