spot_img
Homeຂ່າວເຫດການທ່ານ ພັນຄຳ ວິພາວັນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງປະທານສະຫະພັນກິລາບານເຕະອາຊຽນ

ທ່ານ ພັນຄຳ ວິພາວັນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງປະທານສະຫະພັນກິລາບານເຕະອາຊຽນ

Published on

​ໃນຕອນແລງຂອງ​ວັນ​ທີ 7 ມີນາ 2017 ຜ່ານມານີ້ ທີ່​ທໍານຽບປະທານ​ປະ​ເທດ (ຫໍ​ຄໍາ) ທ່ານ ພັນ​ຄໍາ ວິພາ​ວັນ ຮອງ​ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ ຂອງ​ທ່ານ Shaikh Salman bin Ebrahim hi khalifa ປະທານ​ສະຫະພັນກິລາ​ບານເຕະ​ອາ​ຊຽນ​ ພ້ອມຄະນະເຂົ້າຢ້ຽມຂໍ່ານັບ ​ໃນ​ໂອກາດ ​ທີ່​​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ ຢູ່ ສປປ ລາວ.

​ໃນ​ໂອກາດດັ່ງກ່າວ, ທ່ານ ພັນ​ຄໍາ ວິພາ​ວັນ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ ພ້ອມ​ທັງ​ຕີ​ລາ ຄາ​ສູງ ​ຕໍ່​ການ​ເດີນທາງ​ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້ ​ຂອງ​ທ່ານ​ປະທານ​ສະຫະພັນ​ກິລາ​ບານເຕະ​ອາ​ຊຽນ​ ​ເຊິ່ງເປັນ​ການ​ປະກອບສ່ວນ​ສໍາຄັນ ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ ລະຫວ່າງ ສອງ​ຂະ​ແໜງ​ການ​ ກໍ​ຄື​ ສະະ​ຫະພັນ​ກິລາ​ບານ​ເຕະ​ແຫ່ງ​ຊາດ​ລາວ ແລະ ສະຫະພັນກິລາ​ບານ​ເຕະອາ​ຊຽນ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງໆຂຶ້ນ ແລະ ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​​ປະທານສະຫະພັນ​ກິລາ​ບານ​​ເຕະ​ອາ​ຊຽນ ທີ່​ໄດ້​ໃຫ້ການ​ສະໜັບສະໜູນສະຫະພັນ​ກິລາ​ບານ​ເຕະ​ຂອງ​ລາວ ​​ໃນ​ໄລຍະ​ຜ່ານ​ມາ​.

​ໃນ​ອາກາດ​ນີ້, ທ່ານປະທານ ​ສະຫະພັນກິລາ​ບານ​ເຕະ​ອາ​ຊຽນ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານຮອງ ​ປະທານ​ປະ​ເທດ ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ ໃນ​ຄັ້ງ​ນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມລາວໃນຄັ້ງນີ້ ເພື່ອເປີດໂຄງການກໍ່ສ້າງເດີ່ນບານເຕະຂະໜາດນ້ອຍ ແລະແລກປ່ຽນບົດຮຽນນຳກັນ ລະຫວ່າງສອງສະຫະພັນບານເຕະອາຊີ-ສະຫະພັນບານເຕະແຫ່ງຊາດລາວ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...