spot_img
Homeຂ່າວຕ່າງປະເທດລັດເຊຍກຽມຂັບໄລ່ທູດອັງກິດກັບປະເທດ ເພື່ອເປັນການຕອບໂຕ້

ລັດເຊຍກຽມຂັບໄລ່ທູດອັງກິດກັບປະເທດ ເພື່ອເປັນການຕອບໂຕ້

Published on

ລັດຖະມົນຕີກະຊວງການຕ່າງປະເທດຂອງລັດເຊຍກ່າວວ່າ ຈະຂັບໄລ່ນັກການທູດອັງກິດໃນໄວໆນີ້ ເພື່ອຕອບສະໜອງການຂັບໄລ່ທູດລັດເຊຍຈຳນວນ 23 ຄົນ ອອກຈາກປະເທດອັງກິດ

ອັງກິດໄດ້ດຳເນີນການຂັບໄລ່ທູດລັດເຊຍທັນທີ ຫຼັງຈາກທີ່ລັດເຊຍປະຕິເສດທີ່ຈະອະທິບາຍລະບົບປະສາດແບບທີ່ສາຍລັບລັດເຊຍໃຊ້ ທີ່ຖືກນຳມາໃຊ້ກັບອະດີດສາຍລັບລັດເຊຍ ແລະ ລູກສາວໄດ້ແນວໃດ

ເບື້ອງຕົ້ນ ທາງການມອສໂກປະຕິເສດຄວາມຮັບຜິດຊອບທຸກຢ່າງ ແລະ ກະຊວງຕ່າງປະເທດລັດເຊຍເບິ່ງວ່າຂໍ້ກ່າວຫາຂອງທ່ານລັດຖະມົນຕີ ເທເຣຊາ ເມນັ້ນບໍ່ມີເຫດຜົນ

ເມື່ອຖືກຖາມວ່າ ຈະມີການຂັບໄລ່ນັກການທູດອັງກິດເກີດຂຶ້ນ ຫຼື ບໍ່? ທ່ານ ເຊີເກ ລາຟຣອຟ ລັດຖະມົນຕີຕ່າງປະເທດລັດເຊຍຕອບກັບສື່ວ່າ “ເກີດຂຶ້ນແນ່ນອນໄວໆນີ້ ຂ້ອຍໃຫ້ສັນຍາ”

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...