spot_img
Homeຂ່າວພາຍ​ໃນຄົນລາວ ແລະ ຕ່າງຊາດລະດົມທຶນຊ່ວຍໄພພິບັດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ

ຄົນລາວ ແລະ ຕ່າງຊາດລະດົມທຶນຊ່ວຍໄພພິບັດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ

Published on

ຈາກເຫດການນໍ້າຖ້ວມທີ່ແຂວງອັດຕະປືໃນວັນທີ 23 ກໍລະກົດທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນໃນທ້ອງຖິ່ນເປັນຈໍານວນຫຼວງຫຼາຍ ຈົນລັດຖະບານປະກາດໃຫ້ເຫດການຄັ້ງນີ້ເປັນໄພພິບັດລະດັບຊາດ. ໃນໄລຍະແຫ່ງຄວາມທຸກຍາກລຳບາກ, ປະຊາຊົນລາວທັງປະເທດກໍໄດ້ສະແດງຄວາມມີນໍ້າໃຈເອື້ອເຟື້ອເຜື່ອແຜ່ຕໍ່ກັນດ້ວຍການບໍລິຈາກເງິນບໍ່ວ່າຈະເປັນ ການບໍລິຈາກໂດຍຜ່ານລະບົບທະນາຄານ BCEL One Heart ແລະ ການບໍລິຈາກເຄື່ອງອຸປະໂພກ-ບໍລິໂພກຜ່ານອົງການ ແລະ ກຸ່ມຊ່ວຍເຫຼືອຕ່າງໆ ເພື່ອຊ່ວຍໃຫ້ຜູ້ປະສົບໄພຜ່ານມໍລະສຸມນີ້ໄດ້. ປັດຈຸບັນ ຍອດການບໍລິຈາກເງິນຜ່ານ BCEL One Heart ແມ່ນມີກວ່າ 2.9 ຕື້ກີບ.

ນອກຈາກນໍ້າໃຈເອື້ອເຟື້ອຈາກຄົນໃນຊາດແລ້ວ, ລາວເຮົາຍັງໄດ້ຮັບການຊ່ວຍເຫຼືອຈາກຕ່າງຊາດ ເລີ່ມຕັ້ງແຕ່ມື້ເຫດການຈົນປັດຈຸບັນນີ້ມີປະເທດທີ່ຊ່ວຍເຫຼືອຄື:​

ໃນວັນທີ 24 ກໍລະກົດ, ສາທາລະນະລັດ ເກົາຫຼີ (ເກົາຫຼີໃຕ້) ໄດ້ສົ່ງທີມຊ່ວຍເຫຼືອ, ເຮລີຄອບເຕີ ແລະ ເຮືອ ເພື່ອເຂົ້າຊ່ວຍຜູ້ປະສົບໄພ.

ໃນວັນທີ 25 ກໍລະກົດ, ເຈົ້າມະຫາຊີວິດຣາຊະອານາຈັກໄທ ໄດ້ມອບເງິນຊ່ວຍເຫຼືອເປັນຈໍານວນ 1 ລ້ານບາດ, ພ້ອມພຣະຣາຊະທານ ຖົງຍັງຊີບ 5000 ຖົງ, ນໍ້າດື່ມ 10,000 ຕຸກ, ຜ້າເຊັດໂຕ 2,000 ຜືນ, ເຄື່ອງກອງນໍ້າ 49 ຊຸດ, ອາຫານ ແລະ ຢາອີກຈຳນວນໜຶ່ງ. ນອກຈາກນັ້ນ, ທ່ານ ປະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຍັງໄດ້ມອບເງິນຊ່ວຍເຫຼືອຜ່ານສະຖານທູດລາວເປັນຈໍານວນ 5 ລ້ານບາດ ຫຼື ປະມານ 1.3 ຕື້ກີບ.

ໃນມື້ດຽວກັນ, ປະເທດຍີ່ປຸ່ນໄດ້ມອບເຄື່ອງຊ່ວຍເຫຼືອສຸກເສີນໃຫ້ແກ່ຜູ້ປະສົບໄພເຊັ່ນ: ເຕັ້ນ, ຜ້າຫົ່ມ ແລະ ອື່ນໆ ຜ່ານອົງການ JICA ລາວ. ອົງການກາແດງ ແລະ ເດືອນສ້ຽວສາກົນໄດ້ໃຫ້ຄວາມຊ່ວຍເຫຼືອທາງດ້ານສາທາລະນະສຸກໂດຍຮ່ວມມືກັນກັບອົງການກາແດງລາວ. ປະເທດສິງກະໂປໄດ້ບໍລິຈາກເງິນຊ່ວຍເຫຼືອ 100,000 ໂດລາ ພ້ອມສົ່ງທີມຊ່ວຍເຫຼືອມາສະໜັບສະໜູນອົງການກາແດງລາວ. ສປ ຈີນໄດ້ສົ່ງທີມກູ້ໄພຊ່ວຍເຫຼືອ 100 ກວ່າຄົນ.

ແລະ ຕອນນີ້ມີລາຍງານວ່າ ສສ ຫວຽດນາມກຳລັງສົ່ງປັດໄຈຊ່ວຍເຫຼືອມາທາງດ່ານຊາຍແດນສາກົນພູເກືອ ໂດຍຂະບວນທະຫານເພື່ອມອບເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ຂອງສອຍ, ອາຫານການກິນ ແລະ ຢາປົວພະຍາດ.

ເຖິງແມ່ນວ່າລາວເຮົາຈະໄດ້ຮັບຄວາມຊ່ວຍເຫຼືອຈາກຫຼາຍພາກສ່ວນທັງພາຍໃນ ແລະ ຈາກຕ່າງປະເທດ, ແຕ່ວິກິດການນໍ້າຖ້ວມຢູ່ອັດຕະປືຍັງຢູ່ໃນພາວະທີ່ໜ້າເປັນຫ່ວງຢູ່, ພວກເຮົາຫວັງຢ່າງຍິ່ງວ່າປະຊາຊົນລາວເຮົາຈະສາມາດຜ່ານວິກິດການຄັ້ງນີ້ໄປໄດ້ ແລະ ມັນຈະເປັນບົດຮຽນອັນລໍ້າຂອງຄົນລາວທັງຊາດໃຫ້ຄໍາເນິງເຖິງຄວາມໂຫດຮ້າຍຂອງໄພພິບັດທາງທຳມະຊາດຢູ່ສະເໝີ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...