spot_img
Home​ຂ່າວທ່ອງທ່ຽວປະເທດລາວ ມີແຫລ່ງທ່ອງທ່ຽວທັງໝົດ ຫລາຍກວ່າ 2000 ແຫລ່ງ

ປະເທດລາວ ມີແຫລ່ງທ່ອງທ່ຽວທັງໝົດ ຫລາຍກວ່າ 2000 ແຫລ່ງ

Published on

ສຳນັກຂ່າວສານປະເທດລາວ ເປີດເຜີຍເມື່ອວັນທີ 3 ພຶດສະພາ 2017 ວ່າ ປະເທດລາວ ມີແຫລ່ງທ່ອງທ່ຽວທັງໝົດ ຫລາຍກວ່າ 2000 ແຫລ່ງ ພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

 ອີງ​ຕາມ​ຮ່າງ​ ສະຫລຸບ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ ​ສົກ​ປີ 2015-2016 ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ທີ່​ໄດ້​ລາຍ​ງານຕໍ່​ກອງ​ປະຊຸມ​ ສະ​ໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VIII, ​ປັດຈຸ​ບັນ ​ແຫ​ລ່ງທ່ອງທ່ຽວ​​ທົ່ວ​ປະ​ເທດ​ມີ 2.104 ​ແຫ​ລ່ງ ​ໃນ​ນັ້ນ ​ເປັນ​ແຫ​ລ່ງທ່ອງ​ທ່ຽວ ​ທຳ​ມະ​ຊາດ1.194 ​ແຫ​ລ່ງ, ​ແຫ​ລ່ງທ່ອງ​ທ່ຽວ​ ທາງ​ວັດທະນະທຳ 628 ​ແຫ​ລ່ງ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ ​ທາງ​ປະຫວັດສາດ 282 ​ແຫ​ລ່ງ. ​ໃນ​ປີ 2016 ທົ່ວ​ປະ​ເທດ​ ສຳ​ເລັດ​ການ​ສຳ​ຫລວດ-ຈັດ​ສັນ ​ແລະ ກຳນົດ​ຂອບ​ເຂດ ​ແຫ​ລ່ງທ່ອງ​ທ່ຽວ​ໄດ້​ 12 ​ແຫ່ງ, ສຳ​​ເລັດ​ການ​ປັກ​ຫລັກ​ໝາຍ​ 20 ​ແຫ່ງ; ​ໃນ​ນັ້ນ​ ມີ​ແຫ​ລ່ງທ່ອງ​ທ່ຽວ ​ທີ່​ເປັນ​ບູລິມະສິດ 3 ​ແຫ່ງ ​ຄື: ນ້ຳຕົກຕາດ​ຈຳປີ ທີ່​ເມືອງ​ປາກ​ຊ່ອງ​ ແຂວງ​ຈຳປາ​ສັກ, ຖ້ຳ​ປູ​ຄຳ ​ເມືອງ​ວັງ​ວຽງ ​ແຂວງ​ວຽງ​ຈັນ ​ແລະ ບໍ່​ນ້ຳ​ຮ້ອນ ​ເມືອງ​ຫົວ​ເມືອງ ​ແຂ​ວງຫົວພັນ.

ພ້ອມ​ດຽວ​ກັນ​, ຂ​ະແໜງ​ທ່ອງ​ທ່ຽວ ​ໄດ້​ປະຕິບັດ​ນະ​ໂຍບາຍ​ ການ​ມີ​ສ່ວນ​ຮ່ວມ ​ເພື່ອ​ພັດທະນາ​ການ ທ່ອງທ່ຽວ ​ໃຫ້​ມີ​ຄວາມ​ຍືນ​ຍົງ, ສົ່ງ​ເສີມ​ການທ່ອງທ່ຽວ ​ໃຫ້​ເປັນ​ວົງ​ຈອນ​ຄົບ​ຊຸດ, ທັນ​ສະ​ໄໝ ​ແລະ ຍືນ​ຍົງ; ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຈາກ​ພາກ​ພື້ນ ​ແລະ ສົ່ງ​ເສີມ​ນັກ​ທ່ອງ​ທ່ຽວ​ ທີ່​ມີ​ລາຍ​ໄດ້​ສູງ ​ເຂົ້າ​ມາ​ທ່ອງ​ທ່ຽວ ​ໃຫ້​ຫລາຍ​ຂຶ້ນ​. ​ເຊິ່ງປັດຈຸບັນ ​ທົ່ວ​ປະ​ເທດ ​ມີ​ດ່ານ​ສາກົນ 27 ​ແຫ່ງ ສາມາດ​ເອົາ​ວີ​ຊາ​ກັບ​ດ່ານ​ໄດ້ 22 ​ແຫ່ງ, ມີ​ສະໜາມ​ບິນ​ສາກົນ 4 ​ແຫ່ງ. ລັດຖະບານ​ ໄດ້​ເຊັນ​ສົນທິສັນ​ຍາ ​ຍົກ​ເວັ້ນວີ​ຊາ​ສອງ​ຝ່າຍ​ ໃຫ້​ກັບ 45 ປະ​ເທດ ແລະ ຍົກ​ເວັ້ນວີ​ຊາ​ຝ່າຍ​ດຽວ​ ກັບປະ​ເທດ ສ.​ເກົາ ຫລີ, ຍີ່ປຸ່ນ, ລຸກ​ຊຳ​ບວກ, ສະ​ວິດ​ເຊີ​ແລນ. ນອກ​ນີ້ ​ຍັງ​ໄດ້​ພັດທະນາ​ ໂຄງ​ລ່າງ​ພື້ນຖານ​ ຢ່າງ​ມະຫາສານ ​ເປັນ​ຕົ້ນ ​ປັບປຸງ​ສະໜາມ​ບິນ, ສ້າງ​ທາງ​ຄົມມະນາຄົມ​ໃຫ້​ເຊື່ອມ​ຈອດ​ກັນ​ ໃນ​ທົ່ວ​ປະ​ເທດ ​ແລະ ​ເຊື່ອມ​ຈອດ​ກັບ ປະ​ເທ​ດ​ເພື່ອນ​ບ້ານ​ໃກ້​ຄຽງ ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ໃນ​ການ​ເຂົ້າ-ອອກ, ສຳລັບ​ຈຳນວນ​ນັກ​ທ່ອງ​ທ່ຽວ ​ໃນ​ປີ 2016 ມີ​ຈຳນວນ 4,24 ລ້ານ​ເທື່ອ​ຄົນ ທຽບ​ໃສ່​ປີຜ່ານມາ​ຫລຸດ​ລົງ 10% ສາມາດ​ສ້າງ​ລາຍ​ຮັບ​ ຈາກ​ການທ່ອງທ່ຽວ​ໄດ້ 725,36 ລ້ານ​ໂດ​ລາ​ສະຫະລັດ. ສາ​ເຫດ​ຂອງການຫລຸດ​ລົງ​ ຂອງ​ນັກ​ທ່ອງ​ທ່ຽວ ຍ້ອນ​ຜົນ​ກະທົບ ​ຈາກ​ນະ​ໂຍບາຍ​ການທ່ອງທ່ຽວ ​ຂອງ​ປະ​ເທດ​ເພື່ອນ​ບ້ານ ​ແລະ ຍ້ອນ​ນັກ​ທ່ອງ​ທ່ຽວ ​ສົມ​ທຽບ​ດ້ານ​ຄ່າ​ໃຊ້​ຈ່າຍ​ພາຍ​ໃນ​ ເຊັ່ນ: ຄ່າ​ເດີນທາງ, ອາຫານ​ການ​ກິນ ​ແລະ ຄ່າ​ບໍລິການ​ຕ່າງໆ​ຢູ່ ສປປ ລາວ ​ແມ່ນ​ສູງ​ກ່ວາ ​ບັນດາ​ປະ​ເທດ​ໃກ້ຄຽງ, ຄຸນ​ນະພາ​ບການ​ບໍລິການ ​​ບັນ​ດາ​ປະ​ເທດ​ໃກ້​ຄຽງ​​​ດີ​ກ່ວາ ມີລາ​ຄາ​ກໍ​ຖືກ​ກວ່າ​ການ​ມາ​ທ່ຽວ ສປປ ລາວ.

ດັ່ງ​ນັ້ນ, ການ​ວາງ​ແຜນການ​ທ່ອງ​ທ່ຽວ​ ຕ້ອງ​ໄດ້​ຄຳນຶງ​ເຖິງ​ຕົ້ນ​ທຶນ ​ຂອງ​ການທ່ອງທ່ຽວ ບວກ​ກັບ​ການ​ບໍລິການ ​ທີ່​ມີ​ຄຸນ​ນະພາ​ບ ​ເພື່ອສາມາດ​ແຂ່ງ​ຂັນ​ກັບ​ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ຫລື ຕ້ອງ​ໄດ້​ວາງ​ນະ​ໂຍບາຍ​ທີ່​ຊັດ​ເຈນ ​ໃນ​ຮູບ​ແບບ​ການທ່ອງທ່ຽວ​ ທີ່​ມີ​ເອກະລັກ​ຂອງ​ລາວ​ ຈຶ່ງຈະ​ເປັນ​ການ​ດີ.

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...