Pfizer ທົດລອງຢາຕ້ານໂຄວິດ-19 ຊະນິດເມັດ ອາດຖືກນໍາໃຊ້ໄດ້ທັນໃນທ້າຍປີນີ້

ເວັບໄຊ້ Posttoday ໄດ້ລາຍງານວ່າ ບໍລິສັດ Pfizer ຜູ້ຜະລິດວັກຊີນຕ້ານໂຄວິດ-19 ໄດ້ເປີດເຜຍເຖິງຄວາມຄືບໜ້າໃນການພັດທະນາຢາ PF-07321332 ເຊິ່ງເປັນຢາຕ້ານໂຄວິດ-19 ຊະນິດເມັດ ສໍາລັບຜູ້ຕິດເຊື້ອທີ່ສະແດງອາການແຕ່ບໍ່ສາມາດເຂົ້າຮັບການປິ່ນປົວທີ່ໂຮງໝໍໄດ້ ໂດຍໃນຂະນະນີ້ຢາຊະນິດດັ່ງກ່າວແມ່ນກໍາລັງຢູ່ລະຫວ່າງການທົດລອງໄລຍະທີ 2 ແລະ ໄລຍະທີ 3 ແລະ ຄາດວ່າຈະສະເໜີຂໍການອະນຸມັດຈາກອົງການອາຫານ ແລະ ຢາຂອງອາເມລິກາ (FDA) ໃນໄຕມາດທີ່ສີ່ຂອງປີນີ້.

Pfizer ໄດ້ມີການທົດລອງກັບອາສາສະໝັກທີ່ເປັນຜູ້ຕິດເຊື້ອໂຄວິດ-19 ຈໍານວນ 1,140 ຄົນ ທີ່ໄດ້ຮັບຢາ PF-07321332 ເຊິ່ງຢາດັ່ງກ່າວຖືກອອກແບບມາເພື່ອສະກັດກັ້ນການເຄື່ອນໄຫວຂອງເອນໄຊທີ່ສໍາຄັນຂອງໄວຣັສໂຄໂຣນາໂດຍໃຊ້ຄູ່ກັບຢາ Ritonavir. ຜູ້ຜະລິດຄາດວ່າຖ້າການທົດລອງປະສົບຜົນສໍາເລັດແມ່ນຈະສາມາດຍື່ນຂໍການນໍາໃຊ້ຢາແບບສຸກເສີນໄດ້ພາຍໃນໄຕມາດທີ່ສີ່ຂອງປີນີ້.

ນອກຈາກນີ້, ບໍລິສັດ Merck & Co Inc ຂອງສະຫະລັດອາເມລິກາກໍກໍາລັງທົດລອງຢາ Molnupiravir ເຊິ່ງເປັນຢາຕ້ານໂຄວິດ-19 ໃນຂັ້ນຕອນສຸດທ້າຍເຊັ່ນດຽວກັນ ແລະ ບໍລິສັດ Roche Holding AG ເປັນບໍລິສັດການຢາຂອງປະເທດສະວິດ ກໍຢູ່ໃນໄລຍະທົດສອງຂັ້ນຕອນສຸດທ້າຍເຊັ່ນກັນ.

ທັງ Pfizer, Merck ແລະ Roche Holding AG ເປັນບໍລິສັດທີ່ມີຄວາມຄືບໜ້າຫຼາຍທີ່ສຸດໃນການພັດທະນາຢາຕ້ານໄວຣັດ COVID-19 ຊະນິດເມັດ ທ່າມກາງການລະບາດຂອງພະຍາດນີ້ ບໍລິສັດໃດຈະເປັນຜູ້ຜະລິດຢາຕ້ານ COVID-19 ຊະນິດເມັດທີ່ປະສົບຜົນສໍາເລັດເປັນບໍລິສັດທໍາອິດຂອງໂລກ.