spot_img
Homeບໍລິການດັ່ງເພັດໃນກອງເມັດຊາຍ

ດັ່ງເພັດໃນກອງເມັດຊາຍ

Published on

ເມື່ອນຶກເຖີງການຂັບລົດໄປທ່ຽວເມືອງວັງວຽງໃນຊ່ວງລະດູຝົນ, ທ່ານກໍຈະມັກພົບກັບທົ່ງນາຂຽວຊຸ່ມຕະການຕາຕັດກັບທັດສະນີຍະພາບທ້ອງຟ້າ ແລະ ພູເຂົາທີ່ຢັງຢາຍສຸດສາຍຕາຕາມທາງເຂົ້າເມືອງວັງວຽງທີ່ເປັນທາງຄົດໂຄ້ງ ອ້ອມຮອບດ້ວຍເຫຼົ່າພູຜາຫີນປູນຍາວຢຽດໄປຈົນສຸດຕົວເມືອງວັງວຽງ.

ການຫາໂອກາດໄປພັກຜ່ອນເມືອງວັງວຽງແມ່ນໃຊ້ເວລາບໍ່ດົນເລີຍ, ແລະ ທີ່ພັກກໍມີຫລາຍຮູບແບບໃຫ້ເລືອກ ຣີເວີຊາຍ ບູຕິກ ຣີສອດ ເປັນທາງເລືອກຂອງສະຫວັນແຫ່ງການພັກຜ່ອນເພື່ອຜ່ອນຄາຍຈາກວຽກງານຕ່າງໆທີ່ທ່ານຕ້ອງຫາໂອກາດມາໃຫ້ໄດ້ ຣີສອດແຫ່ງນີ້ແມ່ນຕັ້ງຢູ່ຫ່າງຈາກຕົວເມືອງວັງວຽງພຽງເລັກນ້ອຍ, ອ້ອມຮອບຣີສອດທ່ານຈະໄດ້ພົບເຫັນກັບພາບຂອງການຫາປາແຄມນໍ້າຊອງ ແລະ ທິວທັດຂອງພູເຂົາສີຂຽວສະລັບຊັບຊ້ອນຕັດກັບທ້ອງຟ້າສີຫມອກໄດ້ຈາກລະບຽງຫ້ອງນອນ, ແນມລົງມາຈະເຫັນພະນັກງານກຳລັງເກັບມ້ຽນຜ້າຢາງກັນຝົນ ພ້ອມກັບກຳລັງແຈກຢາຍຜ້າເຊັດໂຕ ເທີງຕັ່ງນອນຂອງເບາະອັນແສນນຸ້ມຢູ່ອ້ອມຂ້າງສະນໍ້າທີ່ແສງແດດກະທົບກັບຜິວນໍ້າເກີດປະກາຍຍິບຍັບ ເມື່ອຝົນຊາລົງ ພຽງເທົ່ານີ້ທ່ານກໍພ້ອມທີ່ຈະຈຸ່ມໂຕລົງສະນໍ້າ ນັ່ງຈິບເຄື່ອງດື່ມເບົາໆໄປກັບການພັກຜ່ອນຍ່ອນໃຈທີ່ດີທີ່ສຸດ.

ໃນ 10 ປີກ່ອນ, ວັງວຽງຍັງບໍ່ເປັນທີ່ຮູ້ຈັກຫລາຍ.ນັກທ່ອງທ່ຽວຫລັກ ແມ່ນນັກທ່ອງທ່ຽວແບກເປ້ ຖະຫນົນຫົນທາງກໍຍັງສັນຈອນບໍ່ສະດວກ ໂດຍສະເພາະຍາມຝົນ. ຮ້ານຂາຍເຄື່ອງເຕັມສອງຂ້າງທາງຖະຫນົນສາຍຫລັກ, ບົດບັງພາບທຳມະຊາດຂອງເມືອງວັງວຽງ.

ເຖີງຢ່າງໃດກໍຕາມໃນຊ່ວງຫລັງມານີ້, ຫລາຍຢ່າງໃນເມືອງວັງວຽງໄດ້ປ່ຽນແປງໄປໃນທາງທີ່ດີຂື້ນ. ປັດຈຸບັນເມືອງວັງວຽງປຽບເຫມືອນຄື້ນແມ່ເຫລັກທີ່ດຶງດູດເອົານັກທ່ອງທ່ຽວໄວຫນຸ່ມທີ່ສະແຫວງຫາສະຖານທີ່ສັງສັນໃນລາຄາທີ່ຈັບຕ້ອງໄດ້ ຈົນເຮັດໃຫ້ຖະຫນົນເສັ້ນນ້ອຍຂອງເມືອງດັ່ງກ່າວອັດແຫນ້ນໄປດ້ວຍນັກທ່ອງທ່ຽວຊາວເອີຣົບ ແລະ ອົດສະຕາລີ.

ແຕ່ຕອນນີ້, ກຸ່ມນັກທ່ອງທ່ຽວຫຼັກກຳລັງປ່ຽນແປງໄປເປັນນັກທ່ອງທ່ຽວຊາວອາຊີຫລາຍຂື້ນ, ໂດຍສະເພາະແມ່ນນັກທ່ອງທ່ຽວຈາກປະເທດເກົາຫລີ ກວມເອົາເຄີ່ງຫນື່ງຂອງນັກທ່ອງທ່ຽວທັງຫມົດ. ຕ້ອງຂອບໃຈລາຍການໂທລະພາບຂອງເກົາຫລີ  “Youth Over Flower” ເຊີ່ງມີຕອນຫນື່ງທີ່ໄດ້ມາຖ່າຍທຳລາຍການທີ່ເມືອງວັງວຽງໃນປີ 2014. ເຮັດໃຫ້ມີນັກທ່ອງທ່ຽວຈາກປະເທດເກົາຫລີຫລັ່ງໄຫລເຂົ້າມາທ່ອງທ່ຽວໃນລາວເລື້ອຍໆ. ນັກທ່ອງທ່ຽວທີ່ມາຢ້ຽມຢາມຕ່າງກໍເຄົາລົບ ແລະ ມັກຮັກໃນທໍາມະຊາດເມືອງວັງວຽງ.

ນອກຈາກນັ້ນ, ຍັງມີຫຼາຍສະຖານທີ່ທ່ຽວຊົມສຳຫຼັບຄົນທີ່ບໍ່ມັກການສັງສັນ, ຫ່າງອອກໄປຈາກຕົວເມືອງປະມານຫ້ານາທີຈະມີໝູ່ບ້ານທີ່ສວຍງາມ, ຖໍ້າໃຫ້ທ່ານໄປຄົ້ນຫາ, ປະສົບການໃນສວນພືດ, ແລະ ບຶງນໍ້າສີຟ້າທີ່ໂດ່ງດັງ ເຊິ່ງເປັນເຫດຜົນທີ່ແທ້ຈິງຂອງການທ່ຽວວັງວຽງ.

ດ້ວຍນັກທ່ອງທ່ຽວເກົາຫລີທີ່ລັ່ງໄຫລເຂົ້າມາບໍ່ຢຸດເຮັດໃຫ້ ຣີເວີຊາຍ ບູຕິກ ຣີສອດ ສາມາດດຳເນີນທຸລະກິດໄດ້ໂດຍບໍ່ມີ Low Season ເລີຍ. ຍີ່ງໄປກວ່ານັ້ນ ຣີສອດເອງກໍເກືອບຖືວ່າບໍ່ມີຄູ່ແຂ່ງໃນລະດັບຫລູຫລາເທົ່າກັນເລີຍ ເພາະວ່າທີ່ພັກສ່ວນຫລາຍໃນເມືອງວັງວຽງແມ່ນທີ່ພັກທຳມະດາທົ່ວໄປ. ເຖິງແມ່ນວ່າຝົນຈະຕົກໜັກໃນບາງຊ່ວງ ແຕ່ກໍຖືໄດ້ວ່າ ຣີສອດ ດັ່ງກ່າວແມ່ນຄັບແໝ້ນໄປດ້ວຍຜູ້ມາພັກອາໃສຈົນເຮັດໃຫ້ຫ້ອງເກືອບເຕັມຢູ່ຕະຫຼອດເວລາ, ທັງນີ້ ກໍລວມໄປເຖິງຮ້ານອາຫານທີ່ຖືວ່າເປັນໜຶ່ງດຽວໃນເມືອງທີ່ເນັ້ນດ້ານຄຸນນະພາບ ແລະ ລົດຊາດຂອງອາຫານໃຫ້ທຽບເທົ່າກັບສາກົນ.

ທ່ານ ສະເຕຟານ ວິຊີເອ ຮູ້ນສ່ວນຂອງຣີສອດໄດ້ຄາດຫວັງວ່າ ຈະມີນັກທ່ອງທ່ຽວລະດັບສູງເຂົ້າມາຫຼາຍຂຶ້ນ. ທັງນີ້ຕົວເມືອງວັງວຽງກໍຕ້ອງມີການປັບປຸງໂຄງສ້າງເມືອງ ແລະ ມີການຄຸ້ມຄອງຮັກສາສິ່ງແວດລ້ອມຫຼາຍຂຶ້ນ.

ທ່ານໄດ້ກ່າວວ່າວ່າ: “ຕ້ອງເນັ້ນຫນັກການຈັດສັນຕົວເມືອງໃຫ້ຫຼາຍຂຶ້ນ, ພ້ອມກັນນັ້ນກໍຕ້ອງມີການຍົກລະດັບມາດຕະຖານການບໍລິການ ແລະ ເປີດຮ້ານອາຫານທີ່ມີຄຸນນະພາບໃຫ້ຫລາຍຂື້ນ

ພາຍນອກຕົວເມືອງທີ່ມີທຳມະຊາດສວຍງາມກໍຢາກໃຫ້ມີການຄຸມເຂັ້ມລະບົບການຟື້ນຟູຮັກສາ ແລະການພັດທະນາກົນໄກໃນການເຮັດກິດຈະກຳຂອງນັກທ່ອງທ່ຽວ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຊັບພະຍາກອນທຳມະຊາດອັນເປັນຊັບສິນຂອງເມືອງວັງວຽງຢ່າງແທ້ຈິງ.

ຢູ່ພາຍໃນຣີສອດຂອງເຮົາ, ເຮົາກໍພະຍາຍາມເປັນຕົວຢ່າງ ແລະ ສົ່ງເສີມການທ່ອງທ່ຽວທີ່ບໍ່ເປັນໄພຕໍ່ລະບົບນິເວດ ກໍຄືເນັ້ນໜັກສົ່ງເສີມວັດທະນະທໍາທ້ອງຖິ່ນອັນເປັນມໍລະດົກຂອງເມືອງວັງວຽງ ແຕ່ມັນກໍບໍ່ອາດຄືບໜ້າໄດ້ຫຼາຍຖ້າເຮັດຜູ້ດຽວ”

ພວກເຮົາຢູ່ທີ່ນີ້, ຢູ່ຫ່າງໄກຈາກຕົວເມືອງທີ່ແອອັດ ເປັນດັ່ງເພັດໃນກອງເມັດຊາຍທີ່ຍາກທີ່ຈະລືມ.

 

 

 

 

 

ບົດຄວາມອ້າງອີງຈາກ ວາລະສານຈຳປາເມືອງລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...