spot_img

ລັກຊັບຈັບໄດ້ໃນ 4 ວັນ

Published on

ໃນ​ສັງ­ຄົມ​ປະ­ຈຸ​ບັນ​ສະ­ພາບ​ປາ­ກົດ ການ​ຫຍໍ້­ທໍ້​ຍັງ​ສືບ­ຕໍ່​ສ້າງ​ຄວາມ​ບໍ່​ສະຫງົບ​ທາງ​ດ້ານ​ການ­ເມືອງ ແລະ​ຄວາມ​ບໍ່ ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ທາງ​ດ້ານ​ສັງ­ຄົມ

ໃນ​ນັ້ນ​ການ​ລັກ​ຊັບ​ຂອງ​ຄົນ​ອື່ນ​ມາ​ເປັນ ຂອງ​ຕົນ​ເອງ​ໂດຍ​ບໍ່​ຊອບ​ທຳ​ທັງ​ສ້າງ ຄວາມ​ຫຍຸ້ງ­ຍາກ​ຊັບ​ສົນ​ໃຫ້​ແກ່​ເຈົ້າ​ໜ້າທີ່​ມັນ​ໄດ້​ກາຍ­ເປັນ​ບັນ­ຫາ​ປາ­ກົດ­ການ ຫຍໍ້­ທໍ້​ໜຶ່ງ​ພວກ​ເຮົາ​ໝົດ​ທຸກ​ຄົນ​ຕ້ອງ​ໄດ້ພ້ອມ​ກັນ​ແກ້​ໄຂ​ໂດຍ​ດ່ວນ​ຄື​ດັ່ງ​ຄະ­ດີ​ລັກ ຊັບ​ພົນ­ລະ­ເມືອງ​ລາຍ​ນີ​ີ້: ທ້າວ ທຸງ​ປະ­ສິດ ອາ­ຍຸ 24 ປີ ວ່າງ​ງານ​ຢູ່​ບ້ານ​ໂພ​ສີ ເມືອງ ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຖືກ ເຈົ້າ​ໜ້າ­ທີ່ ປກສ ແຂວງ​ວຽງ​ຈັນ ກັກ​ຕົວ ມາ​ດຳ­ເນີນ​ຄະ­ດີ​ໃນ​ຄັ້ງ​ວັນ​ທີ 3 ພຶດ­ສະ­ພາ 2016 ຜ່ານ​ມາ​ໃນ​ຂໍ້​ຫາ​ລັກ​ຊັບ​ຂອງ​ພົນ ລະ​ເມືອງ ປະ­ເພດ​ລົດ­ຈັກ​ມາ​ທຳ​ການ​ສືບ ສວນ-ສອບ​ສວນ.

ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່ ທ້າວ ທຸງ​ປະ­ສິດ ໄດ້​ໃຫ້­ການ ວ່າ: ໃນ​ເບື້ອງ​ຕົ້ນ​ເວ­ລາ​ປະ­ມານ 12:00 ໂມງ ຂອງ​ວັນ​ທີ 29 ເມ­ສາ 2016 ຕົນເອງ​ໄດ້​ໄປ​ກິນ​ຕຳ​ໝີ່ ແລະ​ດື່ມ​ເບຍ​ຢູ່​ຮ້ານ ທ້າວ ສີ​ສົມ​ພອນ ບ້ານ​ດົງ​ຄຳ​ຊ້າງ ເມືອງ ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຕົນ​ເອງ​ໄດ້​ຊວນ​ທ້າວ ສີ​ສົມ​ພອນ ດື່ມ​ເບຍ ນຳ​ເວ­ລາ​ນັ້ນ​ຕົນ​ເອງ​ໄດ້​ລົມ​ກັບ​ທ້າວ ສີ ສົມ​ພອນ ດ້ວຍ​ຄວາມ​ສະ­ໜິດ­ສະ­ໜົມ ໂດຍ​ອ້າງ​ວ່າ​ຕົນ​ເອງ​ເປັນ​ເຈົ້າ​ໜ້າ­ທີ່​ຢູ່ ບ້ານ​ດອນ​ກອຍ ເມືອງ​ສີ​ສັດ­ຕະ​ນາກ ນະ    ຄອນ​ຫຼວງ​ວຽງ​ຈັນ ທ້າວ ສີ​ສົມ​ພອນ ຈິ່ງ ນັ່ງ​ດື່ມ​ເບຍ​ນຳ​ຈົນ​ຮອດ​ເວ­ລາ​ປະ­ມານ 19:00 ໂມງ ຫຼັງ​ຈາກ​ນັ້ນ​ທ້າວ ສີ​ສົມ ພອນ ໄດ້​ອອກ​ໄປ​ຊື້​ເບຍ​ມາ​ໄວ້​ຂາຍ​ຈຳ ນວນ 4 ລັງ ຕົນ​ເອງ​ຈິ່ງ​ຂໍ​ໄປ​ນຳ ເມື່ອ​ຊື້ເບຍ​ມາ​ແລ້ວ​ກໍ​ກັບ​ມາ​ນັ່ງ​ດື່ມ​ເບຍ​ຕໍ່​ໝົດ ປະ­ມານ 25 ແກ້ວ ຮອດ​ເວ­ລາ​ປະ­ມານ 20:00 ໂມງ ທ້າວ ສີ​ສົມ​ພອນ ໄດ້​ອອກ ໄປ​ຊື້​ບັດ​ເຕີມ​ເງິນ​ອີກ​ຕົນ​ເອງ​ໄດ້​ຂໍ​ໄປ​ນຳ ພ້ອມ​ທັງ​ຂັບ​ລົດ​ໃຫ້ ເມື່ອ​ໄປ​ຮອດ​ໜ້າ ຮ້ານ​ຂາຍ­ເຄື່ອງ ທ້າວ ສີ​ສົມ​ພອນ ໄດ້​ລົງລົດ​ໄປ​ຊື້​ບັດ​ເຕີມ​ເງິນ​ຕົນ​ເອງ​ຈິ່ງ​ສວຍ​ໂອ ກາດ​ຂັບ​ລົດ­ຈັກ​ເວບ 100 ສີ­ແດງ​ດຳ​ໜີ ໄປ​ທາງ​ບ້ານ​ໜອງ​ໄຮ ເມືອງ​ຫາດ​ຊາຍ ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ແລ້ວ​ຂັບ ລົດ​ຄັນ​ດັ່ງ­ກ່າວ​ໄປ​ໄວ້​ຢູ່​ເຮືອນ​ຕົນ​ເອງ​ຢູ່ ບ້ານ​ໂພ​ສີ ເມືອງ​ນາ​ຊາຍ​ທອງ ນະ­ຄອນ ຫຼວງ​ວຽງ​ຈັນ ມາ​ຮອດ​ວັນ​ທີ 3 ພຶດ­ສະ­ພາ 2016  ຕົນ​ເອງ​ໄດ້​ຂັບ​ລົດ­ຈັກ​ຄັນ​ທີ່​ລັກ ມາ​ນັ້ນ​ໄປ​ກິນ​ອາ­ຫານ ແລະ​ດື່ມ​ເບຍ​ກັບ ໝູ່ 1 ຄົນ ຢູ່​ຮ້ານ​ອາ­ຫານ​ດອກ​ຊ້ອນ​ທີ່​ບ້ານນາ​ເລົາ ເມືອງ​ໂພນ​ໂຮງ​ແຂວງ​ວຽງ​ຈັນ ເມື່ອ​ຮອດ​ເວ­ລາ 14:00 ໂມງ​ຕົນ​ເອງ​ໄດ້ ບອກ​ເຈົ້າ​ຂອງ​ຮ້ານ​ຂຽນ​ບິນ​ໃຫ້​ລວມ ເປັນ​ເງິນ 520.000 ກີບ ແຕ່​ບໍ່​ມີ​ເງິນ ຈ່າຍ​ຈິ່ງ​ເອົາ​ລົດ­ຈັກ​ຄັນ​ດັ່ງ­ກ່າວ​ຈຳ​ໄວ້ກ່ອນ​ມີ​ເງິນ​ແລ້ວ​ຈິ່ງ​ຈະ​ມາ​ໄຖ່​ເອົາ​ຄືນຈາກ​ນັ້ນ​ນາງ ສີ­ສະ​ຫວັດ ເຈົ້າ​ຂອງ​ຮ້ານ ດອກ​ອັນ​ຊັນ​ແນມ​ເຫັນ ທ້າວ ທຸງ​ປະ­ສິດ ຈິ່ງ​ຍ່າງ​ມາ​ຫາ​ເຈົ້າ​ຂອງ​ຮ້ານ​ດອກ​ຊ້ອນ ແລ້ວ​ເວົ້າ​ກັບ​ເຈົ້າ​ຂອງ​ຮ້ານ​ດອກ​ຊ້ອນ ວ່າ​ຜູ້​ນີ້​ລະ​ໄປ​ຕິດ​ໜີ້​ຢູ່​ຮ້ານ​ຂ້ອຍ 350.000 ກີບ ແລ້ວ​ເອົາ​ໂທລະ­ສັບ​ຈຳ ຈາກ​ນັ້ນ​ລາວ​ກໍ​ມາ​ຖາມ​ເອົາ​ໂທລະ­ສັບ​ວ່າ​ຊິ​ໂທ​ຫາ​ເອື້ອຍ​ເອົາ​ເງິນ​ມາ​ຈ່າຍ​ໃຫ້    ຈາກ​ນັນ​ກໍ່​ເອົາ​ໂທລະ­ສັບ​ໜີ​ໄປ​ເລີຍ​ເມື່ອ ເປັນ​ເຊັ່ນ​ນັ້ນ​ຈຶ່ງ​ໄດ້​ໂທລະ­ສັບ​ຫາ​ເຈົ້າ​ໜ້າ ທີ່​ມາ​ຈັບ​ຕົວ​ທ້າວ ທຸງ​ປະ­ສິດ ໄປ​ດຳ­ເນີນ ຄະ­ດີ​ຈົນ​ເຖິງ​ປະ­ຈຸ​ບັນ.

ຜ່ານ​ການ​ສັງ­ເກດ​ຕີ​ລາ­ຄາ​ຂອງ​ເຈົ້າ ໜ້າ­ທີ່​ເຫັນ​ວ່າ ທ້າວ ທຸງ​ປະ­ສິດ ແມ່ນ​ມີ ເຈ­ຕະ­ນາ ລັກ​ລົດ­ຈັກ​ເວບ 100 ສີ­ແດງ ດຳ ໝາຍ​ເລກ​ທະ­ບຽນ ຍຫ 9488 ກຳ ແພງ​ນະ­ຄອນ ຂອງ​ທ້າວ ສີ​ສົມ​ພອນ ແທ້ ແລະ​ຜູ້­ກ່ຽວ​ຍັງ​ເຄີຍ​ຖືກ​ໂທດ​ມາ​ແລ້ວ 2 ຄັ້ງ​ຢູ່​ທີ່​ຄ້າຍ​ຄຸມ​ຂັງ-ດັດ​ສ້າງ ປກສ ແຂວງ​ວຽງ​ຈັນ ໃນ​ຂໍ້​ຫາ​ລັກ​ຊັບ​ຂອງ​ພົນ ລະ​ເມືອງ​ການ​ກະ­ທຳ​ຂອງ​ຜູ້­ກ່ຽວ​ແມ່ນ ຜິດ​ຕໍ່​ກົດ­ໝາຍ​ອາ­ຍາ​ໃນ​ມາດ­ຕາ 119 ແຫ່ງ​ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ​ປະ ຊາ​ຊົນ​ລາວ ປະ­ຈຸ​ບັນ​ເຈົ້າ​ໜ້າ­ທີ່​ໄດ້​ເກັບ​ກູ້ ລົດ­ຈັກ​ຄັນ​ດັ່ງ­ກ່າວ​ມາ​ຮັກ­ສາ​ໄວ້ ແລະ​ໄດ້ມອບ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ​ໃນ​ທ້າຍ ອາ­ທິດ​ຜ່ານ​ມາ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ໃຫ້​ກຽດ​ກ່າວ​ມອບ​ໂດຍ​ທ່ານ ພັຕ ພູ­ທອນ  ກົງ​ມະ­ນີ ຮອງ​ພະ​ແນກ​ສືບ­ສວນ-ສອບ ສວນ ປກສ ແຂວງ​ວຽງ​ຈັນ ແລະ​ຕາງ ໜ້າ​ຮັບ​ແມ່ນ ທ້າວ ສີ​ສົມ​ພອນ ໂດຍ​ຊ້ອງ ໜ້າ​ພະ­ນັກ­ງານ​ຈຳ­ນວນ​ໜຶ່ງ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...