spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຂໍ້ດີ ແລະ ຂໍ້ເສຍຂອງການຄຸມກຳເນີດແບບທຳມະຊາດ

ຂໍ້ດີ ແລະ ຂໍ້ເສຍຂອງການຄຸມກຳເນີດແບບທຳມະຊາດ

Published on

ໃນຄໍລຳ ສຸຂະພາບ ວັນນີ້ ເຮົາຈະມາເວົ້າກ່ຽວກັບການຄຸມກຳເນີດແບບທຳມະຊາດ ເຮົາມາຮູ້ຂໍ້ດີ ຂໍ້ເສຍຂອງການຄຸມກຳເນີດແບບທຳມະຊາດ ເຊິ່ງເລື່ອງແບບນີ້ ບາງຄົນກໍ່ຄົງຈະຮູ້ ແລະ ບາງຄົນກໍ່ອາດຈະຍັງບໍ່ຮູ້ ຫຼື ຮູ້ຈັກບໍ່ລະອຽດ ວັນນີ້ເຮົາເລີຍມີຄຳຕອບກ່ຽວກັບເລື່ອງນີ້ມາຝາກກັນ

ຂໍ້ດີຂອງການຄຸມກຳເນີດແບບທຳມະຊາດ

  1. ເປັນວິທີທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆເລີຍ
  2. ບໍ່ຕ້ອງເສຍເວລາໄປປຶກສາແພດ ເພາະບໍ່ຕ້ອງອາໃສອຸປະກອນທາງແພດຊ່ວຍ
  3. ບໍ່ມີຜົນຂ້າງຄຽງຈາກການໃຊ້ຮໍໂມນຄືກັບການຄຸມກຳເນີດແບບອື່ນໆເຊັ່ນ: ວິນຫົວ, ຮາກ, ນ້ຳໜັກເພີ່ມ ເປັນຕົ້ນ
  4. ພາວະການຈະເລີນພັນສາມາດກັບມາໄດ້ທັນທີທີ່ຢຸດການຄຸມກຳເນີດດ້ວຍທຳມະຊາດ

ຂໍ້ເສຍຂອງການຄຸມກຳເນີດແບບທຳມະຊາດ

  1. ສ່ຽງຕໍ່ການຖືພາສູງ
  2. ບາງວິທີຕ້ອງເສຍເວລາຈົດບັນທຶກ ແລະ ຕ້ອງໄດ້ຮັບການຮ່ວມມືຈາກທັງສອງຝ່າຍ
  3. ບໍ່ສາມາດມີເພດສຳພັນໄດ້ຕາມຄວາມຕ້ອງການ ເຮັດໃຫ້ເກີດຄວາມກົດດັນ
  4. ຫາກແມ່ຍິງທີ່ມີປະຈຳເດືອນມາບໍ່ສະໝ່ຳສະເໝີ ຈະເຮັດໃຫ້ການຄຳນວນເກີດຄວາມຜິດພາດໄດ້ງ່າຍ
  5. ບໍ່ສາມາດປ້ອງກັນໂຣກຕິດຕໍ່ທາງເພດສຳພັນໄດ້

 

ທີ່ມາຈາກ: https://medthai.com
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...