spot_img
Homeນານາສາລະຊີ້ນດາດ ບຸ​ບ​ເຟ່​ ອັນຕະລາຍ​ທີ່​ແຝງ​ມາ​ກັບ​ຄວາມ​ແຊບ

ຊີ້ນດາດ ບຸ​ບ​ເຟ່​ ອັນຕະລາຍ​ທີ່​ແຝງ​ມາ​ກັບ​ຄວາມ​ແຊບ

Published on

1

            ຫລາຍ​ຄົນ​ກໍ່ຄົງ​​ມັກ​ກັບ​ການ​ສັງສັນ​ ດ້ວຍ​ອາຫານ​ທີ່ອີ່ມແລ້ວ​ຄຸ້ມ ທີ່​ສາມາດ​ເລືອກ​ກິນອາຫານ​ຫລາຍ​ຢ່າງ​ໄດ້​ຕາມ​ທີ່​ຕ້ອງ​ການ ​ຕາມ​ຮ້ານ​ອາຫານ​ຕ່າງໆ ທີ່​ຕິດ​ປ້າຍບອກ​ວ່າ ບຸບເຟ ແລະ ​ໜຶ່ງ​ໃນ​ນັ້ນ ທີ່​ຂ້ອນ​ຂ້າງ​ເປັນ​ທີ່​ນິຍົມ​ສຳລັບ​ກຸ່ມ​ຄົນ​ທຸກ​ໄວ ທັງ​ໄວ​ໜຸ່ມ ໄວ​ຮຽນ ໄວ​ເຮັດວຽກ​ ຄົງ​ປະຕິເສດ​ບໍ່​ໄດ້​ກັບ​ອາຫານ​ບຸ​ບເຟ ​ທີ່ ​ເອີ້ນວ່າ ຊີ້ນດາດແຕ່… ທຸກຄົນຮູ້​ຫລື​ບໍ່​ວ່າ ຊີ້ນດາດ ທີ່ແສບສຸດຍອດ​ຂອງ​ທ່ານ​ນັ້ນ ມີ​ອັນຕະລາຍ​ຫຍັງ​ແອບແຝງ​ຕົວ​ມາແດ່?  ​ຮ້ານຊີ້ດາດ​ສ່ວນ​ໃຫຍ່ ຈະ​ຈັດ​ກຽມ​ວັດ​ຖຸ​ດິບ​ອາຫານ​ສົດ​ຕ່າງໆ ເຊັ່ນ ຊີ້ນ​ໝູ , ຕັບ​ໝູ , ຍໍ ,ຊີ້ນ​ໄກ່ , ລູກ​ຊິ້ນ , ກຸ້ງ , ​ປາ , ໄສ້​ກອກ , ປາ​ມຶກ​ສົດ , ຜັກ​ສົດ , ເຫັດ , ເປັນ​ຕົ້ນ ເພື່ອ​ໃຫ້​ລູກ​ຄ້າ​ເລືອກ​ນຳ​ໄປ​ປິ້ງ ແລະ ​ຕົ້ມ​ດ້ວຍ​ຕົນເອງ ​ເທິງ​ໝໍ້ທີ່​ມີ​ຄຸນສົມບັດ ຄື ສາມາດ​ປິ້ງ ແລະ ​ຕົ້ມ​ໄປ​ພ້ອມໆ ກັນ​ໄດ້

ອັນຕະລາຍ​ທີ່​ອາດ​ແຝງ​ໂຕຢູ່​ກັບ​ວັດ​ຖຸ​ດິບ​ ອາຫານ​ສົດ​ຕ່າງໆ ເຫລົ່າ​ນີ້ ຄື

  1. ຊີ້ນ​ຫມູ : ອາດ​ມີ​ເຊື້ອ Streptococcus suis ທີ່​ເຮັດໃຫ້​ຜູ້​ຮັບ​ເຊື້ອ​ເກີດ​ອາການ​ເຍື່ອ​ຫຸ້ມ​ສະຫມອງ​ອັກ​ເສບ ມີ​ໄຂ້​ສູງ ເຈັບ​ຫົວ ປວດຮາກ ຫູ​ໜວກ ເປັນ​ອຳ​ພາດ ບາງ​ຄົນ​ອາດ​ມີ​ເຍື່ອ​​ຫົວ​ໃຈ ປອດ​ອັກ​ເສບ ສາຍ​ຕາ​ມົວ​ ແລະ ​ອາດ​ຫູ​ໜວກ​ຖາວອນ​ໄດ້​ຫາກ​ບໍ່​ປຸງ​ໃຫ້​ສຸກ​ກ່ອນ​ຮັບປະທານ

2

      2.    ຍໍ : ອາດ​ປົນ​ເປື້ອນ​ສານ​ຟອກ​ຂາວ​ ທີ່​ໃຊ້​ໃນ​ການ​ຟອກ​ສີ​ຂອ​ງ​ ຍໍ ຈາກ​ສີ​ດຳ​ໃຫ້ເປັນ​ສີ​ຂາວ​ເບິ່ງ​ເປັນຕາ​ຮັບປະທານ ຊຶ່ງ​ຫາ​ກ​ກິນ​ເຂົ້າໄປ​ຈະ​ເຮັດໃຫ້​ເກີດ​ອາການ​ຫາຍ​ໃຈ​ຂັດ ຄວາມ​ດັນ​ເລືອດ​ຕໍ່າ ​ເຈັບທ້ອງ ຮາກ ອາຈົມເປັນນໍ້າ ຜູ້​ທີ່​ແພ້​ຢ່າງ​ຮຸນແຮງ ຫລື​ ຜູ້​ປ່ວຍ​ພະຍາດ​ຫອບ​ຫືດ​ອາດ​ມີ​ອາການ​ຊັອກ ໝົດ​ສະຕິ ແລະ ເສັຍຊີວິດ​ໄດ້

3

            3.  ກຸ້ງ , ປາ​ມຶກ​ສົດ : ອາດ​ປົນ​ເປື້ອນ​ສານ ​ຟອລມາ​ລີນ ຊຶ່ງ​ໃຊ້​ເພື່ອ​ເຮັດໃຫ້​ອາຫານ​ຄົງ​ຄວາມ​ສົດ ແລະ​ ກອບ​ ມັກ​ໃຊ້​ໃນ​ອຸດສາຫະກຳ​ອາຫານ​ທະ​ເລ ຖ້າ​ຮ່າງກາຍ​ໄດ້ຮັບ​ສານ​ຟອລມາ​ລີນ​ຈະ​ສົ່ງ​ຜົນ​ຕໍ່​ການເຮັດວຽກງານ​ຂອງ​ຫມາກໄຂ່ຫລັງ, ຫົວ​ໃຈ ແລະ​ ສະຫມອງ​ເສື່ອມ ຫາກ​ໄດ້ຮັບ​ໃນ​ປະລິມານ​ຫລາຍ​ ຫລື​ ຮ່າງກາຍ​ແພ້​ສານ​ນີ້ ຈະ​ມີ​ອາການ​ເຈັບທ້ອງ​ຢ່າງ​ຮຸນແຮງ ອາຈົມເປັນນໍ້າ ໝົດ​ສະຕິ ແລະ ​ຕາຍ​ໃນ​ທີ່ສຸດ

4

         4.​ ລູກ​ຊີ້ນ ແລະ ໄສ້​ກອກ : ອາດ​ປົນ​ເປື້ອນ​ສານ ​ບໍ​ແລັກ ຊຶ່ງ​ໃຊ້​ເພື່ອ​ໃຫ້​ອາຫານ​ກອບ ​ແຊບ ຖ້າຮ່າງກາຍ​ໄດ້ຮັບ​ສານ​ ບໍ​ແລັກ ໃນ​ປະລິມານ​ຫລາຍ​ຈະ​ເຮັດໃຫ້​ຮ່າງກາຍ​ອ່ອນ​ເພຍ ເບື່ອ​ອາຫານ ນ້ຳ​ໜັກ​ຫລຸດ ເປັນ​ພິດ​ຕໍ່​ຫມາກໄຂ່ຫລັງ ກໍ່​ໃຫ້​ເກີດ​ຫມາກໄຂ່ຫລັງ​ລົ້ມເຫລວ ແລະ ​ເປັນ​ອັນຕະລາຍ​ຕໍ່​ສະຫມອງ

6 5

                     ນອກ​ຈາກ​ນີ້​ໃນ​ອາຫານ​ສົດ​ ທີ່​ເຮັດ​ຄວາມ​ສະ​ອາດ​ບໍ່​ຖືກ​ ສຸກ​ລັກສະນະ ອາດ​ມີ​ການ​ປົນ​ເປື້ອນ​ເຊື້ອ​ພະຍາດ​ຊະນິດ​ຕ່າງໆ ໄດ້ ແລະ ​ການ​ປິ້ງ ອາຫານ​ໃຫ້​ສຸກ​ຫລາຍ​ເກີນ​ໄປ ອາດ​ກໍ່​ໃຫ້​ເກີດ​ສານ​ກໍ່​ມະ​ເຮັງ ແລະ ​ປະ​ປົນ​ເຂົ້າ​ສູ່​ຮ່າງກາຍ​ໄດ້​ນໍາອີກ​ ດັ່ງ​ນັ້ນ ໃນ​ການ​ກິນຊີ້ນດາດເຮົາ​ອາດ​ນຳ​ຕົນ​ເອງ​ເຂົ້າໄປ​ຢູ່ໃນ​ພາ​ວະ​ສ່ຽງ ແຕ່​ຫາກ​ເຮົາ​ຮູ້​ທັນ​ຄວາມ​ສ່ຽງ​ເຫລົ່າ​ນັ້ນ ແລະ ​ເລືອກ​ປະຕິບັດ​ໃຫ້​ຖືກ​ຕ້ອງ​ ກໍ​ສາມາດ​ປ້ອງ​ກັນ​ຕົນເອງ​ ແລະ ຫ​ລຸດ​ຄວາມ​ສ່ຽງ​ໄດ້​ເຮົາ​ກໍ​ຈະ​ກິນ​ຊີ້ນດາດກັນ​ໄດ້​ຢ່າ​ງແຊບຊ້ອຍ ແລະ ​ບໍ່​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...