Homeຂ່າວຕ່າງປະເທດລົງເລຶກຄືບຫນ້າ MH370 ເຮືອບິນມາເລເຊຍແອລາຍ ຖ້ຽວບິນມໍລະນະມີຢ່າງອື່ນເຊື່ອມໂຍງຫລາຍກວ່າທີ່ຄິດ

ລົງເລຶກຄືບຫນ້າ MH370 ເຮືອບິນມາເລເຊຍແອລາຍ ຖ້ຽວບິນມໍລະນະມີຢ່າງອື່ນເຊື່ອມໂຍງຫລາຍກວ່າທີ່ຄິດ

Published on

ເມື່ອວັນທີ 18 ມີນາ ເວັບໄຊສ໌ມິດເຣີ ໄດ້ລາຍງານຂ່າວທີ່ຫນ້າຕົກໃຈເປັນຢ່າງຍີ່ງວ່າ ປີເຕີ ແມັກມາຮອນຣ໌, ວິສາວະກອນກົນຈັກອົດສະຕາລີ ອາຍຸ 64 ປີ, ຜູ້ຊ່ຽວຊານທີ່ມີປະສົບການເຮັດວຽກດ້ານການຄົ້ນຫາຮ່າງເຮືອບິນມາດົນເຖີງ 25ປີ, ຢັ້ງຢືນວ່າ ພົບຮ່າງເຮືອບິນໂດຍສານໂບອີ້ງ 777 ຂອງສາຍການບິນມາເລເຊຍແອລາຍ ຖ້ຽວບິນ MH370 ທີ່ຫາຍສາບສູນໄປຢ່າງລຶກລັບ ຫລັງຈາກນຳຜູ້ໂດຍສານ ແລະ ລູກເຮືອ 239ຄົນ ບີນຈາກກົວລາລຳເປີໄປປັກກີ່ງ ຕັ້ງແຕ່ວັນທີ 8 ມີນາ 2014.

ແມັກມາຮອນຣ໌ ເປີດເຜີຍວ່າຈາກຄວາມພະຍາຍາມຄົ້ນຫາຮ່າງ MH370 ໂດຍອາໄສຂໍ້ມູນ ແລະ ພາບຖ່າຍຈາກອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດສະຫະລັດ(NASA) ແລະ ກູໂກລແມັບ (Google Maps) ຄົ້ນຫາ ນັບຕັ້ງແຕ່ເຮືອບິນລຳນີ້ໄດ້ຫາຍໄປເມື່ອ 4 ປີກ່ອນນັ້ນ, ຈົນໄດ້ພົບຮ່າງເຮືອບິນຕົກຢູ່ຫ່າງຈາກເກາະຣາວດ໌ (Round Island) ໄປທາງຕອນໃຕ້ປະມານ 16ກິໂລແມັດ. ເຊີ່ງເກາະຣາວດ໌ນີ້ເປັນເກາະນ້ອຍໆຂອງ ເມີຮີເຊຍສ໌, ປະເທດນອກຊາຍຝັ່ງອາຟຣິກາໃນມະຫາສະຫມຸດອິນເດຍຕາເວັນຕົກສຽງໃຕ້.

ຮູບຖ່າຍຈາກກູໂກລແມັບ (Google Maps) ທີ່ ປີເຕີ ແມັກມາຮອນຣ໌ ຢືນຢັນວ່າແມ່ນຮ່າງເຮືອບິນຂອງມາເລເຊຍແອລາຍ.

ແມັກມາຮອນຣ໌  ລະບຸວ່າມີພາບຫນື່ງທີ່ສະແດງໃຫ້ເຫັນເຖີງເຄົ້າໂຄງວ່າຫນ້າຈະເປັນຮ່າງເຮືອບິນຢູ່ພື້ນຜິວນໍ້າທະເລ ແລະ ລາວໄດ້ສົ່ງຂໍ້ມູນທີ່ພົບເຫັນນີ້ໄປຍັງສຳນັກງານຄົມມະນາຄົມ ແລະ ຄວາມປອດໄພຂອງອົດສະຕາລີແລ້ວ ເພື່ອຢືນຢັນວ່າພົບຮ່າງເຮືອບິນຂອງມາເລເຊຍແອລາຍ. ນອກຈາກນັ້ນຍັງມີຄົນອາເມລິກາ 4 ຄົນຖືກສົ່ງໂຕໄປຍັງປະເທດອົດສະຕາລີ ເພື່ອຊ່ວຍໃນການຄົ້ນຫາຮ່າງ MH370 ໃຫ້ຫມັ້ນໃຈວ່າຂໍ້ມູນທັງຫມົດກ່ຽວກັບ MH370 ລວມທັງຕຳແຫນ່ງທີ່ເຮືອບິນຕົກບໍ່ເລັດລອດອອກໄປເຖີງສາທາລະນະຊົນ ຫລື ແມ້ແຕ່ລັດຖະບານອົດສະຕາລີ, ນັ້ນເປັນເພາະຫຍັງ? ໂດຍ ແມັກມາຮອນຣ໌ແຈ້ງຕື່ມວ່າ ເຈົ້າຫນ້າທີ່ສະຫະລັດປະຕິບັດເຊັ່ນນີ້ເພາະບໍ່ຕ້ອງການໃຫ້ໃຜຮູ້ວ່າມີການພົບຮ່າງເຮືອບິນ MH370 ທີ່ມີຮ່ອງຮອຍຖືກຍິງດ້ວຍກະສຸນ.

 

 

 

 

ແຫລ່ງຂ່າວຕ່າງປະເທດ TRN

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...