Home​ຂ່າວທ່ອງທ່ຽວສະໜາມບິນໜອງຄ້າງເຮັດໃຫ້ການທ່ອງທ່ຽວຢູ່ແຂວງຫົວພັນຄຶກຄື້ນກວ່າເກົ່າ

ສະໜາມບິນໜອງຄ້າງເຮັດໃຫ້ການທ່ອງທ່ຽວຢູ່ແຂວງຫົວພັນຄຶກຄື້ນກວ່າເກົ່າ

Published on

ນັກທ່ອງທ່ຽວໃຫ້ຄວາມສົນໃຈເດີນທາງໄປທ່ອງທ່ຽວຢູ່ແຂວງຫົວພັນ ນັບມື້ເພີ່ມຂຶ້ນ ໂດຍສະເພາະນັບແຕ່ເປີດ ນໍາໃຊ້ສະໜາມບິນໜອງຄ້າງຢູ່ເມືອງຊໍາເໜືອ ແຕ່ກາງເດືອນພຶດສະພາ ປີ 2023 ນີ້ເປັນຕົ້ນມາ. ຂະນະທີ່ອົງການປົກຄອງແຂວງກຽມພັດທະນາຫລາຍແຫລ່ງທ່ອງທ່ຽວໃຫ້ໄດ້ມາດຕະຖານ ແລະ ດຶງດູດໃຈນັກທ່ອງທ່ຽວກວ່າເກົ່າ.

ທ່ານ ນາງ ມະໄລທອງ ບຸນຍາໄຊ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຫົວພັນໃຫ້ຮູ້ວ່າ: ນັບແຕ່ເປີດນໍາໃຊ້ສະໜາມບິນໜອງຄ້າງ, ມາຮອດປັດຈຸບັນມີ 2 ສາຍການບິນທີ່ບໍລິການຖ້ຽວບິນຈາກນະຄອນຫລວງວຽງຈັນ-ຊໍາເໜືອ, ເຊີ່ງແຕ່ລະຖ້ຽວມີນັກທ່ອງທ່ຽວໃຊ້ບໍລິການເປັນຈໍານວນຫລາຍເຮັດໃຫ້ການທ່ອງທ່ຽວພາຍໃນແຂວງຫົວພັນຄຶກຄື້ນຂຶ້ນຫລາຍເມື່ອທຽບໃສ່ເມື່ອກ່ອນ, ໃນນີ້ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດທີ່ໄປເປັນຄອບຄົວ ແລະ ເປັນກຸ່ມ, ສ່ວນນັກທ່ອງທ່ຽວຕ່າງປະເທດຍັງມີໜ້ອຍ, ນັບແຕ່ເປີດນໍາໃຊ້ສະໜາມດັ່ງກ່າວມາຮອດປັດຈຸບັນເຖີງວ່າຍັງບໍ່ທັນເກັບກໍາຕົວສະຖິຕິໄດ້ຢ່າງລະອຽດ, ແຕ່ເຫັນວ່າມີນັກທ່ອງທ່ຽວເພີ່ມຂຶ້ນຢ່າງຫລວງຫລາຍ, ເຊີ່ງຫລັງຈາກເດີນທາງຮອດເມືອງຊໍາເໜືອແລ້ວ ນັກທ່ອງທ່ຽວໄດ້ເໝົາລົດຕູ້ໄປທ່ຽວຢູ່ສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆ ພາຍໃນແຂວງ ແລະ ບາງກຸ່ມເດີນທາງໄປທ່ຽວຕໍ່ທີ່ຫວຽດນາມ.

ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຫົວພັນໃຫ້ຮູ້ຕື່ມວ່າ: ເພື່ອດຶງດູດນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວແຂວງຫົວພັນນັບມື້ເພີ່ມຂຶ້ນ, ຂະແໜງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວພວມສຸມໃສ່ພັດທະນາແຫລ່ງທ່ອງທ່ຽວໃນຫລາຍດ້ານ ເປັນຕົ້ນ:ກໍາລັງສະເໜີຕໍ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເພື່ອພັດທະນາແຫລ່ງທ່ອງທ່ຽວຫລາຍແຫ່ງ ໂດຍສະເພາະແມ່ນແຫລ່ງທ່ອງທ່ອງທາງຍຸດທະສາດ ພູຜາຖີ່ໃຫ້ສາມາດແຂ່ງຂັນ ແລະ ເຊື່ອມຕໍ່ກັບປະເທດໃກ້ຄຽງ, ຖໍ້າປະຫວັດສາດຢູ່ເມືອງວຽງໄຊ ແລະ ປັບປຸງທາງເຂົ້າສວນອຸທິຍານຫີນຕັ້ງຢູ່ເມືອງຫົວເມືອງ, ສົ່ງເສີມການທ່ອງທ່ຽວໃນໂອກາດງານດອກຄາຍປ່າ, ພ້ອມທັງປູກຕົ້ນດອກຄາຍປ່າລຽບເສັ້ນທາງແຕ່ສະໜາມບິນໜອງຄ້າງຫາເທດສະບານແຂວງ 1 ໝື່ນເບ້ຍເພື່ອຄວາມສວຍງາມແລະອື່ນໆ.

ສໍາລັບຈໍານວນນັກທ່ອງທ່ຽວທີ່ເດີນທາງເຂົ້າໄປທ່ອງທ່ຽວຢູ່ແຂວງຫົວພັນ ໃນໄລຍະ 4 ເດືອນ ນັບແຕ່ເດືອນ ມັງກອນ ຫາ ເດືອນເມສາຜ່ານມາ ມີນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວແຂວງ ຫົວພັນປະມານ 18.800 ກວ່າຄົນ.ໃນນີ້ ມີນັກທ່ອງທ່ຽວພາຍໃນ 7.200 ກວ່າຄົນ ແລະ ຕ່າງປະເທດ 11.600 ກວ່າຄົນ ເມື່ອທຽບໃສ່ແຜນການ 6 ເດືອນຕົ້ນປີ 2023 ປະຕິບັດໄດ້ເກືອບ 71 ສ່ວນຮ້ອຍ, ສ້າງລາຍຮັບໃຫ້ໄດ້ 12 ຕື້ 800 ກວ່າລ້ານກີບເທົ່າກັບ 67 ກວ່າສ່ວນຮ້ອຍ, ຖ້າທຽບໃສ່ 4 ເດືອນຕົ້ນປີ 2022 ເພີ່ມຂຶ້ນຫລາຍກວ່າ 300 ສ່ວນຮ້ອຍ.%

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ເຝົ້າລະວັງ-ຮັບມື ພະຍາດອີໂບລາ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນທະວີບອາຟຣິກາ (ລາວແມ່ນມີຄວາມສ່ຽງຕໍ່າ)

ໃນວັນທີ 03 ມິຖຸນາ 2026 ທີ່ຜ່ານມາ ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນບັນດາປະເທດຢູ່ທະວີບອາຟຣິກາ. ພະຍາດອີໂບລາເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ເປັນພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນໄດ້...

ມ້າງແກ້ງສະແກມເມີຈີນ ເຈົ້າໜ້າເມືອງໄຊທານີ ເຂົ້າມ້າງແກ້ງສະແກມເມີ ກັກຕົວຜູ້ກະທຳຜິດ 24 ຄົນ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທາງໂທລະຄົມ ຫຼື ອາຊະຍາກຳທາງລະບົບຄອມພິວເຕີ ກໍຄື ການປາບປາມພວກສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ. ຄຽງຄູ່ກັນນັ້ນ,...

ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນຊ່ຽວຊານ ນະຄອນຫາງໂຈ  ແຂວງເຈີ້ຈ່ຽງ  ສປ ຈີນ

ໃນວັນທີ 02 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ...