spot_img
Homeຂ່າວຕ່າງປະເທດທະຫານຊີເຣຍປະທະກຸ່ມໄອເອສ ມີຜູ້ເສຍຊີວິດຈຳນວນຫຼາຍ

ທະຫານຊີເຣຍປະທະກຸ່ມໄອເອສ ມີຜູ້ເສຍຊີວິດຈຳນວນຫຼາຍ

Published on

ສຳນັກຂ່າວເອເອຟພີລາຍງານຈາກນະຄອນເບຣຸດ ປະເທດເລບານອນ ເມືອວັນທີ 30 ສິງຫາ ວ່າ ສູນສັງເກດການສິດທິມະນຸດຊີເຣຍ (ເອສໂອເອສອາຣ໌) ແຫ່ງອັງກິດ ເປີດເຜີຍເມື່ອວັນພຸດວ່າ ການຍິງປະທະກັນຕັ້ງແຕ່ຕອນເຊົ້າຂອງວັນອັງຄານ ດົນກວ່າ 24 ຊົ່ວໂມງ ເຊິ່ງມີຂຶ້ນໃນຂະນະທີ່ທະຫານກອງທັບຊີເຣຍກຳລັງເດີນໜ້າເຂົ້າຫາເມືອງຣັກກາ ທາງພາກເໜືອຂອງຊີເຣຍ ເຊິ່ງເປັນຖານທີ່ໝັ້ນບ່ອນສຸດທ້າຍຂອງກຸ່ມໄອເອສ ທະຫານກອງກຳລັງຊີເຣຍສູ້ຮົບດຸເດືອດກັບນັກຮົບກຸ່ມໄອເອສ ໃນເມືອງ ຣັກກາ ຕະຫຼອດວັນອັງຄານທີ່ຜ່ານມາ ເຮັດໃຫ້ນັກຮົບໄອເອສເສຊີວິດ 38 ຄົນ ສ່ວນທະຫານ ແລະ ນັກຮົບແນວຮ່ວມເສຍຊີວິດ 26 ຄົນ

https://youtu.be/txUueJt5dY0

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...