spot_img
Homeຂ່າວຕ່າງປະເທດອົດສະຕຣາລີ ປະຕິເສດການຈັບກຸມທ່ານ ນາງ ອອງຊານ ຊູຈີ ຕາມຄຳຮ້ອງຟ້ອງຂອງກຸ່ມສິດທິມະນຸດ

ອົດສະຕຣາລີ ປະຕິເສດການຈັບກຸມທ່ານ ນາງ ອອງຊານ ຊູຈີ ຕາມຄຳຮ້ອງຟ້ອງຂອງກຸ່ມສິດທິມະນຸດ

Published on

ເມື່ອວັນທີ 16 ມີນາ 2018 ທ່ານ ຄຣິສຕຽນ ພໍເຕີ ລັດຖະມົນຕີກະຊວງຢຸດຕິທຳຂອງອົດສະຕຣາລີ ກ່າວວ່າລັດຖະບານອົດສະຕຣາລີບໍ່ຮັບຄຳຮ້ອງຟ້ອງບໍ່ວ່າຈະເປັນຝ່າຍໃດໆກໍ່ຕາມໃນການໃຫ້ຈັບກຸມ ແລະ ດຳເນີນຄະດີທາງກົດໝາຍ ກັບ ທ່ານ ນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງມຽນມາ ທີ່ຢູ່ໃນລະຫວ່າງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ – ອົດສະຕຣາລີ ສະໄໝພິເສດໃນລະຫວ່າງວັນທີ 17-18 ມີນາ 2018 ເນື່ອງຈາກທ່ານນາງ ອອງຊານ ຊູຈີ ຖືເປັນເຈົ້າໜ້າທີ່ລະດັບສູງສຸດຂອງລັດຖະບານ ທີ່ໄດ້ຮັບສິດຄຸ້ມຄອງທາງການທູດຢ່າງເຕັມຮູບແບບຕາມກົດໝາຍລະຫວ່າງປະເທດ

ການຖະແຫຼງຂ່າວດັ່ງກ່າວເກີດຂຶ້ນພາຍຫຼັງທີ່ກຸ່ມທະນາຍຄວາມ ແລະ ກຸ່ມກິດຈະກຳການເມືອງລວມຕົວກັນ 5 ຄົນ ຍື່ນຄຳຮ້ອງຕໍ່ສານໃນເມືອງ ເມວເບຣິນ ໃຫ້ມີການດຳເນີນຄະດີອາຍາກັບທ່ານ ນາງ ອອງຊານ ຊູຈີ ໃນຂໍ້ຫາອາຊະຍາກຳຕໍ່ມະນຸດຈາກສະຖານະ ການຄວາມຮຸນແຮງດ້ານສິດທິມະນຸດຕໍ່ຊາວໂຣຮິນຢາ ຕັ້ງແຕ່ທ້າຍເດືອນ ສິງຫາ 2017 ທີ່ຜ່ານມາ ແລະ ສົ່ງຜົນໃຫ້ຊາວໂຣຮິນຢາກວ່າ 650,000 ຄົນຕ້ອງອົບພະຍົບໄປບັງກະລາເທດຢ່າງບໍ່ເຕັມໃຈ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...