spot_img
Homeນານາສາລະວິທີຫຼຸດໄຂ້ລູກນ້ອຍແບບໄດ້ດີພຽງ 5 ນາທີ

ວິທີຫຼຸດໄຂ້ລູກນ້ອຍແບບໄດ້ດີພຽງ 5 ນາທີ

Published on

ພໍ່ແມ່ທຸກຄົນມັກມີຄວາມເຄັ່ງຄຽດ ເມື່ອລູກນ້ອຍເປັນໄຂ້ ເພາະການເປັນໄຂ້ບໍ່ພໍເທົ່າໃດມື້ກໍເຮັດໃຫ້ລູກມີຮ່າງກາຍອ່ອນເພຍລົງ ພໍ່ແມ່ຕ້ອງໄດ້ພາລູກນ້ອຍໄປໂຮງໝໍຕະຫຼອດ, ມື້ນີ້ເຮົາມີວິທີງ່າຍໆ ໃນການຫຼຸດໄຂ້ລູກນ້ອຍໄດ້ດີ ໃຊ້ເວລາພຽງ 5 ນາທີເທົ່ານັ້ນ

  • ໃຊ້ຜ້າເຢັນ: ການເອົາຜ້າເຢັນແປະໜ້າຜາກໃນເວລາທີ່ລູກນອນຫຼັບ ຈະເຮັດໃຫ້ໄຂ້ຫຼຸດລົງ
  • ບົດມັນຝຣັ່ງ: ເອົາມັນຝຣັ່ງມາລ້າງປອກເລືອກ ແລ້ວບົດ ຈາກນັ້ນກໍເອົາມັນຝຣັ່ງບົດໃສ່ຖົງເທົ້າລູກນ້ອຍ ຈະເຮັດໃຫ້ຮູ້ສຶກຜ່ອນຄາຍ,
  • ອາບນໍ້າອຸ່ນ: ການອາບນໍ້າອຸ່ນ ຈະເຮັດໃຫ້ເກີດການລະເຫີຍ ແລ້ວຮ່າງກາຍຈະເຢັນລົງ ແລະຫ້າມອາບນໍ້າເຢັນໃຫ້ລູກ ເພາະມັນເປັນການເພີ່ມອຸ່ນຫະພູມໃນຮ່າງກາຍຈະເຮັດໃຫ້ລູກນ້ອຍຫນາວສັ່ນໄດ້
  • ໃຫ້ລູກນ້ອຍຢູ່ໃນສະຖານທີ່ສະດວກ: ລູກນ້ອຍຄວນຢູ່ພາຍໃນບ້ານທີ່ມີອາກາດເຢັນ, ຖ້າພາໄປນອກກໍຄວນພາຢູ່ບ່ອນຮົ່ມ
  • ເປີດພັດລົມ: ເປີດແບບເບົາເທົ່າໃດຍິ່ງດີ ເພື່ອຖ່າຍເທອາກາດພາຍໃນຫ້ອງ ແຕ່ຫ້າມເປົ່າລູກນ້ອຍໂດຍກົງ
  • ນຸ່ງໂສ້ງເສື້ອທີ່ບາງ: ເພື່ອໃຫ້ຄວາມຮ້ອນໃນຮ່າງກາຍຖ່າຍເທອອກມາສະດວກ, ແຕ່ຖ້າຫາກລູກໂຕສັ່ນກໍຄວນຫົ່ມຜ້າໃຫ້ຮ່າງກາຍອຸ່ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...