spot_img
Homeຂ່າວພາຍ​ໃນງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ຈະຈັດຂຶ້ນໃນວັນທີ 6–7 ພະຈິກ 2020

ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ຈະຈັດຂຶ້ນໃນວັນທີ 6–7 ພະຈິກ 2020

Published on

ວັນທີ 28 ຕຸລາ 2020 ທີ່ນະຄອນຫຼວງວຽງຈັນ — ໃນໄລຍະສອງປີທີ່ຜ່ານມາ ງານວາງສະແດງແນວທາງການ ພັດທະນາການທ່ອງທ່ຽວແບບຍືນຍົງ ທັງສອງຄັ້ງ ໄດ້ຕ້ອນຮັບຜູ້ເຂົ້າຢ້ຽມຊົມງານເປັນຈໍານວນຫຼວງຫຼາຍ ຊຶ່ງງານດັ່ງ ກ່າວໄດ້ຂຶ້ນທີ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ. ໃນຖານະທີ່ເປັນງານວາງສະແດງທີ່ຢູ່ໃນແຖວໜ້າຂອງ ພາກພື້ນ ສຳລັບອຸດສາຫະກຳການທ່ອງທ່ຽວ ເພື່ອຄົ້ນຫາ, ວາງສະແດງແນວທາງ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ໃໝ່ໆ ໃນການບໍລິຫານການທ່ອງທ່ຽວ ແລະ ການບໍລິການທີ່ມີຄວາມຍືນຍົງ. ການຈັດງານໃນປີນີ້ ຈຶ່ງໄດ້ຍົກລະດັບຂຶ້ນ ມາເປັນ ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ເພື່ອສະທ້ອນໃຫ້ເຫັນເຖິງ ຄວາມສຳຄັນຂອງອາຊີຕາເວັນອອກສຽງໃຕ້ ໃຫ້ເດັ່ນຊັດຂຶ້ນກວ່າເກົ່າ ແລະ ງານໃນປີນີ້ຈະຈັດຂຶ້ນໃນວັນທີ 6-7 ພະຈິກ 2020. 

ໃນງານດັ່ງກ່າວ ຈະມີ 35 ຫົວໜ່ວຍທຸລະກິດຈາກທົ່ວປະເທດຈະມາວາງສະແດງຜະລິດຕະພັນ, ການບໍລິການ, ແລະ ແນວຄິດລິເລີ່ມ ໃນຕະຫລອດງານ. ໃນງານດັ່ງກ່າວຈະມີການວາງສະແດງຜະລິດຕະພັນຫລາຍປະເພດພາຍໃຕ້ຫົວຂໍ້ ຂອງງານ ລວມມີ ເຄື່ອງໃຊ້ໃນໂຮງແຮມ ທີ່ເປັນມິດກັບສິ່ງແວດລ້ອມ, ທາງເລືອກທົດແທນພລາສຕິກ, ລະບົບປະຢັດນຳ້ ແລະ ພະລັງງານ, ພ້ອມທັງແນວຄິດລິເລີ່ມ ແລະ ໂຄງການອື່ນໆ. ບໍລິສັດທີ່ຈະເຂົ້າຮ່ວມວາງສະແດງລວມມີ ຫັດຕະກຳໄມ້ໄຜ່ລາວ ຫລວງພະບາງ, ບໍ​ລິ​ສັດ ​ເອ​ເຊຍ ​ວັນ ​ລີ​ສອ​ດ ​ຊັບ​ພາຍ, ນົກໄປຕາມລະດູໃບໄມ້ປົ່ງ, ທຶນສົມທົບເພື່ອ ສົ່ງເສີມທຸລະກິດ, ບໍລິສັດ ຊີແອັດສ ໄລຕິ່ງ, ສູນບໍລິການອາຊີວະ ສຶກສາ ແບບຄວບຄູ່, ອີແອນເອັມ ຕິດຕັ້ງ ແລະ ສ້ອມແປງ ອຸປະກອນໄຟຟ້າ, ກອງທຶນປົກປ້ອງໝີ, ເກບິ, Greener Laos & Zero Waste Laos, Hospitality International Services, ບໍລິສັດ ເຈເຫັດເອ, ກິນນາຣີ – ຊາຈາກລາວ & ຊ໋ອກໂກແລັດໃນຝັນ, ເຄວີ ໂຊລາ ຊ໋ອບ, ລາວພັດທະນາ ກະສິກຳສະອາດ, ມູນ​ນິ​ທິອະ​ນຸ​ລັກ​ສັດ​ປ່າ​ລາວ, Lao Natural, ລາວໄບໂອແກ໊ສ, ບໍ​ລິ​ສັ​ດ​ໄໝ​ ສະ​ຫວັນ ​ລາວ​, ສວນນ້ຳດົງ & ຈານຮັກໂລກ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ, ນ້ຳກັດຢໍລະປ່າ & ນ້ຳປຽນຢໍລະປ່າ, ສວນປັນຍານິເວດ, ບໍລິສັດປາຫວານຟາມ, ກາໝາຍ ສປປ. ລາວ ປາສະຈາກ ປລາສຕິກ & ອີໂຄນັອກສ໌ລາວ, ຊອ໋ບປິ່ງດີ, ໂຄງການທັກສະສຳລັບວຽກງານທ່ອງທ່ຽວ (ລາວ/029), ບໍລິສັດ ແທຣາເຄຼຍຣ໌, ທານຝັນ, ບໍລິສັດບ້ານຫວາຍ ທະວີໂຊກ, ບໍລິສັດທຣີຄອນທີເນັນໂທ, ໂຄງການສ້າງສະພາບແວດລ້ອມທີ່ ເອື້ອອໍານວຍຕໍ່ທຸລະກິດລາວ, ວິບວິງ ສິສເຕີ, ວົງພານິດ ລາວ. ໂຄງການລາວທ່ຽວລາວ ກໍຈະເຂົ້າຮ່ວມໃນງານ, ພ້ອມດ້ວຍຂໍ້ມູນກ່ຽວກັບການສົ່ງເສີມການທ່ອງທ່ຽວພາຍໃນ. 

ສ່ວນໜຶ່ງທີ່ສໍາຄັນທີ່ສຸດໃນງານວາງສະແດງໃນຄັ້ງນີ້ ແມ່ນງານປະຊຸມສຳມະນາ ເຊິ່ງຈະນຳເອົານັກວິຊາການທີ່ມີ ປະສົບການຫລາຍທ່ານມາຮ່ວມສົນທະນາໃນຫຼາຍຫົວຂໍ້ທີ່ສຳຄັນຕໍ່ອຸດສາຫະກຳການທ່ອງທ່ຽວລາວ ແລະ ພາກພື້ນ. ໃນວັນສຸກ ທີ 6 ພະຈິກ 2020, ຈະມີການສົນທະນາສາມຫົວຂໍ້ ຄື: ອະນາຄົດຂອງການທ່ອງທ່ຽວໃນອາຊຽນ ແລະ ລາວ, “ການທ່ອງທ່ຽວທີ່ປອດໄພ”: ຄວາມສຳຄັນຂອງສຸຂະພາບ ແລະ ຄວາມປອດໄພໃນມາຕະການຟື້ນຟູທີ່ມີປະສິທິພາບ, ແລະ ການສ້າງແຮງງານຂະແໜງທ່ອງທ່ຽວທີ່ມີຄວາມສາມາດປັບຕົວຫລາຍຂຶ້ນ. ໃນມື້ທີສອງຂອງງານວາງສະແດງ, ວັນທີ 7 ພະຈິກ 2020, ຜູ້ເຂົ້າຮ່ວມຊົມງານຈະສາມາດເຂົ້າຮ່ວມການສົນທະນາໃນຫົວຂໍ້ “ການສ້າງແຜນການຟື້ນຟູ ສຳລັບຂະແໜງທ່ອງທ່ຽວ ພາຍຫລັງໂຄວິດ-19” ແລະ “ທາງອອກພາກປະຕິບັດໃນການຫລຸດຜ່ອນພລາສຕິກໃນລາວ.” ໃນມື້ນັ້ນ ຍັງຈະມີກິດຈະກຳແລກປ່ຽນກ່ຽວກັບຊີວະນາໆ ພັນ ແລະ ການອະນຸລັກ ນຳໂດຍມູນິທິອະນຸລັກສັດປ່າລາວ ແລະ ກອງທຶນປົກປ້ອງໝີ. 

ໃນປີນີ້, ດ້ວຍຄວາມພະຍາຍາມທີ່ຈະຮວມເອົາຜູ້ເຂົ້າຊົມຈາກພາກພື້ນທີ່ບໍ່ສາມາດມາເຂົ້າຮ່ວມງານໄດ້ດ້ວຍຕົນເອງຍ້ອນ ຂໍ້ຈຳກັດດ້ານການເດີນທາງ, ຈຶ່ງໄດ້ນຳເອົາງານວາງສະແດງນີ້ຂຶ້ນອອນລາຍນ໌. ໃນວັນທີ 5-6 ພະຈິກ 2020, ຜູ້ເຂົ້າຊົມ ຈະໄດ້ພົບກັບອີກ 20 ຫົວໜ່ວຍທຸລະກິດ ແລະ ເທັກໂນໂລຊີເຄື່ອງມືການສື່ສານຕ່າງໆ ໂດຍສາມາດເຂົ້າຮ່ວມທາງ ເວບໄຊ ທີ່ astse.vfairs.com. ນອກຈາກນັ້ນ, ຍັງຈະມີການປະຊຸມສຳມະນາໃຫ້ເບິ່ງໃນເວັບໄຊທ໌, ລວມທັງການສົນທະນາສົດ ແລະ ການສຳມະນາທາງເວັບໄຊ ທີ່ສາມາດເບິ່ງໄດ້ທຸກເວລາ. 

ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ແມ່ນຈັດໂດຍກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍການສະໜັບສະໜູນຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ກອງເລຂາອາຊຽນ ແລະ ສະໜັບສະໜູນໂດຍອົງການຮ່ວມມືດ້ານການ ພັດທະນາເຢຍລະມັນ. ຜູ້ອຸປະຖຳຂອງງານລວມມີ ອົງການຮ່ວມມືລະຫວ່າງປະເທດຂອງປະເທດສະຫະລັດອາເມລິກາ, ໂຄງການທັດສະສຳລັບວຽກງານທ່ອງທ່ຽວ (ລາວ/029), ທີທີຈີ ເອເຊຍ, ແລະ ຫ້ອງການປະສານງານການທ່ອງທ່ຽວ ແມ່ນຳ້ຂອງ. 

ສຳລັບລາຍການຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມວາງສະແດງ, ຕາຕະລາງງານ, ຫລື ລາຍລະອຽດກ່ຽວກັບການປະຊຸມ ສຳມະນາ ແລະ ຜູ້ເຂົ້າຮ່ວມສົນທະນາ, ກະລຸນາເຂົ້າເບິ່ງໄດ້ທີ່ www.facebook.com/ASEAN.STSE.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...