spot_img
Homeຂ່າວຕ່າງປະເທດFBI ໄດ້ບຸກບ້ານຂອງອະດີດປະທານາທິບໍດີສະຫະລັດອາເມຣິກາ ໂດນັລ ທຣັມ

FBI ໄດ້ບຸກບ້ານຂອງອະດີດປະທານາທິບໍດີສະຫະລັດອາເມຣິກາ ໂດນັລ ທຣັມ

Published on

ເຈົ້າໜ້າທີ່ ທີ່ຢູ່ລັດ ຟໍຣິດາ ເພື່ອຈະໄດ້ເອົາເອກະສານທີ່ເສຍໄປໃນທຳນຽບຂາວ.

ໃນຕອນແລງ ວັນທີ 8 ສິງຫາ 2022 ຕາມເວລາທ້ອງຖິ່ນຂອງອາເມຣິກາ, ສຳນັກງານສອບສວນກາງສະຫະລັດ ຫຼື  FBI ໄດ້ບຸກເຂົ້າລີສອດ Mar-a-Lago ຂອງອະດີດປະທານາທິບໍດີ ໂດນັລ ທຣັມ ໃນເມືອງປາມບີສ ລັດຟໍຣິດາ.

ຈາກແຫຼ່ງຂ່າວຂອງ ສະຫະລັດອາເມຣິກາ ລາຍງານວ່າ:​ ໃນອາເມຣິກາ ຫຼັງ​ຈາກ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ອອກ​ຈາກ​ຕໍາ​ແໜ່ງ​ແລ້ວ ຕ້ອງ​ມອບ​ເອ​ກະ​ສານ​ທັງ​ໝົດ​ຄືນ​ໃຫ້​ລັດ​ຖະ​ບານ ແຕ່ທາງລັດຖະບານບໍ່ພົບເອກະສານສຳຄັນຫຼາຍຢ່າງ ແລະ ເອກະສານລັບ ບໍ່ຢູ່ໃນທຳນຽບຂາວ ເຊິ່ງ ໂດນັລ ທຣັມ ອາດຈະເອົາມາເກັບໄວ້ທີ່ລີສອດຂອງລາວ ແຕ່ມີລາຍງານທີ່ບໍ່ເປັນທາງການ ລາຍງານວ່າ ທຣັມ ໄດ້ລົບ ແລະ ທຳລາຍ ເອກະສານບັນທຶກຂອງທຳນຽບຂາວຢ່າງຜິດກົດໝາຍ ຫຼັງຈາກທີ່ລາວໄດ້ລົງຈາກຕຳແໜ່ງແລ້ວ.

ຫໍຈົດໝາຍແຫ່ງຊາດຂອງອາເມຣິກາ ມີໜ້າທີ່ລວມ ແລະ ຄັດແຍກຈົດໝາຍຂອງປະທານາທິບໍດີ ກ່າວວ່າ ມີເອກະສານຢ່າງໜ້ອຍ 15 ກ່ອງ ຖືກນຳໄປທີ່ລີສອດ Mar-a-Lago ຂອງ ທຣັມ ໃນນັ້ນມີເອກະສານທີ່ເປັນຄວາມລັບ ແຕ່ໄດ້ຮັບຄືນມາບາງອັນ ຈາກການເຈລະຈາກັບທະນາຍຂອງ ທັຣມ.

ຢ່າງໃດກໍຕາມ ມີຂໍ້ມູນວ່າ ອະດີດປະທານາທິບໍດີ ໄດ້ນຳເອກະສານບາງອັນຕິດໂຕໄປນຳ ເຊິ່ງມັນລະບຸວ່າເປັນເອກະສານລັບ ແລະ ມັນສົ່ງຜົນຕໍ່ຄວາມໝັ້ນຄົງຂອງຊາດ.

ໂດນັລ ທຣັມ ຢືນຢັນວ່າ ເຈົ້າ ໜ້າທີ່ FBI ໄດ້ບຸກເຂົ້າໄປ ລີສອດ Mar-a-Lago ແທ້ ແລະ ກ່າວວ່າ FBI ຍັງໄດ້ໄປກວດສອບໃນຕູ້ເຊຟ, ລີຊອດ ກໍເຕັມໄປດ້ວຍເຈົ້າໜ້າທີ່ FBI ອ້ອມຮອບ.

ທັ້ງນີ້ ໃນຂະນະທີ່ FBI ບຸກເຂົ້າໄປນັ້ນ ອະດີດປະທານາທິບໍດີບໍ່ໄດ້ຢູ່ທີ່ນັ້ນ ແລະ FBI ມຸ່ງເນັ້ນການຄົ້ນຫາສຳນັກງານ ແລະ ຫ້ອງພັກສ່ວນຕົວຂອງທຣັມ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...