spot_img
Homeຂ່າວການພັດທະນາກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 27

ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 27

Published on

ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 27 ໄດ້ຈັດຂຶ້ນທີ່ ບາງກອກ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 7-9 ມິຖຸນາ 2022 ທີ່ຜ່າມາຕາມຄໍາເຊີນຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາ ຍົກລັດຖະມົນຕີ ລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ ປະທານຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ໄທ-ລາວ.

ຄະນະກໍາມະການຝ່າຍລາວ ນໍາໂດຍ ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະທານຄະນະ ກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ເປັນປະ ທານຮ່ວມຝ່າຍລາວ ແລະ ຄະນະກໍາມະການຝ່າຍໄທນໍາໂດຍ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ.

ກອງປະຊຸມໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນທົບ ທວນ ແລະ ຕີລາຄາຜົນຂອງການ ຈັດຕັ້ງປະຕິບັດຕາມບົດບັນທຶກ ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນ ທົ່ວ ໄປ ລາວ-ໄທ ຄັ້ງທີ 26 ທີ່ນະ ຄອນຫຼວງວຽງຈັນ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນລະຫວ່າງວັນທີ 20-24 ທັນວາ 2019, ໂດຍທັງສອງ ຝ່າຍມີຄວາມຍິນດີທີ່ສາຍພົວພັນ ແລະ ການຮ່ວມມືຂອງທັງສອງ ປະເທດໄດ້ມີຄວາມກ້າວໝ້າຢ່າງ ເປັນຮູບປະທໍາຫຼາຍຂຶ້ນ, ເຊິ່ງ ເປັນຜົນປະໂຫຍດຮ່ວມກັນ, ສາ ມາດແກ້ໄຂບັນຫາ ແລະ ເສີມ ຂະຫຍາຍຄວາມໝັ້ນຄົງຕາມ ຊາຍ ແດນ ຂອງທັງສອງປະເທດ ເຮັດໃຫ້ບໍລິເວນຊາຍແດນສ່ວນ ໃຫ່ຍມີຄວາມສະຫງົບຮຽບຮ້ອຍ, ກອງປະຊຸມຍັງໄດ້ສະໝັບສະໝູນ ໃຫ້ທຸກໆກົນໄກທີ່ກ່ຽວຂ້ອງຈັດ ຕັ້ງປະຕິບັດຕາມຂໍ້ຕົກລົງ ວ່າ ດ້ວຍ ການຮ່ວມມືດ້ານຄວາມໝັ້ນ ຄົງບໍລິເວນຊາຍແດນລະຫວ່າງ ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ລັດະຖະບານແຫ່ງຣາຊະ ອານາຈັກໄທ ເຊິ່ງໄດ້ລົງນາມ ຮ່ວມກັນທີ່ນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 17 ທັນວາ 2015.

ພ້ອມນັ້ນໃນກອງປະຊຸມ, ປະທານ ຮ່ວມຝ່າຍລາວ ແລະ ປະທານ ຮ່ວມຝ່າຍໄທ ໄດ້ພ້ອມກັນຮ່ວມ ລົງນາມເອກະສານການຮ່ວມ ວຽກງານຕ່າງໆ ເຊິ່ງກອງ ປະຊຸມຄັ້ງຕໍ່ໄປຝ່າຍລາວຮັບເປັນ ເຈົ້າພາບຈັດກອງປະຊຸມຄະນະ ກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ຄັ້ງທີ 28 ໂດຍຈະແຈ້ງກໍານົດເວລາ ແລະ ສະຖານທີ່ຈັດກອງປະຊຸມໃຫ້ຊາບ ຕາມພາຍຫຼັງ. ໃນໂອກາດດຽວກັນນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຍັງໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານນາຍົກລັດຖະມົນຕີ ແຫ່ງຣາຊະອາ ນາຈັກໄທຕື່ມອີກ.

ທີ່ມາ: ໜັງສືພິມກອງທັບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...