spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄາດຕະກຳ ຍ້ອນດ່າວົງຕະກຸນ

ຄາດຕະກຳ ຍ້ອນດ່າວົງຕະກຸນ

Published on

ອີງຕາມບົດລາຍງານຂອງກອງບັນຊາການ ປກສ ເມືອງນອງ ແຂວງສະຫວັນນະເຂດ ໃນວັນທີ 6 ມັງກອນ 2017 ໃຫ້ຮູ້ວ່າ: ໃນເວລາ 08:00 ໂມງ ຂອງວັນທີ 29 ຕຸລາ 2016 ທາງກອງບັນຊາການ ປກສ ເມືອງນອງ ໄດ້ຮັບການລາຍງານຈາກ ປກສ ກຸ່ມບ້ານທີ່ 3 ວ່າ: ມີເຫດການຄົນເສຍຊີວິດ ເຊິ່ງສົງໄສວ່າ ຖືກຄາດຕະກຳຢູ່ໄຮ່.

ຈາກນັ້ນ ກອງບັນຊາການ ປກສ ເມືອງນອງ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາ ຊັນລະສູດສະຖານທີ່ເກີດເຫດຕົວຈິງ ຈິ່ງຮູ້ວ່າ ຜູ້ເສຍຊີວິດແມ່ນ ນາງ ອາໂຍດ ອາຍຸ 25 ປີ ອາຊີບປະຊາຊົນ ຢູ່ບ້ານປະຈະຕຽນ ເມືອງນອງ, ຊື່ຜົວ ທ້າວ ອ່າງ ອາຍຸ 28 ປີ ອາຊີບປະຊາຊົນ ບ້ານປະຈະຕຽນ ເມືອງນອງ (ຜູ້ຖືກຫາ)

ຜ່ານການຊັນລະສູດ ແລະເກັບກຳຂໍ້ມູນຫຼັກຖານເບື້ອງຕົ້ນຈຶ່ງຮູ້ວ່າ ນາງ ອາໂຍດ (ຜູ້ເສຍຊີວິດ) ແມ່ນຍ້ອນການຄາດຕະກຳ ບໍ່ແມ່ນຜູກຄໍຕາຍເອງ, ສ່ວນເປົ້າໝາຍຄາດຕະກຳຄັ້ງນີ້ແມ່ນ ທ້າວອ່າງ (ຜູ້ເປັນຜົວ). ຕົກມາຮອດວັນທີ 2 ພະຈິກ 2016 ທາງເຈົ້າໜ້າທີ່ ປກສ ເມືອງນອງ ຈຶ່ງໄດ້ກັກຕົວທ້າວອ່າງ ມາດຳເນີນການສືບສວນ-ສອບສວນ ເຊິ່ງຜ່ານການສອບສວນຜູ້ກ່ຽວແມ່ນ ໄດ້ໃຫ້ການປະຕິເສດໃນເບື້ອງຕົ້ນ, ຈົນມາຮອດວັນທີ 3 ມັງກອນ 2017 ທາງພະແນກສືບສວນ-ສອບສວນ ປກສ ແຂວງສະຫວັນນະເຂດ ຈຶ່ງໄດ້ສົມທົບກັບກອງບັນຊາການ ປກສ ເມືອງນອງ ເພື່ອຊັນລະສູດເຫດ ແລະເກັບກຳຂໍ້ມູນຄືນໃໝ່, ເຈົ້າໜ້າທີ່ຈຶ່ງລົງຄວາມເຫັນວ່າ: ນາງ ອາໂຍດ ຖືກຄາດຕະກຳ ອຳພາງຄະດີ, ຜ່ານການສືບສວນ-ສອບສວນ ທ້າວອ່າງ (ຜູ້ຖືກຫາ) ໃນຄັ້ງວັນທີ 4 ມັງກອນ 2017 ແມ່ນ ໄດ້ໃຫ້ການສາລະພາບວ່າ: ຜູ້ກ່ຽວແມ່່ນໄດ້ລົງມືຄາດຕະກຳ ນາງອາໂຍດ ຜູ້ເປັນເມຍແທ້ ໂດຍໃຊ້ເຊືອກທີ່ອອງເປົ໋າເຂົ້າ ເປັນເຊືອກນີລົງສີຂຽວຮັດຄໍ ນາງ ອາໂຍດ ຈົນຂາດໃຈຕາຍ ແລ້ວລາກແກ່ໄປມັດໃສ່ງ່າໄມ້ຕາຍ (ໄມ້ດອກ) ຂະໜາດຂອງງ່າໄມ້ລວງຮອບ 8 ຊັງຕີແມັດ ເພື່ອອຳພາງຄະດີ ເຮັດຄ້າຍຄືກັບວ່າ ນາງ ອາໂຍດ ຜູກຄໍຕາຍ

ສ່ວນສາເຫດທີ່ ທ້າວ ອ່າງ ລົງມືຄາດຕະກຳ ນາງ ອາໂຍດ ໃນຄັ້ງນີ້ ແມ່ນຍ້ອນ ທັງສອງໄດ້ຜິດຖຽງກັນຢ່າງຮຸນແຮງ, ເຊິ່ງຜູ້ຕາຍໄດ້ປ້ອຍດ່າ ແລະຊາບແຊ່ງເຖິງໂຄດເຊື້ອວົງຕະກຸນພໍ່ແມ່ ທ້າວ ອ່າງ ຈຶ່ງເກີດອາລົມໃຈຮ້າຍ ຍ້ອນຖືກກະທົບທາງດ້ານຈິດໃຈ ຈຶ່ງຕັດສິນໃຈລົງມືກໍ່ເຫດດັ່ງກ່າວ ແລະເຫັນວ່າ ການກະທຳຂອງ ທ້າວ ອ່າງ ໃນຄັ້ງນີ້ແມ່ນ ເປັນການກະທຳຜິດໂດຍເຈດຕະນາ ແລະຈະໄດ້ມີການດຳເນີນຄະດີຕາມກົດໝາຍບ້ານເມືອງ

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...