spot_img
Homeຂ່າວພາຍ​ໃນທະນາຄານພັດທະນາອາຊີ ແລະ ທະນາຄານໂລກ ມອບປື້ມບົດລາຍງານຄວາມສະເຫມີພາບ ຍິງ-ຊາຍໃນລາວ

ທະນາຄານພັດທະນາອາຊີ ແລະ ທະນາຄານໂລກ ມອບປື້ມບົດລາຍງານຄວາມສະເຫມີພາບ ຍິງ-ຊາຍໃນລາວ

Published on

1D9ABA54-7C3C-42F4-BCB2-8DC65F850EF2_mw1024_n_s

ທະນາຄານພັດທະນາ ອາຊີ (ADB) ຮ່ວມກັບທະນາ ຄານໂລກ ໄດ້ມອບປຶ້ມບົດ ລາຍງານການປະເມີນຄວາມ ສະເໝີພາບລະຫວ່າງຍິງ-ຊາຍ ໃນ ສປປ ລາວ ທີ່ແປ ເປັນພາສາລາວຈຳນວນ 500 ຫົວ ໃຫ້ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ ຍິງແຫ່ງຊາດ ( ຄກມຊ ) ໃນ ວັນທີ 6 ກັນຍາ 2013 ນີ້, ໂດຍທ່ານ ເອບາແລນຟຼີລິງ, ຮັກສາການຫົວໜ້າຫ້ອງການ ເອດີບີ ປະຈຳ ສປປ ລາວ ແລະ ທ່ານນາງ ເຄອິໂກະມີ ວະ, ຫົວໜ້າຫ້ອງການທະນາ ຄານໂລກປະຈຳ ສປປ ລາວ ເປັນຜູ້ມອບ ແລະ ໃຫ້ກຽດຮັບ ໂດຍທ່ານນາງເຂັມແພງ ພົນ ເສນາ, ລັດຖະມົນຕີປະຈຳ ຫ້ອງວ່າການລັດຖະບານ,ປະ ທານຄະນະກຳມາທິການເພື່ອ ຄວາມກ້າວໜ້າຂອງແມ່ຍິງ ແຫ່ງຊາດ.
ບົດລາຍງານການປະເມີນ ຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ ສະບັບນີ້ີ ແມ່ນ ມີປະໂຫຍດອັນມະຫາສານ, ບົດລາຍງານດ່ັງກ່າວໄດ້ນຳ ສະເໜີຄວາມຄືບໜ້າຂອງ ການສົ່ງເສີມຄວາມສະເໝີ ພາບຍິງ-ຊາຍຢູ່ ສປປ ລາວ ໂດຍໄດ້ເນັ້ນໜັກໃຫ້ 3 ປະ ເດັນຄື: 1. ບົດບາດຍິງ-ຊາຍ ໃນການເຂົ້າເຖິງການພັດທະ ນາຊັບພະຍາກອນມະນຸດ, 2. ໂອກາດທາງເສດຖະກິດ ແລະ ການມີສ່ວນຮ່ວມຂອງ ແມ່ຍິງໃນການປະກອບຄຳ ຄິດຄຳເຫັນຢູ່ໃນຕຳແໜ່ງຕັດ ສິນບັນຫາ ແລະ 3. ວິເຄາະປະ ເດັນບົດບາດ ຍິງ-ຊາຍ ທີ່ຕິດ ພັນກັບຂົງເຂດຂອງການພັດ ທະນາ ແລະ ຄວາມສ່ຽງທີ່ປະ ກົດຕົວຂຶ້ນ ເພື່ອເຜີຍແຜ່ໃຫ້ ສັງຄົມ ເວົ້າລວມ ເວົ້າສະເພາະ ແມ່ນເຜີຍແຜ່ໃຫ້ ຄກມ ແຕ່ ລະຂັ້ນໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມຄືບໜ້າການສົ່ງ ເສີມຄວາມສະເໝີພາບຍິງ- ຊາຍ ໃນ ສປປ ລາວ ໃນໄລຍະ ຜ່ານມາພ້ອມກັນນັ້ນກໍ່ໄດ້ຍົກ ໃຫ້ເຫັນຂໍ້ທີ່ຄົງຄ້າງ ແລະ ສິ່ງ ທ້າທ້າຍຂອງວຽກງານສົ່ງ ເສີມບົດບາດ ຍິງ-ຊາຍ ຢູ່ ສປປ ລາວ ກໍ່ຄື ຂໍ້ສະເໜີແນະ ນຳຕ່າງໆໃນການວາງນະໂຍ ບາຍເພື່ອຫຼຸດຜ່ອນຄວາມ ແຕກໂຕນລະຫວ່າງ ຍິງ-ຊາຍ ກ່ຽວກັບໃນແຕ່ລະດ້ານ. ບົດ ລາຍງານສະບັບນີ້ຍັງຈະເປັນ ເອກະສານ, ຂໍ້ມູນທີ່ສຳຄັນໃຫ້ ແກ່ບັນດາການຈັດຕັ້ງ ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ຄະນະກຳມະ ການເພື່ອຄວາມກ້າວໜ້າ ຂອງແມ່ຍິງ (ຄກມ) ທຸກຂັ້ນ ກໍ່ ຄືກຸ່ມຄົນທີ່ສົນໃຈໃນການຄົ້ນ ຄວ້າກ່ຽວກັບວຽກງານສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ເພື່ອນຳໃຊ້ເຂົ້າໃນການສ້າງ ແຜນນະໂຍບາຍຍຸດທະສາດ ທີ່ພົວພັນເຖິງການເອົາໃຈໃສ່ ຕໍ່ບົດບາດຍິງ-ຊາຍ.
ຄກມຊ ຈະນຳເອົາບົດລາຍ ງານທີ່ໄດ້ຮັບ ໄປເຜີຍແຜ່ ແລະ ແຈກຢາຍໃຫ້ ຄກມ ແຕ່ ລະຂັ້ນ ເພື່ອໃຊ້ເປັນເອກະ ສານຄູ່ມືເຂົ້າໃນການສົ່ງເສີມ ຄວາມສະເໝີພາບຍິງ-ຊາຍ, ຄວາມກ້າວໜ້າຂອງແມ່ຍິງ ປະກອບສ່ວນເຂົ້າໃນການ ສ້າງສາ ແລະ ພັດທະນາປະ ເທດຊາດ ເພື່ອບັນລຸເປົ້າໝາຍ ສະຫັດສະວັດ ໂດຍສະເພາະ ແມ່ນເປົ້າໝາຍທີ 3 ການສົ່ງ ເສີມຄວາມສະເໝີພາບຍິງ-  ຊາຍ ແລະ ການມອບສິດເປັນ ເຈົ້າໃຫ້ແມ່ຍິງໃນທຸກດ້ານ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...