ເຈົ້າແຂວງບໍ່ແກ້ວ ບໍ່ອະນຸຍາດຂະຫຍາຍເນື້ອທີ່ປູກກ້ວຍ ຫລັງກະທົບສິ່ງແວດລ້ອມໜັກ!

F-Banana2

ຂປລ.​ ເນື່ອງຈາກສະພາບ ການລົງທຶນປູກກ້ວຍ ຂອງນັກລົງທຶນຕ່າງປະເທດ ຢູ່ແຂວງບໍ່ແກ້ວ ໃນໄລຍະທີ່ຜ່ານມາໄດ້ມີບັນຫາບາງຢ່າງໂດຍສະເພາະ ການນຳໃຊ້ປຸຍເຄມີ ລວມທັງຢາຂ້າຫຍ້າແລະ ຢາຂ້າສັດຕູພືດ ທີ່ບໍ່ໄດ້ຮັບການຕິດຕາມກວດກາແລະຄຸ້ມຄອງຈາກພາກລັດເຮັດໃຫ້ສົ່ງຜົນ ​ກະ​ທົບຕໍ່ສິ່ງ​ແວດ​ລ້ອມ. ທາງ​ເຈົ້າ​ແຂວງຈຶ່ງ​ໄດ້​ມີຄຳ​ສັ່ງ​ຢຸດ​ເຊົາ ​ທຸລະ​ກິດການ​ປູກກ້ວຍ ​ໂດຍບໍ່ອະນຸຍາດ​ ໃຫ້​ມີ​ການ​ຂະຫຍາຍ​ເນື້ອ​ທີ່​ ປູກ​ກ້ວຍ​ຕື່ມ​ອີກ ​ໃນ​ທົ່ວ​ແຂວງ​ບໍ່​ແກ້ວ, ​ພຽງ​ໃຫ້​ສືບຕໍ່ດຳ​ເນີນ​ ໂຄງການທີ່​ປູກ​ແລ້ວ​ ໃນ​ເນື້ອ​ທີ່​ 10 ພັນ​ກວ່າເຮັກຕາ​ ໃນ​ປັດຈຸ​ບັນ  ​ແລະ ໃຫ້​ເຈົ້າໜ້າທີ່​ດຳ​ເນີນ​ ການ​ກວດກາ​ຢ່າງ​ເຂັ້ມ​ງວດ.

ທ່ານ ດຣ. ຄຳ​ພັນ ​ເຜີຍ​ຍະ​ວົງ ​ເຈົ້າ​ແຂວງ​ບໍ່​ແກ້ວ ​ເປີດ​ເຜີຍ​ຕໍ່ສື່​ມວນ​ຊົນວ່າ: ສາ​ເຫດ​ທີ່​​ເຮັດ​ໃຫ້​ມີ​ຜົນ​ກະທົບ​ ຕໍ່ສິ່ງ​ແວດ​ລ້ອມ ​ແລະ ປະຊາຊົນ​ອ້ອມ​ຂ້າງ ຈາກ​ໂຄງການ​ປູກ​ກ້ວຍ​ ໃນ​ໄລຍະ​ຜ່ານ​ມາ​ນັ້ນ, ສ່ວນໜຶ່ງ​ແມ່ນ​ມາ​ຈາກ​ການ​ຄຸ້ມ​ຄອງ ຕິດຕາມ​ກວດກາ​ ຂອງ​ເຈົ້າໜ້າທີ່​ກ່ຽວຂ້ອງ​ພາກ​ລັດ​ ບໍ່​ໄດ້ດີ​ເທົ່າ​ທີ່​ຄວນ, ​ເຮັດ​ໃຫ້​ມີ​ການ​ນຳ​ເຂົ້າ​ປຸຍ​ເຄມີ, ຢາຂ້າ​ຫຍ້າ ​ແລະ ຢາ​ຂ້າສັດຕູ​ພືດ ທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ ​ແລະ ສິ່ງ​ສຳຄັນ​ແມ່ນ​ເຄມີ​ ທີ່​ທົ່ວໂລກ​ບໍ່​ໄດ້​ນຳ​ໃຊ້​ແລ້ວ, ​ແຕ່​ນັກ​ລົງທຶນ ຍັງ​ມີ​ການລັກລອບ​ນຳ​ເຂົ້າມາ​​ໃຊ້​ຢູ່. ສະ​ນັ້ນ​ ທາງ​ ອຳນາດ​ການ​ປົກຄອງ​ແຂວງ ​ໄດ້​ແຕ່ງ​ຕັ້ງ​ຄະນະ​ກຳມະການ ລົງ​ຕິດຕາມ​ແກ້​ໄຂ​ບັນຫາ​ນີ້ ​ເປັນ​ຕົ້ນ ​ແມ່ນ​ການ​ກວດກາ ​ການ​ນຳ​ເຂົ້າສານ​ເຄມີ ​ໃຫ້​ຖືກຕ້ອງ​ຕາມ​ຫລັກ​ວິຊາ​ການ, ບໍ່​ເປັນ​ອັນຕະລາຍ​ຕໍ່ປະຊາຊົນ ​ແລະ ສິ່ງ​ແວດ​ລ້ອມ, ພ້ອມ​ທັງ​ໃຫ້​ຢຸດຕິ​ ການ​ຂະຫຍາຍ​​ເນື້ອ​ທີ່​ປູກ​ກ້ວຍແລະ ອະນຸຍາດ​ໃຫ້​ມີ ​ການບົວລະບັດ​ຮັກສາ​ ຕົ້ນ​ກ້ວຍ​ທີ່​ປູກ​ແລ້ວ ຈົນ​ກວ່າ​ໄດ້​ຮັບໝາກຜົນ ​ໃນ​ໄລ​ຍະ​ເວລາ​ສຳ​ປະທານ.

ທ່ານ ​ເຈົ້າ​ແຂວງ​ບໍ່​ແກ້ວ ​ໃຫ້​ຮູ້​ຕື່ມ​ວ່າ: ​ການ​ອະນຸຍາດ​ໃຫ້​ນັກ​ລົງທຶນ​ປູກ​ກ້ວຍ​ຜ່ານ​ມາ​ນັ້ນ ​ໄດ້​ປະກອບສ່ວນ​ສ້າງ​ລາຍ​ຮັບ​ ໃຫ້​ປະ​ຊາຊົນ​ຈຳນວນໜຶ່ງ​ ເຊັ່ນ: ລາຍ​ຮັບ​ຈາກການ​ ໃຫ້​ສຳ​ປະທານ​ທີ່​ດິນ, ການ​ມີ​ວຽກ​ເຮັດ​ງານ​ທຳ​ຂອງ​ຊຸມ​ຊົນ ​ແລະ ອື່ນໆ, ​ແຕ່​ສັງ​ເກດ​ເຫັນ​ວ່າ ​ເປັນ​ລາຍ​ຮັບ​ທີ່​ບໍ່ຍາວ​ນານ, ການ​ນຳ​ໃຊ້​ແຮງ​ງານ​ ມີ​ຄວາມ​ສ່ຽງສູງຕໍ່ສຸຂະພາບ ຈາກ​ສານ​ເຄມີ​​ອັນຕະລາຍ, ພ້ອມ​ນັ້ນ​ ຍັງ​ຈະ​ເຮັດ​ໃຫ້​ດິນ​ມີ​ສະພາບ​ເຊື່ອ​ມ​ໂຊມ​ອີກ​ດ້ວຍ.

 

ແຫລ່ງຂ່າວ:

ຂປລ