spot_img
Homeຂ່າວຕ່າງປະເທດອິນເດຍຈະສຳຫຼວດດວງອາທິດຄັ້ງທຳອິດໃນປີ 2020

ອິນເດຍຈະສຳຫຼວດດວງອາທິດຄັ້ງທຳອິດໃນປີ 2020

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 16 ມິຖຸນາຜ່ານມາທີ່ນະຄອນຫຼວງນິວເດລີ ປະເທດອິນເດຍ ໂດຍອ້າງການເປີດເຜີຍຂອງ ກ. ສິວານ ປະທານອົງການວິໄຈອະວະກາດອິນເດຍ (ISRO) ທີ່ລະບຸວ່າ ອິນເດຍຈະປະຕິບັດພາລະກິດທາງອະວະກາດ “ອາດິຕຢາ-ແອລ1” (Aditya-L1) ເພື່ອການສຶກສາດວງອາທິດເປັນຄັ້ງທຳອິດຂອງປະເທດພາຍໃນປີ 2020 ທີ່ຈະມາເຖິງນີ້.

ໂດຍເປົ້າໝາຍຂອງພາລະກິດດັ່ງກ່າວກໍເພື່ອສັງເກດການດວງອາທິດຢ່າງຕໍ່ເນື່ອງດ້ວຍຍານອະວະກາດອາດິຕຢາ-ແອລ1 ຊຶ່ງຈະປະຕິບັດການຢູ່ໃນໂຄໂຣນາ “Corona” (ຊັ້ນບັນຍາ ກາດນອກສຸດຂອງດວງອາທິດ)  ທັງນີ້ ສິວານ ຍັງກ່າວອີກວ່າ “ດວງອາທິດຍັງມີອີກຫຼາກຫຼາຍຢ່າງໃຫ້ພວກເຮົາໄປຄົ້ນຫາ” ຂະນະທີ່ຍານອະວະກາດລຳນີ້ຈະຖືກສົ່ງເຂົ້າສູ່ວົງໂຄຈອນຮາໂລ (halo orbit) ບໍລິເວນຈຸດລາກຮອງ 1 (L1) ຊຶ່ງຫ່າງຈາກດາວໂລກ 1,5 ລ້ານກີໂລແມັດ ເພື່ອເປັນຂໍ້ມູນ ແລະ ປະໂຫຍດຕໍ່ການສັງເກດດວງອາທິດຢ່າງຕໍ່ເນື່ອງ.

ນອກຈາກນີ້ ອົງການວິໄຈອະວະກາດຂອງອິນເດຍກໍພວມວາງແຜນການກໍ່ສ້າງສະຖານີອະວະກາດຂອງອິນເດຍພາຍໃນປີ 2030 ອີກດ້ວຍ ຊຶ່ງປັດຈຸບັນອິນເດຍກຳລັງມຸ່ງໝັ້ນກັບ ການສົ່ງຍານອະວະກາດໄປດວງຈັນຄັ້ງທີ 2 ໃນຊື່ ຈັນທຣາຍານ-2 (Chandrayaan-2) ຊຶ່ງເປັນຍານອະວະກາດລຸ້ນປັບປຸງໃໝ່ຈາກຈັນທຣາຍານ-1 ເມື່ອປະມານ 10 ຜ່ານມາກ່ອນທີ່ຈະປ່ອຍຂຶ້ນສູ່ອະວະກາດໃນວັນທີ 15 ກໍລະກົດນີ້.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: sanook.com

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...