ຈຳປາສັກ ປຶກສາຫາລືການປະຕິຮູບ ວຽກງານສາທາລະນະສຸກ

THUN 4.20.15.1

ປລ. ພະແນກສາທາລະນະສຸກແຂວງຈໍາປາສັກ ໄດ້ເປີດກອງປະຊຸມປຶກສາ ຫາລືການປະຕິຮູບວຽກງານສາທາລະນະສຸກ ​ເມື່ອ​ກາງ​ເດືອນ​ຕຸລາ​ນີ້ ເພື່ອກໍານົດ ແລະ ປັບປຸງຍຸດທະສາດຕ່າງໆ ທີ່ກ່ຽວພັນກັບວຽກງານດັ່ງກ່າວໃຫ້ມີການພັດ ທະນາດີຂຶ້ນໃນຕໍ່ໜ້າ, ໂດຍການເປັນປະທານຂອງທ່ານ ດຣ.ສົມກຽດ ວໍລະລາດ ຫົວໜ້າພະແນກສາທາລະນະສຸກແຂວງ, ຄະນະນໍາຫ້ອງການສາທາລະນະສຸກ 10 ຕົວເມືອງ ຕະຫລອດຮອດຊ່ຽວຊານ, ພະນັກງານ-ວິຊາການ ເຂົ້າຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານ ດຣ.ສົມກຽດ ວໍລະລາດ ກ່າວວ່າ: ນປະຕິຮູບວຽກງານສາທາລະນະສຸກ ເພື່ອປັບປຸງການ ພັດທະນາວຽກງານຊັບພະຍາກອນມະນຸດ, ປັບປຸງລະບົບການເງິນ, ການບໍລິການຮັກສາສຸຂະພາບ, ການບໍ ລິຫານຄຸ້ມຄອງ, ການບໍລິຫານຈັດການ ແລະ ການປະສານງານກັບຄູ່ຮ່ວມພັດທະນາ ລວມທັງປັບປຸງລະບົບຂໍ້ມູນຂ່າວສານດ້ານສາທາລະນະສຸກໃຫ້ດີຂຶ້ນກ່ວາເກົ່າ.

ກອງປະຊຸມໄດ້ຜ່ານແຜນພັດທະນາ ວຽກງານສາທາລະນະສຸກ 5 ປີຄັ້ງທີ VIII (2016-2020), ວິໄສທັດຮອດປີ 2020 ແລະ ຍຸດທະສາດການພັດທະນາ ວຽກງານສາທາລະນະສຸກໄລຍະ 10 ປີ (2016-2025).

 

ແຫລ່ງຂ່າວ:

ຂປລ