spot_img
Homeຂ່າວທ້ອງຖິ່ນວັດທະນະທຳເສື່ອມຍ້ອນການເຜີຍແຜ່ສື່ລາມົກ

ວັດທະນະທຳເສື່ອມຍ້ອນການເຜີຍແຜ່ສື່ລາມົກ

Published on

ເລື່ອງລາວຍັງບໍ່ຈົບ ສຳລັບພວກທີ່ເຮັດອະນາຈານໃນໂລກອອນລາຍ ເມື່ອກະຊວງວັດທະນະທຳເອົາຈິງເພື່ອບໍ່ໃຫ້ຄົນອື່ນເຮັດຜິດຊໍ້າອີກ 

ມາດຕາທີ 14: ໄດ້ລະບຸເຖິງການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ; ສິ່ງລາມົກແມ່ນຂໍ້ມູນທີ່ມີເນື້ອໃນສະແດງອອກຢ່າງຈະແຈ້ງ ເປັນຕົ້ນແມ່ນຮູບ, ພາບເຄື່ອນໄຫວ, ສຽງ ແລະ ວິດີໂອກ່ຽວກັບອະໄວຍະວະເພດ ແລະ ພຶດຕິກໍາທາງເພດຂອງຄົນ; ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີແມ່ນການຊື້ – ຂາຍ, ການແຈກຢາຍ, ການສົ່ງຕໍ່, ການແນະນຳ ແລະ ການເຜີຍແຜ່ຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນວັກທີ 1 ຂໍ້ 6 ໃນມາດຕາທີ 62 ກໍ່ໄດ້ລະບຸເຖິງການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ ຈະຖືກລົງໂທດຕັດອິດສະຫຼະພາບຕັ້ງແຕ່ 1 – 5 ປີ ແລະ ຈະຖືກປັບໃໝແຕ່ 5 ລ້ານ – 30 ລ້ານກີບ.

ແຫລ່ງຂ່າວ : khosana ໂຄສະນາ
ຮູບປະກອບຈາກ: ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...