spot_img
Homeຂ່າວພາຍ​ໃນທ່ານເຈົ້າຄອງ ນວ ເນັ້ນໃຫ້ເພີ່ມທະວີຄຸ້ມຄອງດ່ານໃຫ້ມີຄວາມເຂັ້ມແຂງ

ທ່ານເຈົ້າຄອງ ນວ ເນັ້ນໃຫ້ເພີ່ມທະວີຄຸ້ມຄອງດ່ານໃຫ້ມີຄວາມເຂັ້ມແຂງ

Published on

ວັນທີ 26 ເມສາ 2023 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບພະນັກງານຫຼັກແຫຼ່ງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ຄຳພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ແຫ່ງທີ 1 ມີຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທ່ານ ພັນເອກ ຄຳພອນ ເທບພະວົງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ປະຈຳໄຕມາດ I ປີ 2023 ວ່າ: ປັດຈຸບັນ ຄະນະຄຸ້ມຄອງດ່ານ ກຳລັງປັບປຸງລະບົບຕູ້ແຈ້ງເອກະສານຂອງເຈົ້າໜ້າທີ່ ຂະຫຍາຍເລນລົດເຂົ້າ-ອອກດ່ານ ປັບປຸງທັດ ສະນີຍະພາບບໍລິເວນດ່ານ ແຕ້ມເສັ້ນຈາລະຈອນ ຕິດຕັ້ງປ້າຍຈາລະຈອນ ແລະ ຕິດຕັ້ງໄຟຟ້າບໍລິເວນເດີ່ນ ລວມມູນຄ່າການລົງທຶນທັງໝົດ 5.533.377.465.060 ກີບ ວຽກງານທັງໝົດສຳລັດແລ້ວ 80% ແລະ ສາມາດອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ຍານພາຫະນະເຂົ້າ-ອອກດ່ານ ສະດວກສະບາຍກວ່າເກົ່າ ບໍລິເວນດ່ານມີຄວາມສະອາດ ສວຍງາມ ແລະ ເປັນລະບຽບຮຽບຮ້ອຍກວ່າເກົ່າ.

ພ້ອມດຽວກັນນີ້ ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການບໍລິການແລ່ນລົດ ໄຟ ລະຫວ່າງປະເທດໜອງຄາຍ-ທ່ານາແລ້ງ ຈາກຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ການປະກອບຄຳເຫັນຕໍ່ການຄຸ້ມຄອງການຈັດເກັບຄ່າທຳນຽມ ຄ່າບໍລິການ ແລະ ກອງທຶນເຂົ້າລະບົບທັນສະໄໝ ຂອງ ນວ ແລະ ວຽກງານການຈັດເກັບລາຍຮັບເຂົ້າງົບປະມານ ຈາກພະແນກການເງິນ ນວ ແລະ ອື່ນໆ.

ຜ່ານການຮັບຟັງການລາຍງານ ແລະ ການປະກອບຄໍາເຫັນຂອງບັນດາຂະແໜງການ ເຈົ້າຄອງນະຄອນ ຫຼວງວຽງຈັນ ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງດ່ານໃນໄລຍະຜ່ານມາ ໂອກາດນີ້ ທ່ານໄດ້ເນັ້ນຕື່ມບາງບັນຫາດັ່ງນີ້: ສືບຕໍ່ປະຕິບັດມາດຕະການດ້ານຕ່າງໆ ກໍຄື ລະບຽບກົດໝາຍ ນະໂຍ ບາຍຂອງລັດຖະບານວາງອອກ ກ່ຽວກັບກົນໄກການຄຸ້ມຄອງດ້ານໃຫ້ມີຄວາມເຂັ້ງແຂງຂຶ້ນກ່ວາເກົ່າ ຕ້ອງເຂັ້ມງວດ ໃນການກວດກາ ແລະ ສະກັດກັ້ນ ບັນຫາສິ່ງຕ້ອງຫ້າມທີ່ຈະນໍາເຂົ້າດ່ານສາກົນ ຫຼື ວ່າດ່ານປະ ເພນີ ເປັນຕົ້ນການລັກລອບຂົນຢາເສບຕິດ ການລັກລອບນໍາເຂົ້າພະຫະນະທີ່ບໍາຖືກຕ້ອງ ສືບຕໍ່ປ້ອງກັນສິນ ຄ້ານໍາເຂົ້າທີ່ຜິດກົດໝາຍ ແລະ ສິນຄ້າທີ່ບໍ່ຈໍາເປັນ ສິນຄ້າປະເພດໃດຫາກວ່າພາຍໃນຜະລິດກຸ່ມກິນ ຫຼື ວ່າສິນ ຄ້າປະເພດໃດທີ່ພາຍໃນຜະລິດເອງໃດ ແມ່ນຍຸດການນໍາເຂົ້າ ເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນ ແລະ ໃຫ້ເອົາໃຈໃສ່ສະກັດກັ້ນພົນລະເມືອງ ແຮງງານທີ່ລັກລອບຂ້າມແດນ ທີ່ໄປເຮັດວຽກຢູ່ຕ່າງປະເທດທີ່ຜິດຕໍ່ລະບຽບກົດໝາຍຂອງສປປ ລາວ ແລະ ກົດໝາຍລະຫວ່າງປະເທດ ໃຫ້ເອົາໃຈໃສ່ແທ້ບັນຫານີ້.

ທີ່ມາ Vientiane Mai

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...