spot_img
Homeຂ່າວພາຍ​ໃນລາຍງານໂຄວິດ-19! ຊຽງຂວາງມີຜູ້ຕິດເຊື້ອໃໝ່ສູງສຸດມື້ນີ້

ລາຍງານໂຄວິດ-19! ຊຽງຂວາງມີຜູ້ຕິດເຊື້ອໃໝ່ສູງສຸດມື້ນີ້

Published on

ຈາກການລາຍງານຈາກຄະນະສະເພາະກິດວັນທີ 9 ກຸມພາ 2022 ກ່ຽວກັບສະພາບການແຜ່ລະບາດຂອງ ໂຄວິດ-19 ມີດັ່ງຕໍ່ໄປນີ້:

ສະພາບການລະບາດພະຍາດໂຄວິດ-19 ທົ່ວໂລກ ຍັງມີຜູ້ຕິດເຊື້ອ ປະຈໍາລາຍວັນແມ່ນສືບຕໍ່ສູງຂື້ນເລື່ອຍໆ. ມື້ວານນີ້ມີຜູ້ຕິດເຊື້ອເຖິງ 2 ລ້ານກວ່າຄົນ ເຊິງປະເທດທີ່ລາຍງານຜູ້ຕິດເຊື້ອສູງຫຼາຍກວ່າ 1 ແສນຄົນ ພາຍໃນມື້ດຽວ ແມ່ນປະເທດເຢຍລະມັນ, ບຣາຊິວ, ຣັດເຊຍ, ອາເມຣິກາ ຕາມລໍາດັບ. ເຊີ່ງສາຍພັນທີ່ກຳລັງແຜ່ລະບາດໃນປັດຈຸບັນແມ່ນສາຍພັນໂອມິຄຣອນ ຫຼາຍປະເທດໃນໂລກແມ່ນມີການຜ່ອນຜັນ ຫຼື ຍົກເລີກບັນດາມາດຕະການທີ່ໄດ້ວາງໄວ້ ແລະ ຫຼາຍປະເທດກໍ່ໄດ້ມີມາດຕະການສຸມໃສ່ການສັກຢາວັກຊີນໃຫ້ທົ່ວເຖີງ. ສໍາລັບຜູ້ເສຍຊິວິດໃນທົ່ວໂລກ ວານນີ້ ແມ່ນ ເກືອບ 11 ພັນຄົນ ເປີເຊັນຂອງອັດຕາການເສຍຊິວິດປະຈໍາວັນແມ່ນ 0,5 ເປີເຊັນ.

  • ສໍາລັບ ສປປ ລາວ ຈໍານວນຕົວເລກຜູ້ຕິດເຊື້ອແມ່ນ ມີຈໍານວນຫຼຸດລົງ ໃນໄລຍະ 2 ອາທິດ ຜ່ານມາ ທີ່ພວກເຮົາສາມາດຄວບຄຸມຜູ້ຕິດເຊື້ອໄດ້ຢູ່ໃນລະດັບ 500 ກວ່າຄົນຕໍ່ມື້ ແລະ ບາງມື້ກໍ່ໜ້ອຍກວ່າ. ສໍາລັບມື້ນີ້ກໍ່ແມ່ນອີກມື້ໜື່ງ ການຕິດເຊື້ອຢູ່ນະຄອນຫຼວງວຽງຈັນມີທ່າອຽງຫຼຸດລົງ ຈໍານວນຜູ້ຕິດເຊື້ອແມ່ນຕໍ່າກວ່າ 100 ຄົນ ເປັນມື້ທີ 7 ຕິດຕໍ່ກັນ, ນອກຈາກນັ້ນ ກໍ່ມີຫຼາຍແຂວງໄດ້ລາຍງານຜູ້ຕິດເຊື້ອໜ້ອຍລົງ. ເຖີງຢ່າງໃດກໍ່ຕາມ ພວກເຮົາກໍ່ຕ້ອງໄດ້ສືບຕໍ່ເຝົ້າລະວັງ ແລະ ມີສະຕິໃນການປ້ອງກັນຕົນເອງ, ຄົນອ້ອມຂ້າງ ລວມທັງຄົນໃນຄອບຄົວ
  • ຂໍຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງມີສະຕິ ໃນການປ້ອງກັນຕົນເອງ ຢ່າງເຂັ້ມງວດ ໂດຍການດໍາລົງຊິວິດປະຈໍາວັນປົກກະຕິແບບໃໝ່ ເຊັ່ນ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ້ນລ້າງມື ແລະ ຫຼີ້ກລ້ຽງໄປບ່ອນທີ່ມີຄົນຫຼາຍ, ອະນາໄມທໍາຄວາມສະອາດສະຖານເຮັດວຽກ ແລະ ບ່ອນທີ່ສໍາຜັດເລື່ອຍໆ. ມາດຕະການສໍາຄັນອີກຢ່າງໜຶ່ງ ແມ່ນທຸກຄົນຕ້ອງຮ່ວມແຮງຮ່ວມໃຈ ພ້ອມກັນເຂົ້າໄປສັກວັກຊິນໃຫ້ຄົບໂດສ. ສໍາລັບທ່ານໃດສັກຄົບໂດສແລ້ວ ກໍ່ສາມາດເຂົ້າໄປສັກເຂັ້ມກະຕຸ້ນ ເພື່ອຫຼຸດຜ່ອນອັດຕາການຕິດເຊື້ອ ຫຼື ຄວາມຮຸນແຮງພາຍຫຼັງຕິດເຊື້ອ ແລະ ການເສຍຊິວິດ.
  • ການສັກວັກຊິນໃຫ້ກຸ່ມເປົ້າໝາຍບຸລິມະສິດ ກໍ່ມີຄວາມຄືບໜ້າຫຼາຍທຽບໃສ່ອາທິດຜ່ານມາ. ປະຈຸບັນ ເກືອບວ່າ ທຸກແຂວງໃນຂອງເຂດທົ່ວປະເທດ ໃກ້ເປົ້າໝາຍບັນລຸສັກວັກຊິນ 50% ຕາມທີ່ໄດ້ວາງໄວ້ ຍົກເວັ້ນ ແຂວງໄຊສົມບູນທີ່ກໍາລັງຕະລຸມບອນ ບໍລິການສັກວັກຊິນໃນຊຸມຊົນຢ່າງຂຸ້ນຂ້ຽວ.
  • ສໍາລັບຜູ້ທີ່ມີແຜນໄປສັກວັກຊິນ ຂໍໃຫ້ທຸກຄົນກຽມຮ່າງກາຍໃຫ້ພ້ອມກ່ອນໄປສັກວັກຊິນ ໂດຍສະເພາະ ພັກຜ່ອນບໍ່ນອນເດິກ, ກິນອາຫານມີປະໂຫຍດ, ດື່ມນໍ້າໃຫ້ພຽງພໍ, ກຽມໂຫຼດແອ໊ບເພື່ອລົງທະບຽນສັກວັກຊິນ ສໍາລັບຜູ້ທີ່ມີເງື່ອນໄຂ. ພິເສດ ກຽມຜ້າປິດປາກດັງ, ນໍ້າຢາລ້າງມືສໍາລັບຕົນເອງ ຮັກສາໄລຍະຫ່າງ ແລະ ຢູ່ສະຖານທີ່ເປີດ ຈະເຮັດໃຫ້ທ່ານສ່ຽງໜ້ອຍລົງ.
  • ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດລາວ ສັກວັກຊີນສະສົມທັງໝົດ: ເຂັມທີ 1 ສັກໄດ້ 4.799.648 (ອັດຕາປົກຄຸມ 65,41 %) ແລະ ທຸກເຂັມທີ່ແນະນໍາ 4.199.750 (ອັດຕາປົກຄຸມ 57.24 %).

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...