spot_img
Homeປ່ອງຢ້ຽມດວງດາວSpaceX ໄດ້ປະກາດກຽມພ້ອມສຳລັບການທົດລອງປ່ອຍຈະຫຼວດ Falcon Heavy ຄັ້ງທຳອິດ

SpaceX ໄດ້ປະກາດກຽມພ້ອມສຳລັບການທົດລອງປ່ອຍຈະຫຼວດ Falcon Heavy ຄັ້ງທຳອິດ

Published on

SpaceX ໄດ້ປະກາດກຽມພ້ອມສຳລັບການທົດລອງປ່ອຍຈະຫຼວດ Falcon Heavy ຄັ້ງທຳອິດ ເຊິ່ງມີເປົ້າໝາຍຈະຜັກດັນໃຫ້ຈະຫຼວດນີ້ກາຍເປັນຈະຫຼວດທີ່ມີປະສິດທິພາບຫຼາຍທີ່ສຸດໃນໂລກ ທີ່ສາມາດສົ່ງມະນຸດໄປທີ່ດວງຈັນ ຫຼື ດາວອັງຄານໄດ້ໃນອານາຄົດ

ດ້ານທ່ານ Jason Davis ຈາກອົງການ Planetary Society ກໍ່ໄດ້ກ່າວທົດສອບຈະຫຼວດຄັ້ງທຳອິດນີ້ຖືເປັນ “ເລື່ອງທີ່ໃຫຍ່ ເຖິງຈະເປັນພາລະກິດຂອງອົງການທີ່ປະສົບຄວາມສຳເລັດໃນເລື່ອງໃຫຍ່ເປັນປະຈຳຢຸ່ແລ້ວກໍ່ຕາມ” ພ້ອມທັງຮຽນ Falcon Heavy ວ່າມັນຄື “ຕຳນານ” ການທົດສອບຄັ້ງນີ້ມີກຳນົດເວລາ 13.30 ນາທີ ທີ່ແຫຼມຄະແນເວີຣັລ ໃນລັດຟໍລິດາ ປະເທດສະຫະລັດອາເມລິກາ Falcon Heavy ມີສ່ວນປະກອບຫຼັກຄືຈະຫຼວດ Falcon 9 ຈຳນວນ 3 ລຳ ແລະ ເຄື່ອງຍົນ Merlin ຈຳນວນ 27 ເຄື່ອງ ຈະຫຼວດນີ້ໄດ້ຮັບການອອກແບບມາເພື່ອບັນທຸກວັດຖຸທີ່ມີນ້ຳໜັກລວມເກືອບ 64 ເມດຣິກຕັນ ເຂ້າສູ່ວົງໂຄຈອນຫຼາຍກວ່ານ້ຳໜັກຂອງເຮືອບິນໂບອິ້ງ 737 ທີ່ບັນທຸກເຄື່ອງມາເຕັມລຳ

“ເມື່ອ Falcon Heavy ສິ້ນສຸດການພັດທະນາ ມັນຈະກາຍເປັນຈະຫຼວດປະຕິບັດການທີ່ມີປະສິດທິພາບຫຼາຍທີ່ສຸດໃນໂລກ”

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...