ທະນາຄານໂລກຊີ້ ເສດຖະກິດໄທ ຈະຂະຫຍາຍຕົວຫລຸດລົງ 2,5%

b1-Thai production 400

ຂປລ. ຕາມ​ຂ່າວຕ່າງປະ​ເທດ, ວັນ​ທີ 5 ຕຸລາ 2015, ທະນາຄານ​ໂລກ (WB)​ ໄດ້​ຫລຸດ​ ການ​ຄາດ​ຄະ​ເນ ການຈະ​ເລີ​ນ​ ເຕີບ​ໃຫຍ່​ ຂອງ​ ເສດ​ຖະກິດ​ໄທ ລົງ​ເຫ​ລື​ອ 2,5% ​ເຊິ່ງຖື​​ເປັນ ​ຕົວ​ເລກ​ ຕ່ຳ​ສຸດ​ ໃນ​ພາກ​ພື້ນ ​ອາຊີ-ປາຊີ​ຟິກ. ຍ້ອນ​ການ ​ບໍລິ​ໂພ​ກ ພາຍ​ໃນ​ຫລຸດ​ລົງ, ການ​ລົງ​ທຶນ​ ພາ​ກ​ເອກະ​ຊົນ ຟື້ນ​ຟູ​ຄືນ​ຊ້າ. ຂະນະ​ດຽວ​ກັນ​ນັ້ນ ຄ່າ​ໃຊ້​ຈ່າຍ ​ພາກ​ລັດ ກວມ​ເອົາ  ½ ຂອງ​ລະດັບ ການຈະ​ເລີ​ນ​ ເຕີບ​ໃຫຍ່​ ຂອງ​ ລວມຍອດ ​ຜະລິດ​ພັນ ​ພາຍ​ໃນ(GDP) ​ຂອງປີນີ້.

 

ແຫລ່ງຂ່າວ:

ຂປລ