spot_img
Homeຂ່າວ​ໄອ​ທີSony ເປີດໂຕ Xperia L1 ມາພ້ອມ Android 7.0 ແລະຫົວສາກ Qnovo

Sony ເປີດໂຕ Xperia L1 ມາພ້ອມ Android 7.0 ແລະຫົວສາກ Qnovo

Published on

ຫຼ້າສຸດນີ້ Sony Mobile ໄດ້ເປີດໂຕຜະລິດຕະພັນໃໝ່ນັ້ນກໍຄື: ສະມາດໂຟນ Xperia L1. ໂດຍໂທລະສັບເຄື່ອງນີ້ສ່ວນໃຫຍ່ແລ້ວສະເປັກຈະຢູ່ປະມານກາງຫາຕ່ຳ ເພາະໃຫ້ RAM ແລະ ROM ມາສ່ຳກັບລຸ້ນທີ່ເປີດໂຕເມື່ອ 2 ປີກ່ອນເລີຍ, ແຕ່ຂໍ້ດີກໍຄືມາພ້ອມລະບົບແອນດຣອຍໃໝ່ຫຼ້າສຸດແບບ Android 7.0 (Nougat), 

ສຳລັບສະເປັກຂອງ Sony Xperia L1 ມີດັ່ງນີ້:


  • ສັດສ່ວນ: 151 x 74 x 8.7 ມມ
  • ນ້ຳໜັກ: 180 ກຣາມ
  • ໜ້າຈໍ: 5.5 ນິ້ວ, HD (1280 x 720 ພິກເຊວ)
  • CPU: Quad-core MediaTek MT6737T
  • GPU: Mali T720 
  • RAM: 2GB 
  • ROM: 16GB ເພີ່ມກາຣ໌ດ microSD ໄດ້ 256GB
  • ລະບົບ: Android 7.0 (Nougat)
  • ຊິມ: Dual SIM (Optional)
  • ກ້ອງຫຼັງ: 13 ລ້ານພິກເຊວ ມາພ້ອມແຟລັດ LED ແລະ f/2.2 
  • ກ້ອງໜ້າ: 5 ລ້ານພິກເຊວ ພ້ອມ f/2.2
  • ຟັງຊັ່ນ: 3.5mm audio jack, FM Radio
  • ການເຊື່ອມຕໍ່: 4G LTE, WiFi 802.11 b/g/n, Bluetooth 4.2, GPS + GLONASS, NFC, USB Type-C
  • ແບັດເຕີຣີ: 2620mAh ພ້ອມກັບ Qnovo Adaptive Charging

ສຳລັບ Sony Xperia L1 ແມ່ນມີ 3 ສີໃຫ້ເລືອກຄື: ສີດຳ , ສີຂາວ ແລະສີບົວ. ສ່ວນລາຄາໂຕເຄື່ອງຕອນນີ້ຍັງບໍ່ມີຂໍ້ມູນເທື່ອເດີ້, ແຕ່ໃນສ່ວນການວາງຈຳໜ່າຍແມ່ນຈະວາງຈຳໜ່າຍຢູ່ອາເມຣິກາເໜືອໃນເດືອນເມສານີ້. 

ແຫຼ່ງຂ່າວ: fonearena

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...