Homeຂ່າວຕ່າງປະເທດອີຢິບພົບຫ້ອງລັບໃນສຸສານ "ຟາໂຣຕຸຕັນຄາມຸນ" ຄາດວ່າເປັນບ່ອນເກັບຮ່າງພະນາງເນເຟີຣ໌ຕິຕິ ຣາຊິນີຜູ້ງົດງາມ

ອີຢິບພົບຫ້ອງລັບໃນສຸສານ “ຟາໂຣຕຸຕັນຄາມຸນ” ຄາດວ່າເປັນບ່ອນເກັບຮ່າງພະນາງເນເຟີຣ໌ຕິຕິ ຣາຊິນີຜູ້ງົດງາມ

Published on

ອີຢິບພົບຫ້ອງລັບໃນສຸສານຂອງຟາໂຣຕຸຕັນຄາມຸນ ຄາດອາດເປັນບ່ອນເກັບຮ່າງພະນາງເນເຟີຣ໌ຕິຕິ ຣາຊິນີຜູ້ງົດງາມ!

A picture taken on November 28, 2015 shows the sarcophagus of King Tutankhamun displayed in his burial chamber in in the Valley of the Kings, close to Luxor, 500 kms south of the Egyptian capital, Cairo. Scans in King Tutankhamun's tomb in Egypt's Valley of the Kings point to a hidden chamber, the country's antiquities minister said Saturday, possibly heralding the discovery of Queen Nefertiti's resting place. AFP PHOTO / KHALED DESOUKI

A picture taken on November 28, 2015 shows the sarcophagus of King Tutankhamun displayed in his burial chamber in in the Valley of the Kings, close to Luxor, 500 kms south of the Egyptian capital, Cairo. Scans in King Tutankhamun’s tomb in Egypt’s Valley of the Kings point to a hidden chamber, the country’s antiquities minister said Saturday, possibly heralding the discovery of Queen Nefertiti’s resting place. AFP PHOTO / KHALED DESOUKI

ຫຼັງຈາກທີ່ ໂຣເວີຣສ໌ ລີຟສ໌ ນັກອີຢິບວິທະຍາຊາວອັງກິດຄົ້ນພົບປະຕູ 2 ບານ ຊ້ອນຢູ່ດ້ານຫຼັງກຳແພງດ້ານທິດເໜືອໃນສຸສານຂອງຟາໂຣຕຸຕັນຄາມຸນ ໃນເມືອງ ລັກຊໍຣ ຂອງປະເທດອີຢິບ ແລະ ການກວດພົບອຸນຫະພູມດ້ານຝາກຳແພງທາງທິດເໜືອເຊັ່ນກັນທີ່ແຕກຕ່າງກັບຝາໃນສ່ວນອື່ນໆ ໂດຍການໃຊ້ລັງສີອິນຟາເຣດ ຍິ່ງຕອກຢ້ຳຄວາມເປັນໄປໄດ້ຂອງຂໍ້ສັນນິຖານທີ່ວ່າ ພາຍໃນສຸສານແຫ່ງນີ້ອາດມີຮ່າງຂອງພະນາງ ເນເຟີຣ໌ຕິຕິ ຣາຊິນີຜູ້ງົດງາມ ແລະ ພະມານດາຂອງຟາໂຣຕຸຕັນຄາມຸນຝັງຢູ່ດ້ວຍ.

Egypt's Antiquities Minister Mamduh Damati speaks about radar scans of the tomb of pharaoh Tutankhamun in the ancient necropolis of Luxor which show a "90 percent" chance of two hidden chambers, possibly containing organic material, during a press conference at the antiquities ministry in Cairo on ?March 17, ?2016. Archaeologists had scanned the tomb to find what some believe could be the resting place of Queen Nefertiti, the legendary beauty and wife of Tutankhamun's father whose mummy has never been found. / AFP PHOTO / MOHAMED EL-SHAHED
Egypt’s Antiquities Minister Mamduh Damati speaks about radar scans of the tomb of pharaoh Tutankhamun in the ancient necropolis of Luxor which show a “90 percent” chance of two hidden chambers, possibly containing organic material, during a press conference at the antiquities ministry in Cairo on ?March 17, ?2016. Archaeologists had scanned the tomb to find what some believe could be the resting place of Queen Nefertiti, the legendary beauty and wife of Tutankhamun’s father whose mummy has never been found. / AFP PHOTO / MOHAMED EL-SHAHED

ລ່າສຸດ ມາມດູ ອັລດາມາຕີ ລັດຖະມົນຕີກະຊວງບູຮານວັດຖຸຂອງອີຢິບເຜີຍຜົນການສະແກນສຸສານດ້ວຍເຣດາວ່າ ພົບຊ່ອງວ່າງອິນຊີວັດຖຸຢູ່ບໍລິເວນກຳແພງດ້ານທິດເໜືອ ແລະ ທິດຕະເວັນຕົກຂອງສຸສານ ໂດຍເຊື່ອວ່າເປັນໄປໄດ້ເຖິງ 90% ທີ່ຈະມີອີກ 2 ຫ້ອງຊ້ອນຢູ່ພາຍໃນ ແຕ່ຍັງບໍ່ທັນມີການຢືນຢັນທີ່ແນ່ຊັດວ່າ ອິນຊີທີ່ພົບນັ້ນເປັນ ມ່ຳມີ້ ແຕ່ຄາດວ່າເປັນໄປໄດ້ທີ່ຮ່າງພະນາງ ເນເຟີຣ໌ຕິຕິ ຈະຖືກຝັງຢູ່ໃນຫ້ອງດັ່ງກ່າວ.

ຫຼັງຈາກຜູ້ຊ່ຽວຊານຈະໃຊ້ສັນຍານໃນຫ້ອງດ້ວຍເຣດາທີ່ທັນສະໄໝກວດສອບສຸສານອີກຄັ້ງ ເພື່ອວັດຂະໜາດ, ຄວາມໜາຂອງປະຕູທັງສອງ ແລະ ຄາດວ່າອາດຮູ້ຄຳຕອບໃນວັນທີ 1 ເມສານີ້ ແລະ ໃຊ້ເທັກໂນໂລຢີທີ່ທັນສະໄໝຄົ້້ນຫາຄວາມຈິງທີ່ຊ້ອນຢູ່ໃນສຸສານນັບພັນປີແຫ່ງນີ້ຕໍ່ໄປ.

ແຫລ່ງຂ່າວຈາກ: ເວັບໄຊ໌ ໂພສຕ໌ທູເດ.ຄອມ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...