spot_img
Homeຂ່າວທ້ອງຖິ່ນລັດຖະບານ ສູ້ຊົນຍົກອັດຕາການປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70%

ລັດຖະບານ ສູ້ຊົນຍົກອັດຕາການປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70%

Published on

ຂະແໜງ​ປ່າໄມ້ ແມ່ນ​ມີ​ຄວາມສຳຄັນ​ຕໍ່​ການ​ພັດທະນາ​ເສດ​ຖະກິດ-ສັງຄົມ ເຊິ່ງ​ພັກ-ລັດຖະບານໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ຢ່າງໃກ້ຊິດ ເພື່ອ​ເຮັດ​ໃຫ້​ປ່າໄມ້ ແລະ ຊັບພະຍາກອນ​ປ່າໄມ້​ມີ​ຄວາມອຸດົມສົມບູນ ທັງ​ປະລິມານ-ຄຸ​ນະພາບ ໂດຍ​ສະເພາະແມ່ນ ​ເພື່ອຂະຫຍາຍ​ພື້ນ​ທີ່​ການ​ປົກ​ຫຸ້ມ​ຂອງປ່າໄມ້ ​ໃຫ້​ບັນລຸ​ຄາດໝາຍ​ທີ່​ວາງໄວ້ຄື: ສູ້​ຊົນ​ສ້າງ​ເນື້ອທີ່​ການ​ປົກຫຸ້ມ​ຂອງ​ເນື້ອທີ່​ປ່າໄມ້​ໃຫ້​ໄດ້ 65% ໃນ​ປີ 2015 ແລະ 70% ໃນ​ປີ 2020 ຂະນະ​ທີ່​ຕົວ​ເລກຂອງ​ການ​ປົກ​ຫຸ້ມ ໃນ​ປີ 2010 ເຫັນ​ວ່າ​ທົ່ວ​ປະເທດ ມີ​ເນື້ອທີ່​ປ່າໄມ້​ທັງ​ໝົດ 40,50% ຫຼື ປະມານ 9,55 ລ້ານ​ເຮັກຕາ.

ສຳລັບ ​ສປປ ລາວ ປ່າໄມ້ ຍັງ​ເປັນ​ແຫຼ່ງ​ສະໜອງ​ສະບຽງ​ອາຫານ ແລະ ເປັນ​ແຫຼ່ງ​ລາຍ​ຮັບ​ໃຫ້ແກ່​ປະຊາຊົນ​ບັນດາເຜົ່າ ປະຊາຊົນ​ກວ່າ 80% ອາໄສ​ປ່າໄມ້ ເພື່ອ​ນຳ​ໃຊ້​ໄມ້​ເຂົ້າ​ໃນ​ການ​ດຳລົງຊີວິດ​ປະຈຳ​ວັນ ແລະ ເຄື່ອງ​ປ່າຂອງ​ດົງ ກໍ່​ເປັນ​ແຫຼ່ງ​ສະໜອງລາຍ​ຮັບ​ທີ່​ສຳຄັນ​ຂອງ​ຫຼາຍ​ຄອບຄົວ​ທົ່ວ​ປະເທດ ໃນ​ຊຸມ​ປີ 1960 ປະເທດ​ລາວ ມີ​ເນື້ອທີ່​ປົກ​ຫຸ້ມ​ປ່າໄມ້ ປະມານ 71,6% (17 ລ້ານເຮັກຕາ) ເຖິງ​ຢ່າງໃດ​ກໍ່​ຕາມ ການ​ສຳ​ຫຼວດ​ປະ​ເມີນ​ຄວາມ​ປົກຫຸ້ມ​ຂອງ​ປ່າໄມ້​ໄດ້​ດຳເນີນ​ໃນທຸກໆ 10 ປີ ໃນ​ຊຸມ​ປີ 1982-2010 ການ​ສຳ​ຫຼວດ​ແມ່ນ​ໃຊ້​ລະບົບ​ພາບ​ຖ່າຍ​ທາງ​ດາວ​ທຽມ​ເປັນຫຼັກ ເຫັນ​ວ່າໃນ​ປີ 1982 ມີ​ເນື້ອທີ່​ປ່າ​ປົກ​ຫຸ້ມ 49% (11,5 ລ້ານເຮັກຕາ) ປີ 1992 ມີ 47% (11,1 ລ້ານ​ເຮັກຕາ) ປີ 2002 ມີ 41,5% (9,7 ລ້ານ​ເຮັກຕາ) ແລະ ປີ 2010 ມີ 40,50% (9,55 ລ້ານ​ເຮັກຕາ) ໂດຍ​ຕາມຕົວ​ເລກ​ການ​ສຳ​ຫຼວດ​ດັ່ງກ່າວ ເຫັນ​ວ່າ​ເນື້ອທີ່​ການ​ປົກ​ຫຸ້ມ​ຂອງປ່າໄມ້​ມີ​ຕົວ​ເລກ​ຫຼຸດ​ລົງ ສາເຫດຈາກ​ການ​ນຳ​ໃຊ້​ໄມ້ ແລະ ຊັບ​ພະຍາ​ກອນ​ປ່າໄມ້​ທີ່​ຍັງ​ບໍ່​ທັນ​ສົມ​ເຫດສົມ​ຜົນ ບໍ່ເກີດ​ປະໂຫຍດ​ສູງ​ສຸດໃຫ້​ແກ່​ການ​ພັດທະນາເສດ​ຖະກິດ-ສັງຄົມ ແລະ ການ​ເພີ່ມ​ຂຶ້ນຂອງ​ປະຊາກອນ ສ່ວນ​ຫຼາຍ​ຍັງອາໄສ ແລະ ທຳ​ມາ​ຫາ​ກິນ​ແບບເອື່ອຍ​ອີງ​ທຳ​ມະ​ຊາດ ພ້ອມ​ກັບພາກ​ລັດ​ເອງ ​ກໍ່​ບໍ່​ມີ​ແຜນການ​ນຳໃຊ້​ຊັບພະຍາກອນ​ປ່າໄມ້​ທີ່​ຮັດກຸມເທົ່າ​ທີ່​ຄວນ ເຖິງ​ຢ່າງໃດ​ກໍ່​ດີ ຍັງມີ​ເນື້ອທີ່​ປ່າ​ຟື້ນ​ຟູ​ຢູ່​ຕາມ​ທ້ອງຖິ່ນ ໄດ້​ຈັດ​ຕັ້ງ​ປະຕິບັດ​ຜ່ານ​ມາ ສຳ​ປະທານ 2,23 ລ້ານ​ເຮັກຕາ ຫຼື ປະມານ 9,42% ສ່ວນ​ໃຫຍ່ແມ່ນ​ຍັງ​ຢູ່​ໃນ​ໄລຍະ​ທີ່​ກຳລັງ​ຈະສາມາດ​ຈັດ​ເຂົ້າ​ເປັນ​ປ່າໄມ້​ໄດ້ ເຊິ່ງ​ນັ້ນ​ໝາຍ​ຄວາມ​ວ່າ ​ສປປ ລາວ ຈະ​ມີ​ເນື້ອທີ່​ປົກ​ຫຸ້ມ​ປ່າໄມ້ເພີ່ມ​ເປັນ 49% ໃນ​ອະນາຄົດ​ມໍ່ໆນີ້ ອີງ​ຕາມ​ບົດ​ລາຍ​ງານ​ກອງ​ປະຊຸມ​ວຽກ​ງານ​ປ່າໄມ້ ປະຈຳ​ປີ 2015 ຂອງ​ກະຊວງ​ກະສິກຳ​ປ່າໄມ້.

ຂ່າວຈາກ: Vientiane Mai

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...