spot_img
Homeຂ່າວພາຍ​ໃນກາຊວນຊີວະພາບ B5 ຈາກໜາກເກົາ ກຽມນຳອອກວາງຈຳໝ່າຍ

ກາຊວນຊີວະພາບ B5 ຈາກໜາກເກົາ ກຽມນຳອອກວາງຈຳໝ່າຍ

Published on

8a8ed025d43b6ecae3c7a2035b3fb137

 

ປະ­ຊາ­ຊົນ​ລາວ​ກຽມ​ຊົມ­ໃຊ້​ຜະ­ລິດຕະ​ພັນ​ນ້ຳ­ມັນ​ຊີ­ວະ​ພາບ​ທີ່​ຜະ­ລິດ​ ຈາກໝາກ​ເກົາ ພາຍ­ຫຼັງ​ທີ່​ບໍ­ລິ­ສັດ​ນ້ຳ­ມັນ​ເຊື້ອໄຟ​

ຊີ­ວະ​ພາບ​ຫມາກ​ເກົາ​ລາວ ໄດ້​ເປີດ​ປ້ຳສາ­ທິດ​ນ້ຳ­ມັນ​ກາ​ຊວນ​ຊີ­ວະ​ພາບ​ບີ​ຫ້າ (B5) ທີ່​ໃຊ້​ສຳ­ລັບ​ລົດ​ທຸ​ກ​ປະ­ເພດ​ຈັກກາ​

ຊວນ ເມື່ອ​ວັນ​ທີ 30 ພະ­ຈິກ​ຜ່ານ​ມາ, ສ່ວນ​ການ­ຈຳ­ໜ່າຍເປັນ​ທາງ​ການ​ຄາດ​ຈະ​ມີ​ຂຶ້ນ​ໄວໆ​ນີ້​ດ້ວຍກຳ­ລັງ​ການ​ ຜະ­ລິດ

1 ພັນ​ລິດ​ຕໍ່​ມື້.

 

ທ່ານ ວົງ​ເພັດ ໄຊ​ເກີ​ຢ່າ​ຈົງ​ຕົວ ປະ­ທານ​ບໍ­ລິ­ສັດ​ນ້ຳ­ມັນ​ເຊື້ອ​ໄຟ​ຊີ­ວະ​ພາບຫມາກ​ເກົາ​ລາວ​ໄດ້​ໃຫ້​ຮູ້​ ວ່າ: ບໍ­ລິ­ສັດ​ນ້ຳມັນ

​ເຊື້ອ​ໄຟ​ຊີ­ວະ​ພາບ​ຫມາກ​ເກົາ​ລາວ ແມ່ນ​ໄດ້​ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ 2008 ໂດຍ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ໜ່ວຍ​ງານ​ສະ­ພາ

​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ­ນາມ.

 

ໝາກ​ເກົາ​ຕົ້ນ­ໄມ້​ອຸດ­ສາ­ຫະ­ກຳ​ທີ່​ປູກໄວ້​ສຳ­ລັບ​ຜະ­ລິດ​ນ້ຳ­ມັນ​ຊີ­ວະ​ ພາບ​ຂອງ​ບໍລິ​ສັດ​ມາ​ຮອດ​ປະ­ຈຸ​ບັນ​ມີ​ເນື້ອ­ທີ່​ທັງ​ໝົດ

12 ພັນ​ເຮັກ­ຕາ, ສະ­ເພາະ 12 ເມືອງ ຂອງແຂວງ​ຫຼວງ​ພະ​ບາງ​ມີ 273 ບ້ານ, ມີ 8.012 ຄອບ­ຄົວ, ເນື້ອ­ທີ່​ປູກ​ທັງ​ໝົດ

7.421,18 ເຮັກ­ຕາ ແລະ ສາ­ມາດ​ໃຫ້ຜົນ​ຜະ­ລິດ​ແລ້ວ​ຫຼາຍ​ກວ່າ 3 ພັນ​ເຮັກ­ຕາ (ລວມ​ທັງ​ຂອງ​ບໍ­ລິ­ສັດ ແລະ ຂອງ​ປະຊາ

​ຊົນ) ນອກ​ນັ້ນ ຍັງ​ປູກ​ຢູ່ 6 ແຂວງພາກ​ເໜືອ​ຕື່ມ​ອີກ​ປະ­ມານ 20 ພັນ​ກວ່າ ເຮັກ­ຕາ ຕາມ​ຫຼັກ­ການ​ແລ້ວ​ໃນ 7 ປີ​ຈະສາ

­ມາດ​ສະ­ໜອງ​ຜົນ​ຜະ­ລິດ​ເຖິງ 20 ພັນໂຕນ, ຈະ​ສະ­ໜອງ​ນ້ຳ­ມັນ​ໄດ້​ເຖິງ 20 ລ້ານ​ລິດ​ຕໍ່​ມື້ ຊຶ່ງ​ໂຄງ­ການ​ນີ້​ຈະ​ປະ­ກອບສ່ວນ

​ສຳ­ຄັນເພື່ອ​ປະ­ຕິ­ບັດ​ຕາມ​ແຜນ​ພັດທະ​ນາ​ຂອງ​ລັດ­ຖະ­ບານ​ໃນ​ປີ 2020 ໃຫ້ສາ­ມາດ​ສະ­ໜອງ​ນ້ຳ­ມັນ​ໄດ້ 100 ລ້ານລິດ

ກໍ​ຄື​ຢຸດ​ການ​ນຳ​ເຂົ້າ​ນ້ຳ­ມັນ​ຈາກ​ຕ່າງປະ­ເທດ​ໃຫ້​ໄດ້ 100 ລ້ານ​ລິດ​ຄິດ ເປັນມູນ​ຄ່າ 100 ລ້ານ​ໂດ​ລາ​ສະ­ຫະ­ລັດ, ທ່ານ​ປະ

­ທານ​ບໍ­ລິ­ສັດ​ກ່າວ.

 

ສຳ­ລັບ​ແຜນ­ການ​ພັດ­ທະ­ນາ​ນ້ຳ­ມັນເພື່ອ​ໃຊ້​ກັບ​ລົດ­ຈັກ ທ່ານ ວົງ​ເພັດ ກ່າວວ່າ: ວາງ​ແຜນ​ໄວ້​ພາຍ​ໃນ​ປີ 2015 ນີ້, ພ້ອມ

​ນັ້ນ​ທາງ​ບໍ­ລິ­ສັດ​ຍັງ​ຈະ​ຜະ­ລິດ​ເປັນຝຸ່ນ​ຊີ­ວະ​ພາບ, ຖ່ານເພື່ອ​ຕອບ​ສະ­ໜອງໃຫ້​ແກ່​ສັງ­ຄົມ ລວມ​ມູນ​ຄ່າ​ຂອງ​ການ​ລົງທຶນ​

ທັງ​ໝົດ​ປະ­ມານ 24 ຕື້​ກວ່າ​ກີບ.

 

ເຂົ້າ​ຮ່ວມ​ພິ­ທີ​ເປີດ​ປ້ຳ​ສາ­ທິດ​ນ້ຳ­ມັນກາ​ຊວນ​ຊີ­ວະ​ພາບ​ໂດຍ ທ່ານ ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ, ທ່ານ

ບຸນ​ເຮືອງ ດວງ​ພະ­ຈັນ ລັດ­ຖະ­ມົນ­ຕີປະຈຳ​ຫ້ອງ​ວ່າ­ການ​ລັດ­ຖະ­ບານ, ຫົວ­ໜ້າຄະ­ນະ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ລົບລ້າງ​

ຄວາມ­ທຸກ​ຍາກ​ແຫ່ງ​ຊາດ, ທ່ານ ດຣ. ຄຳ​ແພງ ໄຊ​ສົມ​ແພງ ເຈົ້າ­ແຂວງໆຫຼວງ​ພະ​ບາງ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ

​ເຂົ້າ​ຮ່ວມ.

 

​ແຫ​ລ່ງຂ່າວ: ​ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...