spot_img
Homeຂ່າວທ້ອງຖິ່ນລາຍຊື່ຄະນະສະເພາະກິດຮັບພິຊອບຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ໄວຣັດໂຄໂຣນ່າ

ລາຍຊື່ຄະນະສະເພາະກິດຮັບພິຊອບຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ໄວຣັດໂຄໂຣນ່າ

Published on

ໜັງສືພິມປະຊາຊົນລາຍງານໃຫ້ຮູ້ວ່າ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ອອກ​ຂໍ້​ຕົກ­ລົງ ສະ­ບັບ​ເລກ​ທີ 09/ນຍ, ລົງ​ວັນ​ທີ 3 ກຸມ­ພາ 2020 ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ສະ­ເພາະ​ກິດເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ຫຼື ໄວ​ຣັສໂຄ​ໂຣ​ນາ (Novel Corona Virus: NCoV) ໂດຍ​ມີ​ລາຍ​ຊື່​ດັ່ງ​ລຸ່ມ​ນີ້:

1. ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ເປັນ​ຫົວ­ໜ້າ;
2 . ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເປັນ​ຮອງ​ຫົວ­ໜ້າ;
3. ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເປັນ​ຮອງ​ຫົວ­ໜ້າ ແລະ ຜູ້​ປະ­ຈຳ­ການ;
4. ທ່ານ ທອງ​ສະ­ຫວັນ ພົມ­ວິ­ຫານ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ເປັນ​ກຳ­ມະ­ການ;
5. ທ່ານ ພົນຕີ ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເປັນ​ກຳ­ມະ­ການ;
6. ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ເປັນ​ກຳ­ມະ­ການ;
7.  ທ່ານ ສັນ­ຕິ​ສຸກ ສິມ​ມາ­ລາ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ເປັນ​ກຳ­ມະ­ການ;
8.  ທ່ານ ສະ­ຫວັນ​ຄອນ ຣາ​ຊ​ມຸນ​ຕຣີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ເປັນ​ກຳ­ມະ­ການ;
9.  ທ່ານ ບຸນ​ໂຈມ ອຸ­ບົນ​ປະ­ເສີດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ເປັນ​ກຳ­ມະ­ການ;
10. ທ່ານ ພົນ​ຈັດ­ຕະ­ວາ ບົວ​ສິງ ອິນ​ທະ​ວົງ ຫົວ­ໜ້າ​ກົມ​ເສ­ນາ ກົມ​ໃຫຍ່​ພະ­ລາ­ທິ­ການ ກະ­ຊວງ​ປ້ອງ​ກັນ​ປະ­ເທດ ເປັນ​ກຳ­ມະ­ການ;
11. ທ່ານ ວາ­ລະ​ໄຊ ດາ­ລາ​ລອຍ ຫົວ­ໜ້າ​ຫ້ອງ­ການ ກະ­ຊວງ​ໄປ­ສະ­ນີ, ໂທ­ລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ເປັນ​ກຳ­ມະ­ການ.

ຄະ­ນະ​ສະ­ເພາະ​ກິດ​ດັ່ງ­ກ່າວ ມີ­ໜ້າ​ທີ່​ດັ່ງ­ນີ້: ຊີ້​ນຳ ແລະ ຊຸກ­ຍູ້ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ ລວມ​ທັງ​ອົງ­ການ​ຈັດ​ຕັ້ງ​ຂອງ​ລັດ, ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ, ພາກ­ສ່ວນ​ເອ­ກະ​ຊົນ, ອົງ­ການ​ຈັດ​ຕັ້ງ​ສາ­ກົນ​ທີ່​ເຄື່ອນ​ໄຫວ ໃນ ສປປ ລາວ ເຂົ້າ​ຮ່ວມ ແລະ ເປັນ​ເຈົ້າ​ການ ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (Novel Corona Virus: 2019-nCoV) ພ້ອມ​ທັງ​ຕິດ­ຕາມ, ກວດ­ກາ ແລະ ປະ​ເມີນ​ສະ­ພາບ​ການ​ຢ່າງ​ໃກ້­ຊິດ ແລ້ວ​ລາຍ​ງານ​ໃຫ້​ລັດ­ຖະ­ບານ​ຮັບ​ຊາບ​ເປັນ​ປົກ­ກະ­ຕິ​ຕໍ່​ເນື່ອງ ແລະ ທັນ​ເວ­ລາ; ແຕ່ງ­ຕັ້ງ​ຄະ­ນະ​ຜູ້​ຊ່ວຍ​ວຽກ​ຂອງ​ຕົນ ເພື່ອ​ລົງ​ເລິກ​ຄົ້ນ­ຄວ້າ​ມາດ​ຕະ­ການ, ວິ­ທີ​ການ​ຕ່າງໆ​ທີ່​ເໝາະ​ສົມ ແລະ ເປັນ­ໃຈ​ກາງໃນ​ການ​ພົວ­ພັນ​ປະ­ສານ​ງານ​ກັບ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ, ອຳ­ນາດ​ການ​ປົກ­ຄອງ​ແຕ່​ລະ​ຂັ້ນ, ບັນ­ດາ​ປະ­ເທດ​ໃກ້​ຄຽງ, ຄູ່​ຮ່ວມ​ພັດ­ທະ­ນາ ແລະ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດປອດ​ອັກ­ເສບ​​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່  (Novel Corona Virus: 2019-nCoV) ໃຫ້​ມີ​ປະ­ສິດ​ທິ​ຜົນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...