ລັດເຊຍ ຂຶ້ນແຊງອັງກິດ ເປັນປະເທດຜະລິດອາວຸດອັນດັບ2 ຂອງໂລກ

0
2100

ສະຖາບັນວິໄຈສັນຕິພາບລະຫວ່າງປະເທດແຫ່ງ ສະຕອກໂຮມ (SIPRI) ປະເທດ ສະວີເດັນ ລາຍງານວຽກງານດ້ານການທະຫານປະຈໍາປີ ໂດຍຈັດອັນດັບ 100 ປະເທດທີ່ມີສັກກະຍາພາບດ້ານອາວຸດສູງທີ່ສຸດໃນໂລກປະຈໍາປີ  2017, ອັນດັບທີ 1 ຍັງເປັນຂອງສະຫະລັດອາເມລິກາ ເຊິ່ງມີບໍລິສັດດ້ານອາວຸດ 42 ແຫ່ງ ລວມຍອດຈໍາໜ່າຍໃນປີຜ່ານມາເພີ່ມຂຶ້ນ 2% ຄິດເປັນເງິນ 226.000 ລ້ານໂດລາ, ຄິດເປັນອັດຕາສ່ວນຂອງກຸ່ມປະເທດ 100 ອັນດັບທໍາອິດ ໄດ້ເຖິງ 57% ອີງຕາມການລາຍງານຂ່າວຕ່າງປະເທດ ວັນທີ 10 ຕຸລາ 2018.

ສ່ວນອັນດັບທີ2 ຕົກເປັນຂອງ ລັດເຊຍ ເຊິ່ງມີບໍລິສັດດ້ານອາວຸດ 10 ແຫ່ງ ລວມຍອດຈໍາໜ່າຍທັງໜົດ 37.700 ລ້ານໂດລາ ດ້ວຍອັດຕາສ່ວນການຕະຫຼາດ 9,5% ຂອງກຸ່ມປະເທດ 10 ອັນດັບທໍາອິດ ສາມາດຂຶ້ນແຊງອັງກິດທີ່ຄອງອັນດັບທີ2 ຄັ້ງທໍາອິດແຕ່ປີ 2002. ຂໍ້ມູນຂອງ SIPRI ໄດ້ແຈ້ງມູນຄ່າການຊື້-ຂາຍອາວຸດຂອງ ອັງກິດ ໃນປີ 2017 ຢູ່ທີ 35.700 ລ້ານໂດລາ ຈັດຢູ່ໃນອັນດັບທີ3 ຂອງໂລກ ແຕ່ ອັງກິດຍັງຄົງຕໍາແໜ່ງເປັນປະເທດຜູ້ຜະລິດ ແລະ ຈັດຈໍາໜ່າຍອາວຸດລາຍໃຫຍ່ທີ່ສຸດຂອງເອີຣົບ.

ສໍາລັບ, ບໍລິສັດຜູ້ຜະລິດ ແລະ ຈໍາໜ່າຍອາວຸດໃຫຍ່ທີ່ສຸດຂອງໂໍລກ ຍັງເປັນ ບໍລິສັດ ລັອດຮີດ ມາຕິນ ຂອງອາເມລິກາ, ສະເພາະປີ 2017 ມີຍອດຈໍາໜ່າຍ 44.900 ລ້ານໂດລາ ເປັນປີທີ່ມີມູນຄ່າຕະຫຼາດອາວຸດຂອງໂລກ ໂດຍມີມູນຄ່າລວມສູງສຸດ 398.200 ລ້ານໂດລາ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th