spot_img
HomeມູມໄອທີລາວMeizu ເປີດໂຕ M3 Max ແຟລັບເລັດຈໍ 6 ນິ້ວ, Android 6.0 ແລະແບັດ 4100mAh

Meizu ເປີດໂຕ M3 Max ແຟລັບເລັດຈໍ 6 ນິ້ວ, Android 6.0 ແລະແບັດ 4100mAh

Published on

Meizu ໄດເເປີດໂຕໂທລະສັບລຸ້ນໃໝ່ຢ່າງເປັນທາງການນັ້ນກໍຄື: M3 Max. ໂດຍ M3 Max ນີ້ເປັນແຟລັບເລັດຈໍ 6 ນິ້ວ, ມາພ້ອມຊິບປະມວນຜົນ MediaTek Helio P10 ແລະ Android 6.0. ໂຕເຄື່ອງມາພ້ອມ 4 ສີໃຫ້ເລືອກຄື: ສີຄຳ, ສີເງິນ, ສີເທົາ ແລະສີທອງກຸຫຼາບ. 

ສຳລັບລຸ້ນນີ້ແມ່ນອອກແບບດ້ວຍວັດສະດຸໂລຫະ, ມີລະບົບ mTouch 2.1 ສຳລັບສະແກນນິ້ວມືດ້ວຍຄວາມໄວພຽງ 0.2 ວິນາທີ ແລະການຮັກສາຄວາມປອດໄພສຳລັບການສຳລະເງິນຜ່ານລະບົບ Alipay ແລະ WeChat.

ສຳລັບສະເປັກຂອງ Meizu M3 Max ມີດັ່ງນີ້:

  • ສັດສ່ວນໂຕເຄື່ອງແມ່ນ 163.4 x 81.6 x 7.94 ມມ
  • ໜັກປະມານ 189 ກຣາມ
  • ໃຊ້ຈໍ IPS LCD ຂະໜາດ 6 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ)
  • ຄວາມແຈ້ງ 450 nits ແລະອັດຕາຄວາມຄົມຊັດ 1000:1
  • ໃຊ້ງານຊິບປະມວນຜົນ MediaTek Helio P10 ຄວາມແຮງ 1.8 GHz
  • GPU Mali T860 GPU
  • RAM 3GB
  • ROM 64GB ເພີ່ມກາຣ໌ດ microSD ໄດ້ 128GB
  • ກ້ອງຫຼັງ 13 ລ້ານພິກເຊວ ພ້ອມແຟລັດຄູ່ໂທນ LED, PDAF, f/2.2, ເຊັນເຊີ້ Sony IMX258, ເລນ 5P
  • ກ້ອງໜ້າ 5 ລ້ານພິກເຊວ, ເລນ 4P ແລະ f/2.0
  • ເຊັນເຊີ້ສະແກນນິ້ວມືທີ່ປຸ່ມໂຮມ
  • ໃຊ້ລະບົບ Android 6.0 (Marshmallow) ພ້ອມ Flyme UI
  • ຮອງຮັບ 4G VoLTE, WiFi 802.11 a/b/g/n (5GHz and 2.4GHz), Bluetooth 4.1 LE, GPS
  • ແບັດເຕີຣີ 4100mAh ຮອງຮັບສາກໄວ

ສຳລັບ Meizu M3 Max ແມ່ນເປີດໂຕມາໃນລາຄາ 1699 ຢວນ (2.065.000 ກີບ) ແລະເລີ່ມເປີດໃຫ້ສັ່ງຈອງແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຊິ່ງຈະເປີດຈຳໜ່າຍໃນວັນທີ 12 ກັນຍານີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...