Homeຂ່າວຕ່າງປະເທດລັດຖະບານແຟັງລັງ ມີນະໂຍບາຍຈ່າຍເງິນໃຫ້ຜູ້ວ່າງງານເດືອນລະ 560 ເອີໂຣ ເພື່ອຫຼຸດອັດຕາວ່າງງານ

ລັດຖະບານແຟັງລັງ ມີນະໂຍບາຍຈ່າຍເງິນໃຫ້ຜູ້ວ່າງງານເດືອນລະ 560 ເອີໂຣ ເພື່ອຫຼຸດອັດຕາວ່າງງານ

Published on

ສຳນັກຂ່າວເດລີ່ເມວ ລາຍງານເມື່ອວັນທີ 3 ມັງກອນ 2017 ຜ່ານມາວ່າ ລັດຖະບານແຟັງລັງ (ຟິນແລນ) ອອກນະໂຍບາຍພັດທະນາເສດຖະກິດ ທີ່ຮັບປະກັນການມີລາຍໄດ້ຂອງປະຊາຊົນທີ່ວ່າງງານ ເຊິ່ງໄດ້ທຸ່ມງົບປະມານ ເພື່ອທົດລອງຈ່າຍເງິນສະຫວັດດີການໃຫ້ກັບຜູ້ວ່າງງານ ເຊິ່ງໄດ້ສຸ່ມເລືອກເອົາຜູ້ທີ່ວ່າງງານທົ່ວປະເທດ 2,000 ຄົນ ແລະຈ່າຍເງິນເດືອນໃຫ້ເດືອນລະ 560 ຢູໂຣ ເຊິ່ງປະຊາຊົນທີ່ໄດ້ຮັບເງິນ ບໍ່ຈຳເປັນຕ້ອງເຮັດບັນຊີລາຍຮັບລາຍຈ່າຍ ເພື່ອລາຍງານການໃຊ້ເງິນດັ່ງກ່າວ

ສຳລັບຈຸດປະສົງໃນການອອກນະໂຍບາຍດັ່ງກ່າວ ແມ່ນຍ້ອນລັດຖະບານແຟັງລັງ ຄາດວ່ານະໂຍບາຍນີ້ສາມາດຫຼຸດພາລະຂອງລັດຖະບານໄດ້ໃນອະນາຄົດ, ຫຼຸດອັດຕາຄວາມຍາກຈົນ ແລະຈະສາມາດຊ່ວຍກະຕຸ້ນການຈ້າງງານໄດ້ ເຊິ່ງໄລຍະເວລາການທົດລອງນະໂຍບາຍຢູ່ສອງປີ ມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນໄປ

ສຳລັບອັດຕາການວ່າງງານ ຂອງປະເທດແຟັງລັງ ຢູ່ທີ່ 8.1% ເຊິ່ງໃນປີຜ່ານມາມີປະຊາຊົນວ່າງງານຈຳນວນ 213,000 ຄົນ ຈາກປະຊາຊົນທັງໝົດ 5.5 ລ້ານຄົນ ແລະເປັນບັນຫາສຳຄັນ ທີ່ລັດຖະບານແຟັງລັງ ກຳລັງເລັ່ງແກ້ໄຂ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...