Homeສຸຂະພາບ ແລະ ສີ່ງແວດລ້ອມພະຍາດໄຂ້ເລືອດອອກອັນຕະລາຍເຖິງຊີວິດຖ້າບໍ່ຮູ້ຈັກປ້ອງກັນ

ພະຍາດໄຂ້ເລືອດອອກອັນຕະລາຍເຖິງຊີວິດຖ້າບໍ່ຮູ້ຈັກປ້ອງກັນ

Published on

ພະຍາດໄຂ້ເລືອດອອກ ຫຼື Dengue hemorrhagic fever ເປັນໄຂ້ທີ່ເກີດຈາກການຕິດເຊື້ອໄວຣັສແດງກີ (Dengue virus) ໂດຍມີຍຸງລາຍເປັນພາຫະນະນໍເຊື້ອ ມັກຈະພົບເຫັນໃນປະເທດເຂດຮ້ອນ ແລະ ມີການລະບາດໃນຊ່ວງລະດູຝົນຂອງທຸກໆປີ ອາການຂອງພະຍາດໄຂ້ເລືອດອອກມີຕັ້ງແຕ່ບໍ່ມີອາການຜິດປົກກະຕິໄປຈົນເຖິງເສຍຊີວິດໄດ້ຫາກບໍ່ໄດ້ຮັບການປິ່ນປົວໃຫ້ທັນເວລາ.

1. ສາເຫດຂອງພະຍາດໄຂ້ເລືອດອອກ
ພະຍາດໄຂ້ເລືອດອອກເກີດຈາກໄວຣັດ Dengue virus ເຊິ່ງມີຍຸງລາຍໂຕແມ່ເປັນພາຫະນະນໍາເຊື້ອພະຍາດ ເມື່ອຍຸງລາຍດູດເລືອດຂອງຜູ້ທີ່ເປັນໄຂ້ເລືອດອອກເຊື້ອກໍຈະເຂົ້າໄປຝັງໂຕຢູ່ພາຍໃນກະເພາະ ແລະ ຕ່ອມນໍ້າລາຍຂອງຍຸງໂດຍມີໄລຍະການຟັກເຊື້ອປະມານ 8-12 ມື້ ເມື່ອຍຸງລາຍທີ່ມີເຊື້ອໄປກັດຄົນອື່ນຕໍ່ໆໄປ ເຊື້ອໄວຣັສກໍຈະເຂົ້າສູ່ກະແສເລືອດຂອງຜູ້ທີ່ຖືກຍຸງກັດ ແລະ ກໍໃຫ້ເກີດການແຜ່ລະບາດຂອງພະຍາດໄຂ້ເລືອດອອກ.

2. ຜູ້ທີ່ມີຄວາມສ່ຽງເປັນໄຂ້ເລືອດອອກ
ພະຍາດໄຂ້ເລືອດອອກສາມາດເກີດຂື້ນໄດ້ກັບທຸກເພດທຸກໄວ ແຕ່ຈະພົບເຫັນຫຼາຍສຸດໃນເດັກນ້ອຍທີ່ກໍາລັງຮຽນ ແລະ ຜູ້ໃຫຍ່ທີ່ຢູ່ໃນຊ່ວງເຮັດວຽກ ເຊິ່ງຄົນທີ່ຢູ່ໃນກຸ່ມສ່ຽງເວລາທີ່ເປັນພະຍາດໄຂ້ເລືອດອອກແລ້ວມັກຈະເກີດມີອາການຮຸນແຮງ ຫຼື ເກີດພະຍາດແຊກຊ້ອນໄດ້ແກ່:
– ເດັກນ້ອຍ ຫຼື ຜູ້ເຖົ້າ
– ແມ່ຍິງຖືພາ
– ຜູ້ທີ່ເປັນໂຣກກະເພາະອັກເສບ
– ຜູ້ຍິງທີ່ເປັນປະຈໍາເດືອນ
– ຜູ້ທີ່ມີເມັດເລືອດແດງແຕກງ່າຍ
– ຜູ້ທີ່ເປັນໂຣກຫົວໃຈພິການ
– ຜູ້ປ່ວຍພະຍາດຊໍາເຮື້ອເຊັ່ນ: ເບົາຫວານ, ຄວາມດັນເລືອດສູງ, ໂຣກຫົວໃຈຂາດເລືອດ, ໄຕວາຍ ແລະ ຕັບແຂງ

3. ອາການຂອງພະຍາດໄຂ້ເລືອດອອກ
ພະຍາດໄຂ້ເລືອດອອກມັກຈະມີອາການທີ່ພົບເຫັນທົ່ວໄປໄດ້ແກ່: ເຈັບຫົວ, ປວດຂຸມຕາ, ປວດເມື່ອຍຕາມຂໍ້ກະດູກ, ມີຈຸດເລືອດອອກຕາມຜິວໜັງ, ມີໄຂ້ສູງເຖິງ 38 ອົງສາ, ປວດຮາກ, ເບື່ອອາຫານ, ຖ່າຍເປັນເລືອດ ແລະ ມີເລືອດອອກຕາມເຟັ້ນແຂ້ວ.

4. ການປ້ອງກັນພະຍາດໄຂ້ເລືອດອອກ
– ປ້ອງກັນບໍ່ໃຫ້ຍຸງລາຍກັດໂດຍການນຸ່ງເຄື່ອງທີ່ປົກຄຸມຮ່າງກາຍໄດ້ເປັນຢ່າງດີ
– ທໍາລາຍແຫຼ່ງເພາະພັນຂອງຍຸງລາຍຢູ່ບໍລິເວນເຮືອນ ແລະ ໃກ້ຄຽງ ໂດຍການປິດຝາພາຊະນະບັນຈຸຕ່າງໆທີ່ມີນໍ້າເພື່ອບໍ່ໃຫ້ຍຸງມາໄຂ່ໃສ່
– ປັບປຸງອະນາໄມສິ່ງແວດລ້ອມອ້ອມເຮືອນເພື່ອບໍ່ໃຫ້ມີແຫຼ່ງເພາະພັນຂອງຍຸງລາຍ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...