spot_img
Homeຂ່າວການພັດທະນາວິໄສທັດການພັດທະນາປະເທດໃນຕໍ່ໜ້າ

ວິໄສທັດການພັດທະນາປະເທດໃນຕໍ່ໜ້າ

Published on

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ເຊິ່ງພາຍໃຕ້ຄຳຂວັນ ສູ້ຊົນພັດທະນາປະເທດເຮົາໃຫ້ຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະ ນາ ໃນປີ 2020, ກ້າວໄປສູ່ປະເທດກຳລັງພັດທະນາ ມີລາຍຮັບປານກາງສູງ ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ ເມື່ອເຖິງປີ 2030 ຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ເມສາ 2016 ເພື່ອພິຈາລະນາ ແລະ ຮັບຮອງ .

ທ່ານ ດຣ.ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ໄດ້ຍົກ ໃຫ້ເຫັນເມື່ອຮອດປີ 2030 ຕ້ອງສືບຕໍ່ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງ ທີ່ໝັ້ນຄົງ ແລະ ມີຄວາມສະຫງົບປອດໄພທາງສັງຄົມຢ່າງໜັກແໜ້ນ, ລວມຍອດມູນຄ່າຜະລິດ ຕະພັນ

ພາຍໃນ ຈີດີພີ ຫລາຍກວ່າປີ 2015, ສີ່ເທົ່າ. ມີຄວາມສາມາດເປັນເຈົ້າຕົນເອງທາງດ້ານການເງິນ, ລະ ບົບການເງິນ-ເງິນຕາ, ມີຄວາມຄ່ອງຕົວ ແລະ ເອື້ອອຳນວຍແກ່ການບໍລິການດ້ານການເງິນ, ການລົງທຶນ ແລະ ການຜະລິດທຸລະກິດ. ການພັດທະນາເສດຖະກິດໄປຕາມທິດພູມປັນຍາ, ຫັນເປັນອຸດສາຫະກຳ ແລະ ທັນສະໄໝຕາມທິດສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ, ປະຊາຊົນສ່ວນໃຫຍ່ ມີຊີວິດການເປັນຢູ່ດີຂຶ້ນ ແລະ ມີຄວາມຜາສຸກ, ການພັດທະນາເສດຖະກິດໃຫ້ມີຄວາມສົມດູນ ກັບການພັດທະນາວັດທະນະ ທຳ-ສັງຄົມ ສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສິດທິຂອງພົນລະເມືອງ ມີຄວາມຮັບປະ ກັນດ້ວຍກົດໝາຍທີ່ສັກສິດ, ຊັບພະຍາກອນມະນຸດໄດ້ຮັບການພັດທະນາໃກ້ຄຽງກັບພາກພື້ນແລະ ສາກົນ.

ຮອດປີ 2025 ປະເທດ ຈະມີລາຍຮັບປານກາງ ຈີດີພີ ຈະລື່ນປີ 2015 ສອງເທົ່າ, ປະຊາຊົນສ່ວນໃຫຍ່ມີຖານະພໍກິນພໍໃຊ້ ແລະ ບັນລຸຄາດໝາຍສະຫັດສະວັດດ້ານການພັດທະນາຢ່າງສົມບູນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີກວ່າເກົ່າ. ສປປ ລາວ ສາມາດເຂົ້າຮ່ວມ ແລະ ເພີ່ມທະ ວີການແຂ່ງຂັນ ໃນຂະບວນວິວັດແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ. ສຳ ລັບໃນ 5 ປີຕໍ່ໜ້າ ພັກໄດ້ກຳນົດທິດທາງໜ້າທີ່ລວມ ແລະ ຄາດໝາຍໃຫຍ່ຈຳນວນໜຶ່ງ ໂດຍຢຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ ໃຫ້ເລິກເຊິ່ງເຖິງຖອງດ້ວຍການສືບຕໍ່ສ້າງບາດກ້າວບຸກທະລຸທັງ 4 ດ້ານ ຢ່າງແຂງແຮງເປັນຮູບປະທຳ, ບູລະນະອຳນາດແຫ່ງລັດ ກໍຄືການຄຸ້ມຄອງບໍລິຫານ ຕາມທິດສ້າງລັດປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ.

ຮອດປີ 2020 ຫລື 5 ປີຕໍ່ໜ້າ ຈະສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງເຮັດໃຫ້ປະ ເທດຊາດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ, ລາຍຮັບ ຈີດີພີ ລື່ນປີ 2015 ປະມານ 1,6 ເທົ່າ, ໂຄງປະກອບເສດຖະກິດແຫ່ງຊາດ ມີການຫັນປ່ຽນຕາມທິດຫັນເປັນອຸດສາຫະກຳ-ທັນສະໄໝ ແລະ ມີຄວາມຍືນຍົງ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...