spot_img
Homeຂ່າວຕ່າງປະເທດພະພຸດທະຮູບລົ້ມທັບຄົນເສຍຊີວິດຄາທີ່

ພະພຸດທະຮູບລົ້ມທັບຄົນເສຍຊີວິດຄາທີ່

Published on

ໃນວັນທີ 27 ມິຖຸນາ 2023 ເກີດເຫດຄົນຖືກພະພຸດທະຮູບລົ້ມທັບເສຍຊີວິດ 1 ຄົນ ແລະ ບາດເຈັບ 1 ຄົນທີ່ອຳເພີເມືອງ ຈັງຫວັດສີສະເກດ ປະເທດໄທ ໂດຍຜູ້ເສຍຊີວິດຊື່ ທາ້ວ ສະລັນຍູ ອາຍຸ 40 ປີ ລັກສະນະຂອງຜູ້ເສຍຊີວິດມີບາດເປັນຮູຢູ່ໜ້າເອິກ ໃນຂະນະທີ່ມີຄົນໄດ້ຮັບບາດເຈັບອີກ 1 ຄົນ ຊື່ ທາ້ວ ອະດິສັກ ມີອາການບາດເຈັບຢູ່ບໍລິເວນຫຼັງ ເຈົ້າໜ້າທີ່ກໍໄດ້ນຳສົ່ງໂຮງໝໍເປັນທີ່ຮຽບຮ້ອຍ.

ຈາກການສອບຖາມຄົນໃກ້ຄຽງໄດ້ຮູ້ວ່າ: ກ່ອນເກີດເຫດໄດ້ຮ່ວມກັນຈັດກຽມສະຖານທີ່ເພື່ອພັດທະນາວັດ ກຽມພິທີເຜົາສົບຍາພໍ່ກ້ຽງ ເຕຊະທຳໂມ ເຊິ່ງມີກຳນົດໃນລະຫວ່າງວັນທີ 3-7 ມັງກອນ 2024 ແລະ ກຳລັງຈະຍ້າຍພະພຸດທະຮູບຈາກບໍລິເວນສານພະພຸດທະຮູບດ້ານໜ້າທີ່ຕັ້ງຂອງສົບຂອງຍາພໍ່ ແລະ ຕໍ່ມາກໍໄດ້ຍິນສຽງດັງບໍລິເວນໜ້າພະທາດ ເມື່ອອອກເບິ່ງກໍພົບວ່າ ພະພຸດທະຮູບຂະໜາດໃຫຍ່ ໜ້າຕັກ 1 ແມັດ ໄດ້ລົ້ມລົງມາທັບຮ່າງຂອງ ທາ້ວ ສະລັນຍູ ບໍລິເວນໜ້າເອິກ ສ່ວນອີກຄົນໜຶ່ງຖືກພະພຸດທະຮູບທັບບໍລິເວນດ້ານຫຼັງໄດ້ຮັບບາດເຈັບ.

สลด! เตรียมงานพิธี 'หลวงปู่เกลี้ยง' พระพุทธรูปหนัก 200 โล ล้มทับคนงานดับ |  เดลินิวส์

ຫຼັງຈາກນັ້ນ ເມື່ອເອີ້ນຄົນມາຊ່ວຍກໍພົບວ່າ ທາ້ວ ສະລັນຍູ ແມ່ນຄົນທີ່ມາຊ່ວຍເຮັດວຽກໃນວັດເປັນປະຈຳ ໄດ້ເສຍຊີວິດຄາທີ່ແລ້ວ ສ່ວນທາ້ວ ອະດິສັກ ເຊິ່ງເປັນຜູ້ຮັບເໝົາກໍ່ສ້າງເຈດີ ໄດ້ຮັບບາດເຈັບຈຶ່ງຮີບນຳສົ່ງໂຮງໝໍ ເພື່ອຮັບການຮັກສາຢ່າງຮີບດ່່ວນ.

ແຫຼ່ງຂ່າວ ​ch3

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...