spot_img
Homeຂ່າວພາຍ​ໃນສານປະຊາຊົນແຂວງວຽງຈັນ ຕັດສິນຈຳຄຸກຈຳເລີຍ 13 ຄົນ

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳຄຸກຈຳເລີຍ 13 ຄົນ

Published on

ໃນວັນທີ 19 ມັງກອນ 2022 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີຈຳເລີຍຈຳນວນ 13 ຄົນຄື:

  1. ທ້າວ ວິໄລສັກ ອາຍຸ 33 ປີ,ອາຊີບກຳມະກອນ ຢູ່ບ້ານ ນາສົມບູນ ເມືອງສະນະຄາມ ແຂວງວຽງຈັນຖືກກັກຕົວ ຄັ້ງວັນທີ 3 ຕຸລາ 2021 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງເພື່ອເສບ ຈໍານວນ 10 ເມັດ ສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ 2 ປີ ປັບໃໝ 10 ລ້ານກີບ,
  2. ທ້າວສີສະມຸດ ອາຍຸ 33 ປີ ອາຊີບເຮັດນາ ຢູ່ບ້ານ ໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽຈັນ ຖືກກັກຕົວຄັ້ງວັນທີ 22 ທັນວາ 2020 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 18 ເມັດ ສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ,
  3. ນາງເບຍລີ ອາຍຸ 76 ປີ ອາຊີບເຮັດນາ ຢູ່ບ້ານ ໂພນຄຳເໝືອ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 29 ກໍລະກົດ 2021 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ແລະ ເຮໂລອິນ ຈຳນວນ 130 ເມັດ ສານປະຊາຊົນແຂວງວຽງຈັນ ຈຶງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ 7 ປີ 6 ເດືອນ ປັບໃໝ 30 ລ້ານກີບ,
  4. ທ້າວຈ່ອຍ ອາຍຸ 27 ປີ ອາຊີບກຳມະກອນ ຢູ່ບ້ານທ່າຊັນ ເມືອງແກ້ວອຸດົມ ແຂວງວຽງຈັນ ຖຶກກັກຕົວຄັ້ງວັນທີ 6 ພະຈິກ 2020 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າຈຳນວນ 26 ເມັດດັ່ງນັ້ນສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ,
  5. ທ້າວ ເຈີລໍ່ ອາຍຸ 30 ປີ ອາຊີບ ຊາວນາ ຢູ່ບ້ານ ຜາສັງ ເມືອງເຟືອງ ແຂວງວຽງຈັນຖືກກັກຕົວຄັ້ງວັນທີ 27 ທັນວາ 2020 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 24 ເມັດ ສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບຈຳເລີຍ 12 ປີ ປັບໃໝ 140 ລ້ານກີບ,
  6. ທ້າວ ເພັດສະໜອນ ຫຼື ແດງ ອາຍຸ 34 ອາຊີບກຳມະກອນ ຢູ່ບ້ານແກ້ວກວ້າງ ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 25 ທັນວາ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດປະເພດຢາບ້າ ຈຳນວນ 17 ເມັດສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ,
  7. ທ້າວ ລຽ້ງ ອາຍຸ 48 ປີ ອາຊີບຊາວນາ ຢູ່ບ້ານ ບໍ່ ເມືອງທຸລະຄົມ ແຂວງວຽຈັນ ຖືກກັກຕົວໃນຄັ້ງວັນທີ 16 ທັນວາ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 34 ເມັດ ສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ,
  8. ທ້າວ ຄຳແພງ ອາຍຸ 42 ປີ ອາຊີບຊາວນາ ຢູ່ບ້ານ ນາງີ້ວ ເມືອງແມດ ແຂວງວຽງຈັນ ສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບທ້າວຄຳແພງ ຈຳເລີຍ 7 ປີ ປັບໃໝ 46ລ້ານກີບ,
  9. ທ້າວ ພອນ ອາຍຸ 38 ປີ ອາຊີບຊາວນາ ຢູ່ບ້ານ ນາງີ້ວ ເມືອງແມດ ແຂວງວຽງຈັນຖືກກັກຕົວຄັ້ງວັນທີ 5 ທັນວາ ໃນຂໍກ່າວຫາ ຄ້າຂາຍຢາເສບຕິປະເພດຢາບ້າ ຈຳນວນ 31 ເມັດ ສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບທ້າວພອນ ຈໍາເລີຍ 5 ປີ ປັບໃໝ 10 ລ້ານກີບ,
  10. ທ້າວຕົງທ່າວ ອາຍຸ 47 ປີ ອາຊີບຊາວນາ ຢູ່ບ້ານ ນາບອນ ເມືອງໂພນໂຮງ ແຂວງວຽງຈັນ, ສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບ ທ້າວຕົງທ່າວ ຈຳເລີຍ 16 ປີ ປັບໃໝ 178 ລ້ານ,
  11. ທ້າວຈັ້ງວ່າງ ອາຍຸ 57 ປີ ອາຊີບ ຊາວນາ ຢູ່ບ້ານ ໂພນຄຳເໝືອ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 22 ກໍລະກົດ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດປະເພດຢາບ້າຈຳນວນ 507 ເມັດ, ເຮໂລອິນ ແລະ ມີອາວຸດເສີກໄວ້ໃນຄອບຄອງ ສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບ ທ້າວຈັ້ງວ່າງ ຈໍາເລີຍ ຕະຫຼອດຢູ່ໃນຄຸກ,
  12. ທ້າວພູເງີນ ອາຍຸ 40 ອາຊີບ ຊາວນາ ຢູ່ບ້ານ ຖິ່ນຄຳ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 24 ມີຖຸນາ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 500 ເມັດ ດັ່ງນັ້ນສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ,
  13. ທ້າວ ຍັງ ອາຍຸ 26 ປີ ອາຊີບຊາວນາ ຢູ່ບ້ານ ນາສັກ ເມືອງຊະນະຄາມ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 28 ພຶດສະພາ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 519 ເມັດ ສານປະຊາຊົນແຂວງວຽງຈັນຈຶງຕັດສິນລົງໂທດຕັດອິດສິຫຼະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ.

ຂ່າວ: ປກສ ແຂວງວຽງຈັນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...