spot_img
Homeຂ່າວພາຍ​ໃນສຄອຊ ຕ້ອງສືບຕໍ່ເປັນຂົວຕໍ່ລະຫວ່າງ ພາກລັດ ແລະ ພາກທຸລະກິດ

ສຄອຊ ຕ້ອງສືບຕໍ່ເປັນຂົວຕໍ່ລະຫວ່າງ ພາກລັດ ແລະ ພາກທຸລະກິດ

Published on

ອີງຕາມສຳນັກຂ່າວປະເທດລາວລາຍງານ, ເນື່ອງໃນໂອກາດ ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ວຽກງານຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃນວັນທີ 26 ສິງຫາ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ສຄອຊ ຕ້ອງສືບຕໍ່ປຸກລະດົມບັນດາຫົວໜ່ວຍທຸລະກິດ ເຕົ້າໂຮມຄວາມສາມັກຄີ ແລະ ເປັນຂົວຕໍ່ລະຫວ່າງພາກລັດ ແລະ ພາກທຸລະກິດ, ປັບປຸງກົງຈັກການຈັດຕັ້ງ ສຄອຊ ໃຫ້ເຂັ້ມແຂງ ເປັນກຳລັງແຮງສຳຄັນໃຫ້ລັດຖະບານ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມີຄໍາເຫັນໃນ 3 ຫົວຂໍ້ສຳຄັນ ຄື: ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ກໍຄືຂອງຄະນະສະເພາະກິດ 19/ກມສພ; ການແກ້ໄຂບັນຫາຂໍ້ສະເໜີທີ່ຍັງຄົງຄ້າງ 20 ຂໍ້ ຂອງກອງປະຊຸມທຸລະກິດລາວ ຄັ້ງທີ 14 ທີ່ຕິດພັນກັບພາກລັດຖະບານ ແລະ ການຍົກສູງຄວາມອາດສາມາດໃນການນໍາພາຂອງ ສຄອຊ ໂດຍ ທ່ານນາຍົກ ເນັ້ນວ່າ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເປັນອົງກອນໜຶ່ງທີ່ສໍາຄັນ ແລະ ສູງສຸດ ຂອງພາກທຸລະກິດລາວ, ມີພາລະບົດບາດສໍາຄັນ ໃນການເຕົ້າໂຮມຄວາມສາມັກຄີເປັນອັນໜຶ່ງອັນດຽວກັນຂອງບັນດານັກທຸລະກິດ ຜູ້ປະກອບການ ຫລາຍຂະແໜງ, ຫລາຍອາຊີບ ແລະ ເປັນຂົວຕໍ່ລະຫວ່າງພາກລັດ ແລະ ພາກທຸລະກິດ, ຖ້າຫາກກົງຈັກການຈັດຕັ້ງຂອງສະພາການຄ້າ ແລະ ອຸດສາຫະກໍາ, ບັນດາສະມາຄົມທຸລະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມເຂັ້ມແຂງເທົ່າໃດ, ເຮັດວຽກໄດ້ດີເທົ່າໃດ ເສດຖະກິດຂອງປະເທດເຮົາກໍຈະດີຂຶ້ນ ແລະ ຈະເປັນກໍາລັງແຮງທີ່ສໍາຄັນໃຫ້ລັດຖະບານໃນການສົ່ງເສີມການລົງທຶນ, ການຄ້າ, ການບໍລິການ ແລະ ເຮັດໃຫ້ທຸລະກິດໃນສັງຄົມຂອງພວກເຮົາມີການເຄື່ອນໄຫວດີຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສົ່ງເສີມການຜະລິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ພາກລັດ ແລະ ພາກທຸລະກິດ ແມ່ນຫຸ້ນສ່ວນ ສໍາຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ ໃນຂະບວນການພັດທະນາປະເທດຊາດຂອງພວກເຮົາໃຫ້ຈະເລີນກ້າວໜ້າ; ພາກລັດ, ກໍຕ້ອງໄດ້ຫັນປ່ຽນທັດສະນະແນວຄິດ ແລະ ການກະທໍາຂອງຕົນ ຈາກທີ່ຊິນເຄີຍເປັນຜູ້ຄວບຄຸມແຕ່ດ້ານດຽວ ມາເປັນຜູ້ບໍລິຫານຈັດການ ຊຶ່ງໃນນັ້ນມີໜ້າທີ່ເຮັດການບໍລິການ ຮັບໃຊ້ປະຊາຊົນເປັນອັນສໍາຄັນ. ສໍາລັບພາກທຸລະກິດ ແລະ ຜູ້ປະກອບການກໍຕ້ອງຮີບຮ້ອນປັບປຸງ ແກ້ໄຂຂອດອ່ອນ, ພັດທະນາຍົກສູງຄວາມອາດສາມາດຂອງຕົນເອງໃຫ້ຫລາຍຂຶ້ນກວ່າເກົ່າໃນຫລາຍດ້ານ, ຕ້ອງໄດ້ປັບປຸງຮູບແບບ ແລະ ວິທີການດໍາເນີນທຸລະກິດໃຫ້ແທດເໝາະກັບສະພາບການປ່ຽນແປງໃໝ່, ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍ, ປະກອບສ່ວນພັນທະໃຫ້ລັດຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.

ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ສະພາການຄ້າ ແລະ ອຸດສາຫະກໍາ, ສະມາຄົມ ແລະ ກຸ່ມທຸລະກິດ ຕ້ອງໄດ້ສືບຕໍ່ປຸກລະດົມບັນດາຫົວໜ່ວຍທຸລະກິດ ເຂົ້າເປັນສະມາຊິກ, ເຕົ້າໂຮມຄວາມສາມັກຄີ, ປັບປຸງກົງຈັກການຈັດຕັ້ງຂອງສະພາການຄ້າ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງຂຶ້ນ ໂດຍສະເພາະໃນກອງປະຊຸມໃຫຍ່ ເພື່ອຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ຂອງ ສຄອຊ ທີ່ຈະຈັດຂຶ້ນໃນທ້າຍປີ 2023 ນີ້, ໄປຄຽງຄູ່ກັບການພັດທະນາ, ສົ່ງເສີມ ແລະ ສ້າງຄວາມອາດສາມາດ ໃຫ້ຫົວໜ່ວຍທຸລະກິດ ໃຫ້ມີຄວາມເປັນມືອາຊີບຫລາຍຂຶ້ນ. ການຄັດເລືອກຍ້ອງຍໍນັກທຸລະກິດ ແລະ ຫົວໜ່ວຍທຸລະກິດດີເດັ່ນ ບໍ່ໃຫ້ມີລັກສະນະສະເລ່ຍ ຫລື ເບິ່ງຕາມຕໍາແໜ່ງ ຫລາຍກວ່າເບິ່ງຜົນງານຕົວຈິງ ຊຶ່ງໃນໄລຍະຜ່ານມາ ສຄອຊ ຈັດຕັ້ງປະຕິບັດໄດ້ດີແລ້ວ ແລະ ໃຫ້ສືບຕໍ່ປັບປຸງໃຫ້ດີຂຶ້ນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...