spot_img
Homeຂ່າວການພັດທະນາທາງດ່ວນ ວຽງຈັນ-ວັງວຽງ ຈະເປັນໂສມໜ້າໃໝ່ຂອງລະບົບຂົນສົ່ງໃນລາວ.

ທາງດ່ວນ ວຽງຈັນ-ວັງວຽງ ຈະເປັນໂສມໜ້າໃໝ່ຂອງລະບົບຂົນສົ່ງໃນລາວ.

Published on

ທ່ານ ບຸນຍະວັດ ນີລະໄຊຍ໌ ຜູ້ປະສານງານເສັ້ນທາງສາຍໃໝ່ ນະຄອນຫຼວງວຽງຈັນ-ວັງວຽງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງ ນະຄອນຫຼວງວຽງຈັນ – ວັງວຽງ ແມ່ນນອນໃນໂຄງການທາງດ່ວນລາວ-ຈີນ ທີ່ມີຈຸດເລີ່ມແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ແຂວງຫຼວງນ້ຳທາ ຊາຍແດນ ສປ ຈີນ ໂດຍຜ່ານ 4 ແຂວງຄື: ນະຄອນຫຼວງວຽງຈັນ (ນວ), ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ. ສະເພາະການກໍ່ສ້າງໄລຍະທຳອິດແມ່ນຈະສ້າງແຕ່ ນະຄອນຫຼວງວຽງຈັນ ຫາ ວັງວຽງ ແຂວງວຽງຈັນ ທີ່ມີຄວາມຍາວທັງໝົດ 113.5 ກິໂລແມັດ, ກວ້າງ 23 ແມັດ, ມີ 4 ຊ່ອງຈະລາຈອນ ແລະ ມີ 2 ແລວໄປ-ກັບ, ມູນຄ່າການກໍ່ສ້າງທັງໝົດປະມານ 1.3 ຕື້ໂດລາສະຫະລັດ.

ໂດຍມີຈຸດເລີ່ມຕົ້ນແຕ່ບ້ານສີເກີດເມືອງນາຊາຍທອງນະຄອນຫຼວງວຽງຈັນມີແລວທາງຄູ່ຂະໜານກັນກັບທາງເລກທີ 13 ເໜືອ ແລະ ໂຄງການທາງລົດໄຟລາວ-ຈີນ, ຕັດຜ່ານເຂດແມ່ນ້ຳ, ທົ່ວພຽງ, ທົ່ງນາ ແລະ ເຂດພູສູງຊັນ ຜ່ານບ້ານນາຊອນ, ບ້ານບົວ, ສະກ້າ, ໂພນໂຮງ, ໜອງໄຄ້, ລອດພູພະ, ຫີນເຫີບ, ວັງຄີ, ທ່າເຮືອ ແລະ ສຸດທີ່ຈຸດທິດຕາເວັນອອກຂອງວັງວຽງບ່ອນຈະເຊື່ອມຕໍ່ກັບໄລຍະຕໍ່ໄປຂອງເສັ້ນທາງດ່ວນ ນວ-ບໍ່ເຕັນກໍ່ຄືຈຸດເຊື່ອມຕໍ່ລະຫວ່າງວັງວຽງ-ຫຼວງພະບາງ.

ທ່ານໃຫ້ຮູ້ຕື່ມວ່າ: ສະເພາະການອອກແບບທາງໃຫ້ລົດແລ່ນ ແຕ່ນະຄອນຫຼວງວຽງຈັນ-ໂພນໂຮງແມ່ນມີຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ, ຕະຫຼອດເສັ້ນທາງຈະມີການກໍ່ສ້າງວົງວຽນເຊື່ອມຕໍ່ຂຶ້ນລົງທາງ ທັງໝົດ 7 ຈຸດຄື: 1: ຈຸດບ້ານນາຊອນ; 2: ບ້ານບົວ; 3: ບ້ານສະກ້າ; 4: ໂພນໂຮງ; 5: ຫີນເຫີບ; 6: ທ່າເຮືອ ແລະ ຈຸດທີ 7: ແມ່ນວັງວຽງ. ເຊິ່ງເປັນການລົງທຶນຂອງກຸ່ມບໍລິສັດກໍ່ສ້າງແຂວງຢຸນນານໃນຮູບແບບ (BOT) ຕາມແຜນການແມ່ນຈະລົງມືກໍ່ສ້າງໃນເດືອນພະຈິກ 2017 ຮອດປີ 2020 ໃຊ້ເວລາໃນການກໍ່ສ້າງ 3 ປີໃຫ້ສຳເລັດ.

ຕະຫຼອດເສັ້ນທາງໄດ້ມີການອອກແບບກໍ່ສ້າງເຂດໃຫ້ບໍລິການ 2 ແຫ່ງ ແລະ ຈຸດພັກລົດ 2 ແຫ່ງພາຍໃນຈຸດບໍລິການແຕ່ລະຈຸດຈະປະກອບມີປ້ຳນ້ຳມັນ, ໂຮງແຮມ, ຮ້ານຄ້າ, ຮ້ານອາຫານ, ຮ້ານສ້ອມແປງລົດ ແລະ ຍັງມີສູນກາງການຄວບຄຸມຕິດຕາມ ແລະ ເຂດບໍາລຸງຮັກສາທາງ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...