Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານຂີ້ເຫຍື້ອ ສາເຫດທີ່ເຮັດໃຫ້ສຸຂະພາບເສື່ອມໂຊມ

ອາຫານຂີ້ເຫຍື້ອ ສາເຫດທີ່ເຮັດໃຫ້ສຸຂະພາບເສື່ອມໂຊມ

Published on

 

ແຕ່ກີ້ແຕ່ກ່ອນນັ້ນ ປະເທດລາວຂອງພວກເຮົາອຸດົມໄປດ້ວຍອາຫານການກິນແບບທຳມະຊາດ ລ້ວນໆ ສ່ວນໃຫຍ່ແມ່ນປະຊາຊົນເປັນຜູ້ປູກເອງ ແລະຫາເກັບຈາກປ່າດົງພົງໄພ ເຊິ່ງບໍ່ມີການໃຊ້ສານເຄມີ, ຢາຂ້າແມງໄມ້ ຫາກຈະກິນຊີ້ນສັດ ກໍເອົາຫວດສ້ອນ, ຫວ່ານແຫ ແລະຕຶກສະດຸ້ງຕາມຫ້ວຍນໍ້າ ຫລືວ່າໄປລ່າສັດຕາມປ່າດົງພົງໄພ. ແຕ່ເມື່ອສັງຄົມມັນປ່ຽນໄປ ວັດທະນະທຳຕາເວັນຕົກເລີ່ມສອດແຊກເຂົ້າມາ ການກິນຢູ່ຂອງປະຊາຊົນລາວກໍປ່ຽນໄປຈາກໜ້າມືເປັນຫລັງມື ມີອາຫານແນວໃໝ່ຫລາກຫລາຍຍີ່ຫໍ້ ລາຄາຖືກ ລາຄາແພງໃຫ້ເລືອກກິນຢ່າງລົ້ນເຫລືອ ໃນປັດຈຸບັນນີ້ ເຮົາເຫັນວ່າ ຍ່າງໄປໃສກໍຕາມ ທຸກຮ່ອມເຮືອນເຫັນຮ້ານອາຫານເຕັມໄປໝົດ ມີອາຫານນາໆປະເທດ ແຕ່ວ່າມັນຊ້ຳພັດແປກປະຫລາດ ສຸຂະພາບຂອງພວກເຮົາກັບເຊື່ອມໂຊມລົງທຸກໆມື້.

ທ່ານຮູ້ບໍ່ວ່າ ອາຫານຈານດ່ວນ ຈຳພວກ ເບເກີລີ, ເຂົ້າໜົມອົບ, ເຂົ້າໜົມຫວານ, ນ້ຳອັດລົມ ເຫລົ່ານີ້ລ້ວນແຕ່ເປັນອັນຕະລາຍຕໍ່ສຸຂະພາບທັງນັ້ນ ນອກຈາກໃຫ້ແຄລໍລີລົ້ນເຫລືອເກີນຄວາມຈຳເປັນຂອງຮ່າງກາຍແລ້ວ ຄວາມຫວານທີ່ເກີດຈາກນ້ຳຕານຊາຍຂາວໃນອາຫານເຫລົ່ານັ້ນ ຍັງໄປທຳລາຍຮ່າງກາຍອີກດ້ວຍ ເພາະຮ່າງກາຍຕ້ອງດຶງແຄນຊຽມ ຟອດສະຟໍລັດ ວິຕາມິນບີລວມ ມາຊ່ອຍຍ່ອຍນ້ຳຕານຊາຍຂາວ ດົນນານໄປກໍເກີດພາວະກະດູກຜ່ອຍ, ຟັນຜຸ ໆລໆ ເອີ້ນໄດ້ວ່າ ໃຫ້ສິ່ງຊົ່ວຮ້າຍແກ່ຮ່າງກາຍຢ່າງທີ່ສຸດ ແລະດຶງເອົາສ່ວນດີທີ່ມີຢູ່ແລ້ວອອກໄປ ພະລັງງານທີ່ໄດ້ຈາກອາຫານ ແລະເຄື່ອງດື່ມເຫລົ່ານີ້ຄືພະລັງ ງານແປກປອມ ເພາະຮ່າງກາຍບໍ່ໄດ້ຮັບສານອາຫານທີ່ເປັນປະໂຫຍດໃດໆເລີຍ.

ດ້ວຍເຫດໃດຄົນວຽງຈັນ ຢູ່ບ່ອນທີ່ມີຄວາມຈະເລີນທີ່ສຸດໃນປະເທດລາວ ມີອາຫານການກິນທີ່ອຸດົມ ສົມບູນ ແລະລົ້ນເຫລືອຈຶ່ງເຈັບໄຂ້ໄດ້ປ່ວຍດ້ວຍໂລກຄວາມດັນ, ເບົາຫວານ, ໂລກຫົວໃຈ ໆລໆ ແຕ່ໂລກເຫລົ່ານີ້ຊ້ຳພັດບໍ່ເກີດກັບຄົນຢູ່ໃນເຂດຊົນນະບົດ ທັງໆທີ່ວ່າຄົນເຫລົ່ານັ້ນ ບໍ່ໄດ້ກິນອາຫານຕາມຫລັກການ ຫລືຫ້າໝູ່ຊ້ຳ ບໍ່ໄດ້ກິນອາຫານລາຄາແພງ, ຫລຼູຫລາຢູ່ໃນໂຮງແຮມ, ຮ້ານອາຫານ ໃນບັນຍາກາດດີໆດ້ວຍແສງ, ສີ, ສຽງ ຄົນຊົນນະບົດສ່ວນໃຫຍ່ແລ້ວ ກິນອາຫານທີ່ມີຕາມທ້ອງຖິ່ນ ເກີດຕາມທຳມະຊາດ ແຕ່ສຸຂະພາບພັດດີກວ່າຄົນຢູ່ວຽງຈັນ. ເຫດຜົນກໍເພາະວ່າ ເຂົາເຫລົ່ານັ້ນກິນອາຫານໃນຖານະທີ່ເປັນປັດໄຈພື້ນຖານຂອງຊີວິດ ແຕ່ຄົນ(ບາງຄົນ)ໃນວຽງຈັນ ຫລືບ່ອນອື່ນໆ ມີວັດທະນະທຳການກິນທີ່ແຕກຕ່າງອອກໄປ ເຫັນວ່າອາຫານບໍ່ແມ່ນສິ່ງຫລໍ່ລ້ຽງຊີວິດ ແຕ່ກິນເພາະເຫດຜົນອື່ນໆ ເຊັ່ນ : ກິນຕາມກະແສນິຍົມ, ກິນເພື່ອສະໜອງຄວາມຢາກ, ກິນເພາະຕິດໃນລົດຂອງອາຫານ, ກິນເພື່ອສ້າງພາບພົດແລະອັດຕະລັກເປັນຕົ້ນ ນອກຈາກນີ້ ດ້ວຍການດຳລົງຊີວິດທີ່ວຸ່ນວາຍ, ຟ້າວຟັ່ງ ບໍ່ມີເວລາສົນໃຈ  ໃຫ້ຄວາມສົນໃຈກັບອາຫານການກິນ ຕ້ອງອາໄສອາຫານສຳເລັດຮູບ, ອາຫານຈານດ່ວນ ເຊິ່ງລ້ວນແຕ່ມີສານປົນເປື້ອນທີ່ເປັນອັນຕະລາຍຕໍ່ຮ່າງກາຍ ເຖິງວ່າມີເງິນຊື້ອາຫານກິນ ກໍບໍ່ໄດ້ມາຍຄວາມວ່າສາມາດຊື້ສຸຂະພາບໄດ້.

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...