ສະຫລົດ! ລົດເມຕົກເຫວຢູ່ແອັດສະປາຍ ເສຍຊີວິດຢ່າງໜ້ອຍ 14 ຄົນ!

EyWwB5WU57MYnKOuFI0yvaX1oqjkIpEHTnvr7y0iARBVRNu4s8SfTM

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ພະຈິກນີ້ວ່າ ເກີດເຫດລົດເມຕົກເຫວ ໃນພາກຕາເວັນອອກສຽງໃຕ້

ຂອງແອັດສະປາຍ ເຊິ່ງເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ບາດເຈັບອີກ 28 ຄົນ.

 

ເຫດການດັ່ງກ່າວເກີດຂຶ້ນ ພາຍຫລັງລົດຄັນດັ່ງກ່າວ ກຳລັງເດີນທາງອອກຈາກນະຄອນມາດຣິດ ເພື່ອໄປສົ່ງຜູ້ໂດຍ

ສານທີ່ບ້ານບຸນລາສ ໃນແຄ້ວນມູເຊຍ ເຊິ່ງຢູ່ຫ່າງກັນປະມານ 400 ກິໂລແມັດ, ແຕ່ເມື່ອອອກເດີນທາງໄປ ແລະ ຍັງ

ເຫລືອໄລຍະທາງພຽງ 50 ກິໂລແມັດສຸດທ້າຍ ລົດຄັນດັ່ງກ່າວກໍປະສົບອຸບັດເຫດ ຕົກລົງເຫວໃນເວລາທ່ຽງຄືນຂອງ

ວັນເສົາທີ 8 ພະຈິກທີ່ຜ່ານມາ ໂດຍສາເຫດຂອງເຫດການດັ່ງກ່າວນີ້ ເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບຄົນ ໄປທຳການສືບ

ສວນສອບສວນແລ້ວ.

 

NjpUs24nCQKx5e1DGoJoaAG7roEJrXAa5doUMeQ8m8m